Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 33:7 - ພຣະຄຳພີສັກສິ

7 ບັນດາ​ຄົນ​ກ້າຫານ​ກັບ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ. ບັນດາ​ທູດ​ຜູ້​ທີ່​ພະຍາຍາມ​ໃຫ້​ເກີດ​ສັນຕິສຸກ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

Uka jalj uñjjattʼäta Copia luraña




ເອຊາຢາ 33:7
6 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ສັ່ງ​ຄົນ​ໄປ​ຫາ​ກະສັດ​ເຮເຊກີຢາ ໂດຍ​ມີ​ຂ້າຣາຊການ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ເຂົາ ມີ​ດັ່ງນີ້: ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ ຜູ້​ບັນທຶກ.


ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ຕ່າງ​ກໍ​ຈີກ​ເສື້ອ​ຂອງ​ຕົນເອງ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ ແລະ​ໄປ​ລາຍງານ​ຕໍ່​ກະສັດ​ເຮເຊກີຢາ​ຕາມ​ທີ່​ຂ້າຣາຊການ​ອັດຊີເຣຍ​ໄດ້​ເວົ້າ.


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ກໍ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ໄປ​ລາຍງານ​ສິ່ງ​ທີ່​ຂ້າຣາຊການ​ແຫ່ງ​ອັດຊີເຣຍ​ໄດ້​ເວົ້າ​ນັ້ນ​ສູ່​ກະສັດ​ຟັງ.


ຊາວ​ຢູດາ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ພວກເຂົາ ຄື​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້​ບັນທຶກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka