Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 34:3 - ພຣະຄຳພີສັກສິ

3 ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ ແຕ່​ຈະ​ຖືກ​ປະ​ໃຫ້​ເປື່ອຍ​ແລະ​ເນົ່າເໝັນ ຈົນ​ພູເຂົາ​ທັງຫລາຍ​ຈະ​ນອງ​ໄປ​ດ້ວຍ​ເລືອດ.

Uka jalj uñjjattʼäta Copia luraña




ເອຊາຢາ 34:3
20 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ປະຊາຊົນ​ຈະ​ລົ້ມຕາຍ​ດັ່ງ​ງົວປ່າ ແລະ​ງົວເຖິກໜຸ່ມ ແລະ​ແຜ່ນດິນ​ຈະ​ນອງ​ໄປ​ດ້ວຍ​ເລືອດ ແລະ​ເຕັມ​ໄປ​ດ້ວຍ​ໄຂມັນ.


ເມື່ອ​ອອກ​ໄປ ພວກເຂົາ​ຈະ​ເຫັນ​ຊາກສົບ​ຂອງ​ພວກ​ທີ່​ໄດ້​ກະບົດ​ຕໍ່​ເຮົາ. ຕົວ​ໜອນ​ທີ່​ເຈາະ​ກິນ​ພວກເຂົາ​ນັ້ນ​ຈະ​ຕາຍ​ບໍ່​ເປັນ​ຈັກເທື່ອ ແລະ​ໄຟ​ທີ່​ໄໝ້​ພວກເຂົາ​ນັ້ນ​ຈະ​ມອດ​ບໍ່​ເປັນ​ຈັກເທື່ອ. ເຊື້ອຊາດ​ມະນຸດ​ທັງໝົດ​ທີ່​ໄດ້​ເຫັນ​ພວກເຂົາ​ແລ້ວ​ກໍ​ຈະ​ຮູ້ສຶກ​ເບື່ອໜ່າຍ.”


ພວກເຂົາ​ຈະ​ໃຫ້ກຽດ​ຝັງສົບ​ລາວ​ໄວ້​ດັ່ງ​ຝັງ​ໂຕ​ລາ ໂດຍ​ຈະ​ລາກ​ໂຍນ​ຖິ້ມ​ໄປ​ນອກ​ປະຕູ​ນະຄອນ​ພຸ້ນ.”


ໃນ​ວັນ​ນັ້ນ ຊາກສົບ​ທັງຫລາຍ​ຂອງ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂ້າ​ຖິ້ມ ຈະ​ກະຈັດ​ກະຈາຍ​ກັນ​ຢູ່ ແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ແຜ່ນດິນ​ໂລກ. ຈະ​ບໍ່ມີ​ຜູ້ໃດ​ເລີຍ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ຊາກສົບ​ໄປ​ຝັງ​ໄວ້. ມັນ​ຈະ​ກອງ​ກັນ​ຢູ່​ເທິງ​ພື້ນດິນ​ດັ່ງ​ກອງຝຸ່ນ​ກອງ​ປຸຍ.


ຖ້າ​ເຮົາ​ສົ່ງ​ໂຣກ​ລະບາດ​ມາ​ສູ່​ປະເທດ​ນັ້ນ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ໄດ້​ເຮັດ​ໃຫ້​ຫລາຍ​ຊີວິດ​ສູນເສຍ ໂດຍ​ຂ້າ​ມະນຸດ​ຕະຫລອດ​ສັດ​ທັງຫລາຍ


ເຮົາ​ຈະ​ໂຍນ​ເຈົ້າ​ລົງ​ເທິງ​ພື້ນດິນ ແລະ​ນຳ​ຝູງນົກ​ກັບ​ຝູງສັດ​ທັງໝົດ​ໃນ​ໂລກ​ມາ​ກັດ​ກິນ​ເຈົ້າ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ; ຄວາມຕາຍ​ແມ່ນ​ຊາຕາກຳ​ທີ່​ພວກເຈົ້າ​ປົບໜີໄປ​ບໍ່ໄດ້​ສັນນັ້ນ. ພວກເຈົ້າ​ມີ​ຄວາມຜິດ ໃນ​ຖານ​ຂ້າ​ຄົນ ແລະ​ການ​ຄາດຕະກຳ​ກໍ​ຈະ​ຕາມ​ສະໜອງ​ພວກເຈົ້າ.


ເຮົາ​ຈະ​ລົງໂທດ​ລາວ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ຈະ​ໃຫ້​ເລືອດ​ນອງ​ແຜ່ນດິນ. ພະຍຸຝົນ​ແລະ​ໝາກເຫັບ​ພ້ອມ​ທັງ​ໄຟ​ກັບ​ມາດ ຈະ​ຕົກລົງ​ຖືກ​ລາວ ແລະ​ກອງທັບ​ຕະຫລອດ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ຝ່າຍ​ລາວ​ດ້ວຍ.


“ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ທີ່ດິນ​ຝັງສົບ​ບ່ອນ​ໜຶ່ງ​ໃນ​ອິດສະຣາເອນ​ແກ່​ໂກກ ໃນ​ຮ່ອມພູ​ຂອງ​ພວກ​ຜູ້​ເດີນທາງ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ. ໂກກ​ກັບ​ກອງທັບ​ທັງໝົດ​ຂອງຕົນ​ຈະ​ຖືກ​ຝັງ​ຢູ່​ທີ່​ນັ້ນ ແລະ​ຮ່ອມພູ​ນັ້ນ​ຈະ​ມີ​ຊື່​ວ່າ, ‘ຮ່ອມພູ​ກອງທັບ​ໂກກ.’


ເຈົ້າ​ກັບ​ກອງທັບ​ພ້ອມ​ທັງ​ພັນທະມິດ​ຂອງເຈົ້າ ຈະ​ລົ້ມລົງ​ຕາຍ​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ ແລະ​ເຮົາ​ຈະ​ປະ​ຊາກສົບ​ຂອງ​ເຈົ້າ ໃຫ້​ເປັນ​ອາຫານ​ຂອງ​ຝູງນົກ​ກັບ​ສັດປ່າ​ທັງຫລາຍ.


ເຮົາ​ຈະ​ໄລ່​ກອງທັບ​ຕັກແຕນ​ມາ​ແຕ່​ເໜືອ​ໜີໄປ ຍ້າຍ​ມັນ​ບາງ​ຝູງ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ. ສ່ວນ​ກອງໜ້າ​ຂອງມັນ​ນັ້ນ ຈະ​ຖືກ​ໄລ່​ໄປ​ສູ່​ທະເລຕາຍ ຝ່າຍ​ກອງຫລັງ​ຈະ​ໄປ​ຕົກ​ທະເລ​ເມດີແຕຣາເນ​ພຸ້ນ. ຊາກສົບ​ຂອງມັນ​ຈະ​ເໝັນເນົ່າ​ທົ່ວໄປ ເຮົາ​ຈະ​ທຳລາຍ​ຍ້ອນ​ທຸກສິ່ງ​ທີ່​ມັນ​ໄດ້​ກະທຳ​ແກ່​ເຈົ້າ.


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ທະຫານ​ມ້າ​ປະທະ​ກັນ​ດ້ວຍ​ດາບ​ແວບວັບ​ເປັນ​ແສງ ສ່ວນ​ຫອກ​ທີ່​ໃຊ້​ແທງ​ກໍ​ເປັນ​ແສງ​ຟົ້ງ​ໄປ​ຂ້າງໜ້າ ຊາກສົບ​ຂອງ​ຄົນຕາຍ​ນັບ​ບໍ່ໄດ້ ທັບກັນ​ຂຶ້ນ​ເປັນ​ກອງ ຄົນ​ຕ້ອງ​ຍ່າງ​ໂຊເຊ​ລົ້ມ​ທັບ​ເທິງ​ກອງ​ຊາກສົບ​ນັ້ນ


ອ່າງ​ຢຽບ​ໝາກອະງຸ່ນ​ນັ້ນ​ຕັ້ງ​ຢູ່​ນອກ​ເມືອງ ແລະ​ເລືອດ​ກໍ​ໄຫລ​ອອກ​ມາ​ຈາກ​ອ່າງ​ຢຽບ​ໝາກອະງຸ່ນ​ນັ້ນ ເລິກ​ເກືອບ​ເຖິງ​ສອງ​ແມັດ ແລະ​ເປັນ​ສາຍ​ນໍ້າ​ຍາວ​ປະມານ​ສາມຮ້ອຍ​ກິໂລແມັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka