Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 34:6 - ພຣະຄຳພີສັກສິ

6 ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.

Uka jalj uñjjattʼäta Copia luraña




ເອຊາຢາ 34:6
25 Jak'a apnaqawi uñst'ayäwi  

ຄັນທະນູ​ຂອງ​ໂຢນາທານ​ນັ້ນ ຊ່າງ​ໜ້າ​ຮ້າຍກາດ​ເຫລືອຫລາຍ ດາບ​ຂອງ​ກະສັດ​ໂຊນ​ບໍ່​ເມດຕາ​ຜູ້ໃດ ໃຊ້​ແທງ​ສັດຕູ​ຜູ້​ເກັ່ງກ້າ​ໃຫ້​ຕາຍ​ໄດ້.


ເມື່ອ​ເບລາ​ຕາຍໄປ​ແລ້ວ ໂຢບັບ ລູກຊາຍ​ຂອງ​ເຊຣາ ຈາກ​ເມືອງ​ໂບຊະຣາ ກໍໄດ້​ຂຶ້ນ​ປົກຄອງ​ແທນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຈົ່ງ​ຈົດຈຳ​ສິ່ງ​ທີ່​ຊາວ​ເອໂດມ​ໄດ້​ເຮັດ ໃນ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຢຶດ​ນັ້ນ. ຂໍ​ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ພວກເຂົາ​ເວົ້າກັນ​ຢູ່​ສະເໝີ​ວ່າ, “ຈົ່ງ​ທຳລາຍ​ມັນ​ຖິ້ມ​ໃຫ້​ດັບສູນ”.


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ພຣະເຈົ້າຢາເວ​ໄດ້​ຈັດຕຽມ​ດາບ​ຂອງ​ພຣະອົງ​ໄວ້​ໃນ​ຟ້າ​ສະຫວັນ; ບັດນີ້ ພຣະອົງ​ຈະ​ໃຊ້​ດາບ​ນັ້ນ​ຟັນ​ເມືອງ​ເອໂດມ ຄື​ຟັນ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ພຣະອົງ​ລົງໂທດ​ໄປ​ສູ່​ຄວາມ​ຈິບຫາຍ.


ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ​ດັ່ງ​ຢຽບຢໍ່າ​ໝາກອະງຸ່ນ ແລະ​ບໍ່ມີ​ຜູ້ໃດ​ໄດ້​ມາ​ຊ່ວຍ​ເຮົາ​ເລີຍ. ເຮົາ​ໄດ້​ຢຽບຢໍ່າ​ພວກເຂົາ​ລົງ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເລືອດ​ຂອງ​ພວກເຂົາ​ໄດ້​ຖືກ​ເສື້ອ​ຂອງເຮົາ​ຈົນ​ເປື້ອນເປິ​ໝົດ.


ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.


ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.


ບັນດາ​ພວກ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ພວກເຈົ້າ​ທີ່​ເປັນ​ຜູ້ລ້ຽງແກະ​ຂອງເຮົາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ​ສາ ຈົ່ງ​ໄວ້ທຸກ​ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ. ເວລາ​ກໍ​ມາ​ເຖິງ​ແລ້ວ ທີ່​ພວກເຈົ້າ​ຕ້ອງ​ຖືກ​ປະຫານໝູ່ ແລະ​ພວກເຈົ້າ​ຈະ​ຖືກ​ຂ້າ​ຖິ້ມ​ດັ່ງ​ຂ້າ​ຝູງ​ແກະເຖິກ.


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


ເຮົາ​ເອງ​ໄດ້​ສັນຍາ​ໄວ້​ວ່າ ນະຄອນ​ໂບຊະຣາ​ຈະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຍິ່ງ ແລະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ແລະ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ. ໝູ່ບ້ານ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຈະ​ເປັນ​ທີ່​ຮົກຮ້າງ​ເພພັງ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (


ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຂ້າ​ດັ່ງ​ປາດ​ຄໍ​ແກະໜຸ່ມ, ແບ້ ແລະ​ແກະເຖິກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເປັນ​ດາບ​ທີ່​ຝົນ​ແລ້ວ​ເພື່ອ​ເອົາ​ໄວ້​ສັງຫານ ເປັນ​ດາບ​ຖືກ​ຂັດ​ໃຫ້​ເຫລື້ອມໃສ​ດັ່ງ​ແສງຟ້າແມບ. ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສຽງ​ຊົມຊື່ນ​ຍິນດີ​ຫຍັງ​ເລີຍ ຍ້ອນ​ຄົນ​ບໍ່​ໃສ່ໃຈ​ຕໍ່​ຄຳເຕືອນ​ແລະ​ການ​ລົງໂທດ.


ເໝືອນກັນ​ກັບ​ເຈົ້າ​ໄດ້​ຍິນດີ ເມື່ອ​ຊາດ​ອິດສະຣາເອນ​ຄື​ກຳມະສິດ​ຂອງເຮົາ​ໄດ້​ຖືກ​ໄພພິບັດ. ພູ​ຂອງ​ເສອີ​ຄື​ດິນແດນ​ທັງໝົດ​ຂອງ​ເອໂດມ​ຈະ​ຮ້າງເປົ່າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ພູ​ຕ່າງໆ​ເຕັມ​ໄປ​ດ້ວຍ​ຊາກສົບ ຄື​ຜູ້​ທີ່​ຖືກ​ຂ້າ​ໃນ​ສະໜາມຮົບ​ກອງ​ເຕັງ​ກັນ​ເຕັມ​ເນີນພູ​ຕ່າງໆ​ແລະ​ຮ່ອມພູ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ເອໂດມ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຕາມລ່າ​ຊາວ​ອິດສະຣາເອນ ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກຕົນ ໂດຍ​ບໍ່ມີ​ໃຈ​ເມດຕາ​ຕໍ່​ພວກເຂົາ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ​ຈຳກັດ ແລະ​ພວກເຂົາ​ບໍ່ເຄີຍ​ປະ​ຄວາມ​ໂກດຮ້າຍ​ນັ້ນ​ໃຫ້​ສູນສິ້ນ​ໄປ​ຈັກເທື່ອ.


ຈົ່ງ​ມິດງຽບ​ຢູ່​ຊ້ອງໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ເພາະ​ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ. ດັ່ງນັ້ນ ພຣະເຈົ້າຢາເວ​ກຳລັງ​ຕຽມ​ທີ່​ຈະ​ຖວາຍບູຊາ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ກະທຳ​ຜູ້​ໄດ້ຮັບເຊີນ​ຂອງ ພຣະອົງ​ໃຫ້​ບໍຣິສຸດ.


ພວກເຂົາ​ມີ​ງົວ​ແລະ​ແບ້ ບຽດ​ຢັດ​ເຕັມຝູງ ຜະລິດ​ນໍ້ານົມ​ໄດ້​ຫລາຍ ຢ່າງ​ອຸດົມສົມບູນ​ແທ້ ພວກເຂົາ​ມີ​ແກະ​ແລະ​ແບ້ ທັງ​ງົວ​ໂຕ​ທີ່​ຕຸ້ຍພີ​ຍິ່ງ ທັງ​ເຂົ້າ​ບະເລ​ອັນ​ດີເລີດ ແລະ​ເຫຼົ້າ​ອະງຸ່ນ​ຊັ້ນ​ດີທີ່ສຸດ.


ເຮົາ​ຈະ​ຝົນ​ດາບ​ໃຫ້​ເຫລື້ອມ​ເປັນ​ແສງ​ຄົມ​ມັບໆ ແລະ​ມື​ຂອງ​ເຮົາ​ຢຶດ​ການ​ຕັດສິນ​ໄວ້. ເຮົາ​ຈະ​ແກ້ແຄ້ນ​ບັນດາ​ເຫຼົ່າ​ສັດຕູ ແລະ​ເຮົາ​ຈະ​ລົງໂທດ​ທັນ​ຜູ້​ທີ່​ກຽດຊັງ​ເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka