Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 34:10 - ພຣະຄຳພີສັກສິ

10 ມັນ​ຈະ​ໄໝ້​ເຜົາຜານ​ທັງເວັນ​ທັງຄືນ ແລະ​ຄວັນ​ຈະ​ພຸ່ງ​ຂຶ້ນ​ຈາກ​ທີ່​ນັ້ນ​ຕະຫລອດໄປ. ດິນແດນ​ຈະ​ຖືກ​ປະ​ເປົ່າລ້າ​ທຸກຍຸກ​ທຸກສະໄໝ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ຜ່ານ​ທີ່ນັ້ນ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເອຊາຢາ 34:10
15 Jak'a apnaqawi uñst'ayäwi  

ສະເກັດ​ໄຟ​ຍ່ອມ​ໄໝ້​ຫຍ້າແຫ້ງ​ໄດ້​ສັນໃດ ຄົນ​ແຂງແຮງ​ກໍ​ຈະ​ຖືກ​ການຊົ່ວ​ທີ່​ຕົນເອງ​ເຮັດ​ທຳລາຍ​ໄດ້​ສັນນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຢັບຢັ້ງ​ການທຳລາຍ​ນັ້ນ​ໄດ້.


ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.


ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ພຣະອົງ​ທີ່​ຈະ​ເປັນ​ຜູ້​ແບ່ງປັນ​ດິນແດນ​ໃຫ້​ສັດ​ເຫຼົ່ານັ້ນ ແລະ​ແບ່ງສ່ວນ​ໃຫ້. ພວກມັນ​ຈະ​ຢູ່​ໃນ​ດິນແດນ​ທຸກຍຸກ​ທຸກສະໄໝ ແລະ​ດິນແດນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ພວກມັນ​ຕະຫລອດໄປ.


ເມື່ອ​ອອກ​ໄປ ພວກເຂົາ​ຈະ​ເຫັນ​ຊາກສົບ​ຂອງ​ພວກ​ທີ່​ໄດ້​ກະບົດ​ຕໍ່​ເຮົາ. ຕົວ​ໜອນ​ທີ່​ເຈາະ​ກິນ​ພວກເຂົາ​ນັ້ນ​ຈະ​ຕາຍ​ບໍ່​ເປັນ​ຈັກເທື່ອ ແລະ​ໄຟ​ທີ່​ໄໝ້​ພວກເຂົາ​ນັ້ນ​ຈະ​ມອດ​ບໍ່​ເປັນ​ຈັກເທື່ອ. ເຊື້ອຊາດ​ມະນຸດ​ທັງໝົດ​ທີ່​ໄດ້​ເຫັນ​ພວກເຂົາ​ແລ້ວ​ກໍ​ຈະ​ຮູ້ສຶກ​ເບື່ອໜ່າຍ.”


ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເມືອງ​ໂຊໂດມ ແລະ​ໂກໂມຣາ ກໍ​ຈະ​ເກີດຂຶ້ນ​ຄືກັນ​ກັບ​ເມືອງ​ເອໂດມ ເມື່ອ​ພວກເຂົາ​ແລະ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຖືກ​ທຳລາຍ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.”


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ບໍ່ມີ​ຄົນ​ຫລື​ສັດ​ໃດໆ​ເລີຍ​ຈະ​ຍ່າງ​ຜ່ານ​ເຂດ​ນັ້ນ. ຕະຫລອດ​ສີ່ສິບ​ປີ​ຈະ​ບໍ່ມີ​ຫຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ.


ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.


ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.”


ແລ້ວ​ຄົນ​ເຫຼົ່ານັ້ນ​ກໍໄດ້​ຮ້ອງ​ຂຶ້ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຮາເລລູຢາ.” ຄວັນ​ຈາກ​ແປວ​ໄຟ​ທີ່​ເຜົາ​ໄໝ້​ນາງ ​ນັ້ນ ກໍ​ພຸ່ງ​ຂຶ້ນ​ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka