12 ໃນໂລກນີ້ຈະບໍ່ມີກະສັດປົກຄອງ ແລະພວກຜູ້ນຳກໍຈະໝົດສິ້ນໄປ.
ພຣະອົງປົດນັກປົກຄອງຈາກອຳນາດຂອງພວກເຂົາ ແລະລົດກຽດພວກເຂົາລົງຈົນບໍ່ມີຄ່າຫຍັງໝົດ.
ພວກເຈົ້າກັບທຸກສິ່ງທີ່ພວກເຈົ້າເຮັດບໍ່ມີຫຍັງໝົດ ຄົນຂີ້ດຽດທັງນັ້ນທີ່ນະມັດສະການພວກເຈົ້າ.
ກະສັດເນບູກາດເນັດຊາໄດ້ປະຫານຊີວິດພວກລູກຊາຍຂອງເຈົ້າເຊເດກີຢາ ຢູ່ທີ່ເມືອງຣິບລາຕໍ່ໜ້າຂອງເຈົ້າເຊເດກີຢາເອງ ແລະເພິ່ນກໍໄດ້ປະຫານບັນດາຂ້າຣາຊການແຫ່ງຢູດາຍເຊັ່ນກັນ.
ເຖິງແມ່ນເຮົາຈະປະກາດພຣະທຳໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງ ແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນ ພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ.
ເລື່ອງການກິນອາຫານ ທີ່ເຂົາເອົາບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພະທຽມນັ້ນ ບໍ່ເປັນຂອງແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ.”
ເຮົາກາຍເປັນຄົນໂງ່ແລ້ວ ເຈົ້າທັງຫລາຍໄດ້ບັງຄັບເຮົາໃຫ້ເປັນເຊັ່ນນັ້ນ ເພາະວ່າສົມຄວນແລ້ວທີ່ພວກເຈົ້າຈະຍ້ອງຍໍເຮົາ. ເຖິງວ່າເຮົາບໍ່ເປັນຜູ້ດີວິເສດກໍຈິງ ເຮົາກໍບໍ່ໄດ້ຕໍ່າຕ້ອຍກວ່າອັກຄະສາວົກຊັ້ນຜູ້ໃຫຍ່ເຫຼົ່ານັ້ນໃນປະການໜຶ່ງປະການໃດ.