6 ແລະໃຫ້ປະເທດຊາດມີຄວາມໝັ້ນຄົງດີ. ພຣະອົງປົກປ້ອງປະຊາຊົນຂອງພຣະອົງຢູ່ສະເໝີ ແລະໃຫ້ພວກເຂົາມີສະຕິປັນຍາ ແລະຄວາມຮອບຮູ້. ຊັບສົມບັດອັນຍິ່ງໃຫຍ່ທີ່ສຸດຂອງພວກເຂົາ ແມ່ນການຢຳເກງພຣະເຈົ້າຢາເວ.
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສະຖິດຢູ່ກັບເພິ່ນ ແລະທຸກສິ່ງທີ່ເພິ່ນເຮັດກໍສຳເລັດຜົນ. ເພິ່ນໄດ້ກະບົດຕໍ່ກະສັດແຫ່ງອັດຊີເຣຍ ແລະບໍ່ຍອມຢູ່ໃຕ້ອຳນາດຂອງເພິ່ນອີກຕໍ່ໄປ.
ເຈົ້າຢຳເກງພຣະເຈົ້າແລະຊີວິດກໍບໍ່ດ່າງພອຍ, ສະນັ້ນ ເຈົ້າຈົ່ງໝັ້ນໃຈ ແລະຫວັງໃຈເອົາໄວ້.
ຂ້າແດ່ພຣະເຈົ້າຢາເວອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ຜູ້ປ້ອງກັນທີ່ເຂັ້ມແຂງຂອງຂ້ານ້ອຍເອີຍ ພຣະອົງໄດ້ປົກປ້ອງຄຸ້ມຄອງຂ້ານ້ອຍໃນສະໜາມຮົບ.
ພຣະເຈົ້າຢາເວປົກປ້ອງປະຊາຊົນຂອງພຣະອົງ ພຣະອົງປ້ອງກັນທັງຊ່ວຍເອົາກະສັດທີ່ໄດ້ຊົງຫົດສົງໄວ້.
ໃນຄວາມຜ່າເຜີຍນັ້ນ ທ່ານຈົ່ງຂີ່ມ້າອອກໄປ ຈົ່ງມຸ່ງໜ້າສູ່ຄວາມມີໄຊ ເພື່ອປ້ອງກັນໄວ້ ຊຶ່ງຄວາມຈິງແລະຄວາມຍຸດຕິທຳ ກຳລັງທີ່ທ່ານມີຢູ່ຈະໃຫ້ທ່ານມີໄຊຍິ່ງໃຫຍ່
ຄວາມຮັ່ງມີເປັນລາງວັນຂອງຄົນມີປັນຍາ, ແຕ່ຄວາມໂງ່ຈ້າກໍເປັນຂອງຄົນໂງ່ຈ້າຕໍ່ໄປ.
ການຢຳເກງພຣະເຈົ້າຢາເວໃຫ້ມີຊີວິດອັນໝັ້ນຄົງ ແລະໃຫ້ຄອບຄົວຢູ່ຢ່າງປອດໄພໄດ້.
ການຢຳເກງພຣະເຈົ້າຢາເວເປັນນໍ້າພຸແຫ່ງຊີວິດ ແລະຊ່ວຍໃຫ້ພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ.
ເປັນຄົນທຸກຢຳເກງພຣະເຈົ້າຢາເວ ກໍດີກວ່າເປັນຄົນຮັ່ງມີທີ່ເດືອດຮ້ອນ.
ການຢຳເກງພຣະເຈົ້າຢາເວນຳໄປສູ່ຊີວິດ ຄືມີຊີວິດຍືນຍາວ ປາສະຈາກໂພຍໄພ ແລະປອດໄພຈາກການທຳຮ້າຍ.
ຖ້າເຮັດເຊັ່ນນີ້ ເຈົ້າກໍຈະຮູ້ຈັກຄວາມຢຳເກງພຣະເຈົ້າຢາເວ ແລະເຈົ້າຈະບັນລຸຜົນສຳເລັດໃນການຮຽນຮູ້ເຖິງພຣະເຈົ້າ.
ເມື່ອປະເທດຊາດເຮັດບາບ ກໍຈະມີຜູ້ປົກຄອງຄົນໃໝ່ແລ້ວຄົນໃໝ່ອີກຕໍ່ໄປ. ແຕ່ປະເທດຊາດຈະເຂັ້ມແຂງແລະໝັ້ນຄົງ ເມື່ອມີຜູ້ນຳທີ່ສະຫລາດແລະຢັ່ງຮູ້.
ເມື່ອກະສັດເປັນຫ່ວງນຳຄວາມຍຸດຕິທຳ ປະເທດຊາດກໍເຂັ້ມແຂງ, ແຕ່ເມື່ອເພິ່ນເປັນຫ່ວງນຳແຕ່ເງິນຄຳ ເພິ່ນກໍຈະເຮັດໃຫ້ປະເທດຊາດຫຼົ້ມຈົມລົງໄດ້.
ເງິນເປັນເຄື່ອງປ້ອງກັນສັນໃດ ສະຕິປັນຍາກໍເປັນເຄື່ອງປ້ອງກັນສັນນັ້ນ. ປັນຍາຮັກສາເຈົ້າໃຫ້ປອດໄພ ອັນນີ້ ແມ່ນຜົນດີແຫ່ງຄວາມຮູ້.
ປັນຍາເຮັດໃຫ້ຄົນສະຫລາດຜູ້ໜຶ່ງມີອຳນາດລື່ນກວ່າຜູ້ປົກຄອງສິບຄົນທີ່ຢູ່ໃນເມືອງໜຶ່ງ.
ເທິງເນີນພູສັກສິດຂອງພຣະເຈົ້າຄືພູເຂົາຊີໂອນ ທີ່ນັ້ນຈະບໍ່ມີສິ່ງໃດໆທຳຮ້າຍ ແລະຊົ່ວຊ້າ. ຄົນທີ່ຮູ້ເຖິງພຣະເຈົ້າຢາເວຈະມີຢູ່ເຕັມດິນແດນ ດັ່ງທ້ອງທະເລຫລວງທີ່ເຕັມໄປດ້ວຍນໍ້າ.
ເມື່ອເຖິງວັນນັ້ນ ປະຊາຊົນຈະຮ້ອງເພງໃນດິນແດນຢູດາຍວ່າ: ເມືອງຂອງພວກເຮົາໜາແໜ້ນແລະເຂັ້ມແຂງ ພຣະເຈົ້າເອງປ້ອງກັນກຳແພງເມືອງໄວ້
ຄວາມສະຫງົບສຸກ ແລະຄວາມປອດໄພຈະມີຕະຫລອດໄປ ເພາະທຸກຄົນຈະເຮັດໃນສິ່ງທີ່ຖືກຕ້ອງ.
ປະຊາຊົນຂອງພຣະເຈົ້າຈະບໍ່ວິຕົກກັງວົນກັບສິ່ງໃດໆຕໍ່ໄປ ແລະບ້ານເຮືອນຂອງພວກເຂົາກໍຈະມີແຕ່ສັນຕິສຸກ ແລະຄວາມປອດໄພ.
ເບິ່ງທີ່ພູເຂົາຊີໂອນພຸ້ນດູ ນະຄອນທີ່ພວກເຮົາສະຫລອງເທດສະການຕ່າງໆ. ເບິ່ງນະຄອນເຢຣູຊາເລັມພຸ້ນດູ ຊ່າງເປັນບ່ອນປອດໄພທີ່ໜ້າຢູ່ແທ້ໆ ເປັນດັ່ງຜ້າເຕັນທີ່ຈະບໍ່ຖືກຍົກຍ້າຍຈັກເທື່ອ ຊຶ່ງຫລັກສຽບບໍ່ເຄີຍຖອນອອກ ແລະເຊືອກເໜັ່ງກໍບໍ່ເຄີຍຂາດ.
ແຕ່ພຣະເຈົ້າຢາເວໄດ້ຊ່ວຍຊູຊາດອິດສະຣາເອນ ແລະຄວາມມີໄຊຂອງພວກເຂົາກໍດຳລົງໄປຕະຫລອດ; ພຣະອົງຈະບໍ່ໃຫ້ປະຊາຊົນຂອງພຣະອົງ ໄດ້ຖືກອັບອາຍຂາຍໜ້າອີກຈັກເທື່ອ.”’
ພວກຊະເລີຍເສິກນັ້ນຈະຖືກປ່ອຍໃຫ້ເປັນເສລີ ພວກເຂົາຈະບໍ່ສິ້ນຊີວິດຢູ່ໃນຄຸກມືດ ແຕ່ພວກເຂົາຈະມີຊີວິດຍືນຍາວກ້າວໄປໄກສະເໝີ ແລະມີເຂົ້າຈີ່ຕາມທີ່ພວກເຂົາຕ້ອງການ.
ຈົ່ງແນມຂຶ້ນສູ່ຟ້າສະຫວັນແລະເບິ່ງທີ່ແຜ່ນດິນໂລກດູ, ຟ້າສະຫວັນຈະສູນຫາຍໄປດັ່ງຄວັນໄຟຟົ້ງຂຶ້ນ; ສ່ວນແຜ່ນດິນໂລກດັ່ງເຄື່ອງນຸ່ງເກົ່າຂາດໄປ ທຸກຄົນໃນໂລກກໍຈະຕາຍໄປສິ້ນ. ແຕ່ຄວາມຊ່ວຍໃຫ້ພົ້ນຂອງເຮົາຈະດຳລົງຢູ່ສືບໆໄປ, ຄວາມຊອບທຳຂອງເຮົາກໍຈະບໍ່ສິ້ນສຸດເລີຍ.
ຈະບໍ່ມີຜູ້ໃດໃນພວກເຂົາສັ່ງສອນເພື່ອນຮ່ວມຊາດຂອງຕົນໃຫ້ຮູ້ຈັກພຣະເຈົ້າຢາເວ ເພາະທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ພຣະເຈົ້າຢາເວກ່າວວ່າ ເຮົາຈະອະໄພການບາບຂອງພວກເຂົາ ແລະເຮົາຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”
ທະເລມີນໍ້າເຕັມຢູ່ສັນໃດ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມຮອບຮູ້ ແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ.
ແຕ່ກ່ອນອື່ນໝົດ ເຈົ້າທັງຫລາຍຈົ່ງສະແຫວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫຼົ່ານີ້ໃຫ້ແກ່ພວກເຈົ້າ.
ເຖິງແມ່ນໄດ້ຮັບຄວາມເສົ້າໂສກ, ແຕ່ກໍຍັງຊົມຊື່ນຍິນດີຢູ່ສະເໝີ; ເປັນຄົນຍາກຈົນ, ແຕ່ກໍເຮັດໃຫ້ຫລາຍຄົນຮັ່ງມີ; ເປັນຄົນບໍ່ມີຫຍັງ, ແຕ່ກໍຍັງມີທຸກສິ່ງ.
ການຝຶກຝົນທາງກາຍນັ້ນ ມີປະໂຫຍດບາງຢ່າງ ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ມີປະໂຫຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາອັນປະເສີດສຳລັບຊີວິດໃນປະຈຸບັນ ແລະໃນອະນາຄົດອີກດ້ວຍ.
ຈິງຢູ່ ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ໄດ້ກຳໄລອັນມະຫາສານແກ່ຜູ້ທີ່ມີຄວາມພໍໃຈກັບສິ່ງຂອງທີ່ຕົນມີຢູ່.