11 ນົກເຄົ້າກັບນົກກາເວົາຈະເປັນເຈົ້າຂອງດິນແດນນັ້ນ. ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ດິນແດນເປັນທີ່ແຫ້ງແລ້ງອີກ ດັ່ງກ່ອນຄາວການນິຣະມິດສ້າງ.
ແລ້ວເພິ່ນກໍເອົາຊະນະຊາວໂມອາບ. ເພິ່ນໄດ້ບັງຄັບພວກຊະເລີຍເສິກໃຫ້ນອນລົງດິນ ແລະຂ້າສອງໃນສາມຄົນຖິ້ມ. ດັ່ງນັ້ນ ຊາວໂມອາບຈຶ່ງຕົກຢູ່ໃຕ້ອຳນາດຂອງກະສັດດາວິດ ແລະພວກເຂົາກໍຍອມເສຍສ່ວຍໃຫ້ເພິ່ນ.
ເຮົາຈະລົງໂທດນະຄອນເຢຣູຊາເລັມ ດັ່ງທີ່ເຮົາໄດ້ເຮັດຕໍ່ນະຄອນຊາມາເຣຍ, ຕໍ່ກະສັດອາຮາບແຫ່ງອິດສະຣາເອນ ແລະຕໍ່ພວກລູກຫລານຂອງລາວ. ເຮົາຈະກວາດລ້າງປະຊາຊົນທີ່ນະຄອນເຢຣູຊາເລັມໃຫ້ໝົດກ້ຽງໄປ ໃຫ້ສະອາດດັ່ງຈານທີ່ເຊັດໃຫ້ແຫ້ງແລະຂວໍ້າໄວ້.
ຂ້ານ້ອຍຄືນົກປ່າໃນຖິ່ນແຫ້ງແລ້ງກັນດານ ດັ່ງນົກເຄົ້າໃນບ່ອນຮົກຮ້າງເພພັງນັ້ນ.
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ຢູ່ໃນເມືອງເກີດສັບສົນວຸ້ນວາຍກັນໄປໝົດ ແລະຊາວເມືອງກໍຢູ່ໃນເຮືອນອັດປະຕູໃສ່ໄລໄວ້ເພື່ອຄວາມປອດໄພ.
ພຣະອົງທີ່ຈະເປັນຜູ້ແບ່ງປັນດິນແດນໃຫ້ສັດເຫຼົ່ານັ້ນ ແລະແບ່ງສ່ວນໃຫ້. ພວກມັນຈະຢູ່ໃນດິນແດນທຸກຍຸກທຸກສະໄໝ ແລະດິນແດນນັ້ນກໍຈະເປັນຂອງພວກມັນຕະຫລອດໄປ.
ພຣະເຈົ້າຢາເວໄດ້ກຳນົດໄວ້ຢ່າງແນ່ນອນວ່າ ກຳແພງທີ່ຕັ້ງພູເຂົາຊີໂອນຕ້ອງຖືກທຳລາຍກ້ຽງ; ພຣະອົງວັດແທກໃຫ້ແນ່ໃຈວ່າມັນຖືກທຳລາຍໝົດ ບັດນີ້ ຫໍຄອຍແລະກຳແພງກໍຫັກເພພັງລົງກ້ຽງ.
ແລ້ວພຣະເຈົ້າຢາເວກໍຖາມຂ້າພະເຈົ້າວ່າ, “ອາໂມດເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນສາຍລູກດິ່ງ.” ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ, “ຈົ່ງເບິ່ງນີ້ແມ. ເຮົາກຳລັງໃຊ້ສາຍລູກດິ່ງນີ້ໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ.
ມັນຈະກາຍເປັນບ່ອນຢູ່ຂອງຝູງແກະ, ຝູງສັດລ້ຽງ ແລະສັດນາໆຊະນິດ. ນົກເຄົ້າຈະຢູ່ໃນທີ່ນັ້ນທ່າມກາງສິ່ງຮົກຮ້າງເພພັງ ແລະສົ່ງສຽງຮ້ອງຈາກປ່ອງຢ້ຽມ. ນົກກາທັງຫລາຍຈະຮ້ອງຢູ່ຕາມຂັ້ນໄດທາງປະຕູເຂົ້າເຮືອນ. ຂື່ຂາງໄມ້ແປກທີ່ໃຊ້ໃນການກໍ່ສ້າງເຮືອນຈະເພພັງລົງ.
ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບີໂລນມະຫານະຄອນຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ມັນກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ເປັນບ່ອນລີ້ຊ່ອນຂອງວິນຍານຊົ່ວຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະໜ້າກຽດໜ້າຊັງທຸກຊະນິດ.