Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 34:13 - ພຣະຄຳພີສັກສິ

13 ກົກ​ໜາມ​ໃຫຍ່ນ້ອຍ​ຈະ​ປົ່ງ​ຂຶ້ນ​ເຕັມ​ຣາຊວັງ ແລະ​ຕາມ​ກຳແພງ​ເມືອງ ແລະ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ຢູ່​ຂອງ​ໝາປ່າ​ແລະ​ນົກ​ເຄົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 34:13
17 Jak'a apnaqawi uñst'ayäwi  

ແຕ່​ພຣະອົງ​ໄດ້​ປະປ່ອຍ​ພວກ​ຂ້ານ້ອຍ​ໄວ້​ທ່າມກາງ​ສັດປ່າ​ທັງຫລາຍ ປັດສະຈາກ​ການ​ຊ່ວຍຊູ ພຣະອົງ​ໄດ້​ປະປ່ອຍ​ພວກ​ຂ້ານ້ອຍ​ໄວ້​ໃນ​ບ່ອນ​ມືດໜາ.


ພຣະອົງ​ໄດ້​ປ່ຽນ​ເມືອງ​ຕ່າງໆ​ໃຫ້​ຮົກຮ້າງ​ເພພັງ ແລະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ເຂົາເຈົ້າ. ຜາສາດ​ຣາຊວັງ​ທີ່​ເຫຼົ່າ​ສັດຕູ​ໄດ້​ສ້າງ​ຂຶ້ນ​ມາ ກໍໄດ້​ສູນເສຍ​ຕະຫລອດໄປ​ສາ​ແລ້ວ.


ດິນ​ຊາຍ​ທີ່​ອົບເອົ້າ​ເຜົາໄໝ້​ຈະ​ກາຍເປັນ​ໜອງ ພື້ນທີ່​ອັນ​ແຫ້ງແລ້ງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນໍ້າພຸ. ບ່ອນໃດ​ທີ່​ໝາໄນ​ເຄີຍ​ຊົ້ນ ແລະ​ເຄີຍ​ຢູ່​ເຄີຍ​ອາໄສ ຕົ້ນຫຍ້າ​ແລະ​ຕົ້ນອໍ້​ຈະ​ໃຫຍ່​ຂຶ້ນ​ຕາມ​ໜອງ​ນໍ້າ.


ຂ່າວລື​ມາຮອດ​ແລ້ວ ຈົ່ງ​ພາກັນ​ຟັງ​ເອົາ ມີ​ສຽງ​ວຸ້ນວາຍ​ໃຫຍ່​ໃນ​ຊົນຊາດ​ທາງ​ທິດເໜືອ​ພຸ້ນ; ກອງທັບ​ຂອງ​ພວກເຂົາ​ຈະ​ປ່ຽນ​ເມືອງ​ຂອງ​ຢູດາຍ ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ໝາປ່າ​ຢູ່.”


ເມືອງ​ຮາໂຊ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ ຄື​ເປັນ​ບ່ອນ​ທີ່​ໝາປ່າ​ອາໄສ​ຢູ່​ເທົ່ານັ້ນ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ.”


ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ເມືອງ​ທັງຫລາຍ​ໄດ້​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ ແລະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ຂາດນໍ້າ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ຫລື​ທ່ອງທ່ຽວ​ໄປມາ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ແມ່ນແຕ່​ແມ່​ໝາປ່າ​ກໍ​ຍັງ​ລ້ຽງ​ລູກ​ມັນ ແຕ່​ຄົນ​ຂອງຂ້ອຍ​ໂຫດຮ້າຍ​ຕໍ່​ລູກ​ດັ່ງ​ນົກ​ກະຈອກເທດ.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ສາບານ​ວ່າ ໂມອາບ​ແລະ​ອຳໂມນ​ຈະ​ຖືກ​ທຳລາຍ​ສັນນັ້ນ ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ບໍ່ເກືອ ແລະ​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ມີ​ແຕ່​ຫຍ້າ​ເກີດຂຶ້ນ​ທົ່ວ​ໄປ. ປະຊາຊົນ​ຂອງເຮົາ​ຜູ້​ທີ່​ລອດຊີວິດ​ຈະ​ປຸ້ນສະດົມ​ເມືອງ​ຕ່າງໆ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ.”


ແລະ​ເຮົາ​ຊັງ​ເອຊາວ​ແລະ​ເຊື້ອສາຍ​ຂອງ​ລາວ. ເຮົາ​ໄດ້​ເຮັດ​ໃຫ້​ເຂດ​ເນີນພູ​ຂອງ​ເອຊາວ​ຖືກ​ທຳລາຍ​ລ້າງຜານ ແລະ​ປະ​ໃຫ້​ເປັນ​ຖິ່ນ​ອາໄສ​ຂອງ​ສັດປ່າ.”


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka