2 ພຣະເຈົ້າຢາເວໂກດຮ້າຍຊົນຊາດທັງໝົດ ແລະກອງທັບທັງຫລາຍຂອງພວກເຂົາ. ພຣະອົງລົງໂທດພວກເຂົາໃຫ້ໄປສູ່ຄວາມຈິບຫາຍ.
ແລ້ວພຣະອົງໄດ້ເຕືອນພວກເຂົາດ້ວຍຄວາມໂກດຮ້າຍ ແລະເຮັດໃຫ້ພວກເຂົາຕົກໃຈຢ້ານກົວຍ້ອນພຣະອົງໂມໂຫ.
ຊາວເອຢິບເອົາກົບຕາຍມາໂຮມໄວ້ເປັນກອງໃຫຍ່ ອັນເປັນເຫດໃຫ້ປະເທດເອຢິບເນົ່າເໝັນທົ່ວໄປ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ອັດຊີເຣຍເອີຍ ເຮົາໃຊ້ອັດຊີເຣຍເປັນດັ່ງໄມ້ຄ້ອນ ເພື່ອລົງໂທດພວກທີ່ເຮົາໂກດຮ້າຍ.
ພວກເຂົາກຳລັງຍົກທັບມາແຕ່ທີ່ໄກສຸດຂອງຟ້າສະຫວັນ. ໃນຄວາມໂກດຮ້າຍຂອງພຣະອົງ ພຣະເຈົ້າຢາເວກຳລັງມາທຳລາຍໝົດທັງປະເທດ.
ຮ້ອງຄວນຄາງດ້ວຍຄວາມເຈັບປວດສາເຖີດ ວັນຂອງພຣະເຈົ້າຢາເວມາໃກ້ແລ້ວ ຄືມື້ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ນຳໄພພິບັດມາ.
ປະຊາຊົນຂອງເຮົາເອີຍ ຈົ່ງເມືອເຮືອນຂອງພວກເຈົ້າແລະອັດປະຕູໄວ້ສາ. ຈົ່ງຊ້ອນຕົວພວກເຈົ້າໄວ້ຊົ່ວໄລຍະໜຶ່ງ ຈົນກວ່າພຣະເຈົ້າເຊົາໂກດຮ້າຍ.
ວັນໃດທີ່ປ້ອມປ້ອງກັນຂອງເຫຼົ່າສັດຕູຂອງພວກເຈົ້າ ຖືກຢຶດໄດ້ ແລະປະຊາຊົນຖືກຂ້າ ວັນນັ້ນແຫຼະ ສາຍນໍ້າກໍຈະໄຫລອອກຈາກພູແລະເນີນພູທຸກໆໜ່ວຍ.
ພຣະອົງໃຊ້ເຮົາໄປປະກາດວ່າເວລາໄດ້ມາເຖິງ ເມື່ອພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ ແລະເພື່ອເອົາຊະນະເຫຼົ່າສັດຕູຂອງພວກເຂົາ ພຣະອົງໄດ້ໃຊ້ເຮົາໄປອອຍໃຈຜູ້ເສົ້າໂສກ
ດ້ວຍຄວາມໂກດຮ້າຍເຮົາໄດ້ຢຽບຢໍ່າບັນດາປະຊາຊາດ ແລະເຮັດໃຫ້ພວກເຂົາກະຈັດກະຈາຍໄປ. ເຮົາໄດ້ເທເລືອດອັນເປັນຊີວິດຂອງພວກເຂົານັ້ນລົງເທິງພື້ນດິນ.”
ຊາຕາກຳຂອງພວກເຈົ້າຄືການຕາຍຢ່າງໂຫດຫ້ຽມ ເພາະພວກເຈົ້າບໍ່ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ ຫລືຍອມຟັງເມື່ອເຮົາໄດ້ກ່າວແກ່ພວກເຈົ້າ. ພວກເຈົ້າເລືອກເອົາການບໍ່ເຊື່ອຟັງແລະການເຮັດຊົ່ວ.
ເມື່ອພວກເຈົ້າເຫັນເຫດການນີ້ເກີດຂຶ້ນ ພວກເຈົ້າຈະເບີກບານໃຈ; ແລະສິ່ງນັ້ນຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນແລະມີສຸຂະພາບດີ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວຜູ້ຊ່ວຍເຫຼືອພວກທີ່ຮັບໃຊ້ເຮົາ ແລະໂກດຮ້າຍຕໍ່ເຫຼົ່າສັດຕູຂອງເຮົາ.”
ພຣະເຈົ້າຢາເວຈະລົງໂທດປະຊາກອນທຸກຄົນໃນໂລກນີ້ດ້ວຍໄຟແລະດ້ວຍດາບ ທີ່ພຣະເຈົ້າຢາເວພົບຄວາມຜິດແລະຫລາຍຄົນຈະຖືກປະຫານ.
ສຽງທີ່ໄດ້ຍິນ ຈະດັງສະໜັ່ນຈົນໄປສຸດແຜ່ນດິນ ພຣະເຈົ້າຢາເວມີຄະດີຕໍ່ສູ້ນາໆປະເທດ. ພຣະອົງຈະນຳຄົນຊົ່ວຂຶ້ນສານ ໃຫ້ຖືກສັງຫານໝົດ.”’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ໄພພິບັດກຳລັງມາຈາກຊົນຊາດໜຶ່ງໄປເຖິງອີກຊົນຊາດໜຶ່ງ ແລະພະຍຸໃຫຍ່ກຳລັງກໍ່ຕົວຂຶ້ນທີ່ທາງສຸດປາຍແຜ່ນດິນໂລກ.
ໃນວັນນັ້ນ ຊາກສົບທັງຫລາຍຂອງຄົນທີ່ພຣະເຈົ້າຢາເວໄດ້ຂ້າຖິ້ມ ຈະກະຈັດກະຈາຍກັນຢູ່ ແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງຂອງແຜ່ນດິນໂລກ. ຈະບໍ່ມີຜູ້ໃດເລີຍໄວ້ທຸກໃຫ້ພວກເຂົາ ແລະທັງຈະບໍ່ມີຜູ້ໃດເອົາຊາກສົບໄປຝັງໄວ້. ມັນຈະກອງກັນຢູ່ເທິງພື້ນດິນດັ່ງກອງຝຸ່ນກອງປຸຍ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວອອກໄປ ດ້ວຍຄວາມໂກດຮ້າຍອັນຮ້ອນແຮງຕໍ່ສູ້ຊົນຊາດທີ່ຢູ່ອ້ອມແອ້ມ ແລະສະເພາະຢ່າງຍິ່ງແລ້ວຕໍ່ສູ້ເອໂດມ. ດ້ວຍຄວາມຍິນດີ ແລະການຫຍໍ້ຫຍັນ ພວກເຂົາໄດ້ຢຶດຄອງດິນແດນແລະໄດ້ຄອບຄອງທົ່ງຫຍ້າໃນດິນແດນນັ້ນ.
ພຣະເຈົ້າຢາເວກ່າວວ່າ, “ຄອຍຖ້າເບິ່ງ ຄອຍຖ້າວັນທີ່ເຮົາລຸກຂຶ້ນກ່າວໂທດຊົນຊາດທັງຫລາຍ. ເຮົາໄດ້ຕັດສິນໃຈເຕົ້າໂຮມບັນດາຊົນຊາດ ແລະອານາຈັກທັງຫລາຍແລ້ວ ເພື່ອໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ທົ່ວແຜ່ນດິນໂລກຈະຖືກໄຟແຫ່ງຄວາມກີ້ວໂກດຂອງເຮົາທຳລາຍ.
ແລ້ວພຣະເຈົ້າຢາເວກໍຈະອອກໄປຕໍ່ສູ້ກັບຊົນຊາດເຫຼົ່ານັ້ນ ດັ່ງທີ່ພຣະອົງໄດ້ຕໍ່ສູ້ມາແລ້ວໃນອະດີດ.
ດ້ວຍວ່າ, ຄວາມໂກດຮ້າຍຂອງພຣະເຈົ້າ ກໍຊົງປາກົດໃຫ້ເຫັນຈາກສະຫວັນ ຕໍ່ສູ້ການບໍ່ນັບຖືພຣະເຈົ້າ ແລະຄວາມຄິດຮ້າຍທຸກຢ່າງຂອງມະນຸດ ຄືຄົນເຫຼົ່ານັ້ນທີ່ເອົາຄວາມຊົ່ວຮ້າຍມາຂັດຂວາງຄວາມຈິງ.
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາມີໃຈຢາກສູ້ຮົບຊາວອິດສະຣາເອນ ເພື່ອວ່າພວກເຂົາຈະໄດ້ຖືກທຳລາຍຢ່າງໝົດກ້ຽງເປັນການລົງໂທດ ແລະເພື່ອທຸກຄົນຈະຖືກຂ້າຢ່າງບໍ່ປານີ ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ.
ຖ້າຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ.
ພວກເຂົາແຜ່ກະຈາຍເປັນກອງທັບອອກໄປທົ່ວແຜ່ນດິນໂລກ ແລະໄດ້ອ້ອມຄ້າຍພວກໄພ່ພົນຂອງພຣະເຈົ້າ ກັບນະຄອນທີ່ພຣະອົງຊົງຮັກນັ້ນ. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະທຳລາຍລ້າງຜານພວກເຂົາເສຍ.