4 ດວງອາທິດ, ດວງຈັນ ແລະດວງດາວທັງຫລາຍຈະໝຸ່ນເປັນຂີ້ຝຸ່ນດິນ. ທ້ອງຟ້າຈະດັບສູນໄປດັ່ງໜັງສືມ້ວນທີ່ໄດ້ມ້ວນໄວ້ ແລະດວງດາວຈະຕົກລົງດັ່ງໃບໄມ້ທີ່ຫລົ່ນຈາກເຄືອອະງຸ່ນແລະກົກໝາກເດື່ອ.
ດວງດາວທັງຫລາຍແຫ່ງຟ້າສະຫວັນຈະຢຸດສ່ອງແສງ ດວງອາທິດຈະມືດດຳໄປ ເມື່ອມັນຂຶ້ນສູ່ຂອບຟ້າ ແລະດວງເດືອນກໍຈະບໍ່ສ່ອງແຈ້ງ.
ໃນມື້ທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໂກດຮ້າຍນັ້ນ; ເຮົາຈະເຮັດໃຫ້ຟ້າສະຫວັນ ສັ່ນສະເທືອນ ແລະຈະເຮັດໃຫ້ແຜ່ນດິນໂລກຫວັ່ນໄຫວ ຫລຸດອອກຈາກບ່ອນຂອງມັນ.
ລູຊີເຟີ ດວງດາວສ່ອງໃສໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງຈາກສະຫວັນແລ້ວນໍ ໃນອະດີດນັ້ນ ເຈົ້າໄດ້ຕີຊະນະຫລາຍໆຊົນຊາດ ແຕ່ບັດນີ້ ເຈົ້າພັດຖືກໂຍນລົງຂີ້ດິນ.
ຈົ່ງແນມຂຶ້ນສູ່ຟ້າສະຫວັນແລະເບິ່ງທີ່ແຜ່ນດິນໂລກດູ, ຟ້າສະຫວັນຈະສູນຫາຍໄປດັ່ງຄວັນໄຟຟົ້ງຂຶ້ນ; ສ່ວນແຜ່ນດິນໂລກດັ່ງເຄື່ອງນຸ່ງເກົ່າຂາດໄປ ທຸກຄົນໃນໂລກກໍຈະຕາຍໄປສິ້ນ. ແຕ່ຄວາມຊ່ວຍໃຫ້ພົ້ນຂອງເຮົາຈະດຳລົງຢູ່ສືບໆໄປ, ຄວາມຊອບທຳຂອງເຮົາກໍຈະບໍ່ສິ້ນສຸດເລີຍ.
ແຜ່ນດິນໂລກແລະຟ້າສະຫວັນກໍສັ່ນສະເທືອນ ເມື່ອມັນພາກັນບຸກໜ້າເຂົ້າໄປນັ້ນ; ດວງອາທິດແລະດວງຈັນກໍຄ່ອຍມືດດຳໄປ ດວງດາວບໍ່ສ່ອງແສງຕໍ່ໄປອີກ.
ສ່ວນດວງອາທິດ ແລະດວງເດືອນກໍຈະມືດມົວໄປ ດາວທັງຫລາຍຈະບໍ່ສ່ອງແສງຕໍ່ໄປອີກ.
“ພໍໝົດຄວາມທຸກລຳບາກຂອງວັນເຫຼົ່ານັ້ນແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງຕໍ່ໄປ, ດວງດາວທັງຫລາຍຈະຕົກລົງຈາກທ້ອງຟ້າ ແລະສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ.
ຟ້າແລະດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
ຂໍ້ຄວາມທີ່ວ່າ, “ຍັງອີກເທື່ອໜຶ່ງ” ນັ້ນ ສະແດງວ່າສິ່ງທີ່ຫວັ່ນໄຫວນັ້ນ ຈະຖືກຍົກຍ້າຍໄປເສຍ ເໝືອນກັບສິ່ງທີ່ຊົງສ້າງໃຫ້ມີຂຶ້ນ ເພື່ອໃຫ້ສິ່ງທີ່ບໍ່ຫວັ່ນໄຫວຍັງຄົງເຫຼືອຢູ່.
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ.
ເມື່ອພຣະເມສານ້ອຍແກະຕາປະທັບດວງທີຫົກແລ້ວ ຂ້າພະເຈົ້າໄດ້ເຫັນແຜ່ນດິນຫວັ່ນໄຫວຢ່າງໃຫຍ່ເກີດຂຶ້ນ, ດວງຕາເວັນມືດດຳເໝືອນເຄື່ອງໄວ້ທຸກ ແລະດວງເດືອນກໍກາຍເປັນສີແດງເໝືອນເລືອດ.
ເມື່ອເທວະດາຕົນທີສີ່ໄດ້ເປົ່າແກຂຶ້ນ, ດວງອາທິດກໍຖືກທຳລາຍເສຍໜຶ່ງສ່ວນສາມ, ດວງຈັນ ແລະດວງດາວທັງຫລາຍກໍເໝືອນກັນ ຈຶ່ງມືດໄປໜຶ່ງສ່ວນສາມ, ກາງເວັນບໍ່ສະຫວ່າງໜຶ່ງສ່ວນສາມ ແລະໃນກາງຄືນກໍເໝືອນກັນ.