Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 34:16 - ພຣະຄຳພີສັກສິ

16 ຈົ່ງ​ຄົ້ນເບິ່ງ​ໃນ​ໜັງສື​ຂອງ​ພຣະເຈົ້າຢາເວ ກ່ຽວກັບ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ວ່າ ມີ​ກ່າວ​ໄວ້​ຢ່າງໃດ. ສັດ​ເຫຼົ່ານີ້​ຈະ​ບໍ່​ຂາດ​ໄປ​ຈັກ​ໂຕ​ແລະ​ຈະ​ບໍ່ມີ​ໂຕ​ໃດ​ຂາດຄູ່. ພຣະເຈົ້າຢາເວ​ສັ່ງ​ໄວ້​ເພື່ອ​ໃຫ້​ເປັນ​ດັ່ງນັ້ນ ວິນຍານ​ຂອງ​ພຣະອົງ​ຈະ​ເປັນ​ຜູ້ນຳ​ສັດ​ເຫຼົ່ານີ້​ມາ​ເຕົ້າໂຮມ​ກັນ.

Uka jalj uñjjattʼäta Copia luraña




ເອຊາຢາ 34:16
22 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເຮັດ​ໃຫ້​ມີ​ນໍ້າ​ຖ້ວມ​ເທິງ​ແຜ່ນດິນ​ໂລກ​ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່. ທຸກໆ​ສິ່ງ​ເທິງ​ແຜ່ນດິນ​ໂລກ​ຈະ​ດັບສູນ​ໄປ


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ຈົ່ງ​ເອົາໃຈໃສ່​ຕໍ່​ຄຳສັ່ງສອນ​ຂອງ​ຄູ ແລະ​ຕັ້ງໜ້າ​ຮໍ່າຮຽນ​ເອົາ​ເທົ່າ​ທີ່​ເຈົ້າ​ຮຽນ​ໄດ້.


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ສຽງ​ຄວນຄາງ​ກັບ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈະ​ມີ​ຢູ່​ໃນ​ທຸກ​ເມືອງ​ຂອງ​ຊາວ​ຟີລິດສະຕິນ ພວກເຈົ້າ​ທັງໝົດ​ຈະ​ປະສົບ​ຄວາມ​ໜ້າຢ້ານ ເພາະ​ມັນ​ເໝືອນ​ດັ່ງ​ເມກ​ກຳລັງ​ມາ​ຈາກ​ທາງ​ທິດເໜືອ ແມ່ນ​ກອງທັບ​ໜຶ່ງ​ທີ່​ມີ​ແຕ່​ຜູ້​ກ້າຫານ​ທັງນັ້ນ ທີ່​ກຳລັງ​ເດີນທາງ​ມາ.


ນັກຍິງ​ໜ້າທະນູ​ຜູ້​ເກັ່ງ​ທີ່ສຸດ​ຂອງ​ຊາວ​ເກດາ​ກໍ​ຈະ​ມີ​ແຕ່​ໜ້ອຍຄົນ​ເຫຼືອ​ຢູ່.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຂຽນ​ລົງ​ໃສ່​ໜັງສື​ມ້ວນ​ໜຶ່ງ​ວ່າ ປະຊາຊົນ​ເປັນ​ຄົນ​ຢ່າງໃດ​ເພື່ອ​ຈະ​ໄດ້​ບັນທຶກ​ໄວ້​ເປັນ​ການ​ຖາວອນ​ວ່າ ພວກເຂົາ​ຊົ່ວຊ້າ​ສໍ່າໃດ.


ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.


ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ເນື່ອງ​ຈາກ​ບົວລະບັດ​ຮັບໃຊ້​ເຮົາ. ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບກຽດ​ໃນ​ທົ່ວ​ທັງໂລກນີ້ ແລະ​ເຈົ້າ​ກໍ​ຈະ​ມ່ວນຊື່ນ​ເບີກບານ​ໃຈ​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ບັນພະບຸລຸດ​ຂອງ​ເຈົ້າ.” ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ເມັດ ຫລື​ຂໍ້​ປີກ​ຍ່ອຍ​ອັນ​ເລັກນ້ອຍ​ທີ່ສຸດ​ຂອງ​ກົດບັນຍັດ​ຈະ​ບໍ່​ຖືກ​ລຶບລ້າງ​ໄປ ຈົນກວ່າ​ທຸກສິ່ງ​ຈະ​ເກີດຂຶ້ນ​ຄົບຖ້ວນ.


ຟ້າ​ແລະ​ດິນ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ຖ້າ​ພຣະອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ວ່າ​ເປັນ​ພຣະ ພຣະຄຳພີ​ນັ້ນ​ຈະ​ຖືກ​ລຶບລ້າງ​ເສຍ​ບໍ່ໄດ້.


ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,


ແລະ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ຄົນ​ຍັງ​ຈະ​ຮ້ອງເພງ​ນີ້​ຢູ່​ຕໍ່ໄປ ແລະ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງ​ຄວາມຈິງ​ຕໍ່ສູ້​ພວກເຂົາ. ແມ່ນແຕ່​ເວລາ​ນີ້ ກ່ອນ​ເຮົາ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ພວກເຂົາ ເຮົາ​ກໍ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ​ແລ້ວ.”


ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.


ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka