Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 33:3 - ພຣະຄຳພີສັກສິ

3 ເມື່ອ​ພຣະອົງ​ສູ້ຮົບ​ແທນ​ພວກ​ຂ້ານ້ອຍ​ນັ້ນ ຊົນຊາດ​ທັງຫລາຍ​ກໍ​ແລ່ນ​ປົບໜີໄປ​ຈາກ​ສຽງ​ທີ່​ຕໍ່ສູ້​ກັນ​ໃນ​ສະໜາມຮົບ.

Uka jalj uñjjattʼäta Copia luraña




ເອຊາຢາ 33:3
13 Jak'a apnaqawi uñst'ayäwi  

ບັນດາ​ຊົນຊາດ​ຕ່າງ​ກໍ​ຫວາດຫວັ່ນ​ຕົກໃຈກົວ ແລະ​ອານາຈັກ​ທັງຫລາຍ​ກໍ​ສັ່ນສະເທືອນ ເມື່ອ​ພຣະອົງ​ສົ່ງ​ສຽງ​ຟ້າຮ້ອງ​ດັງ​ກ້ອງ​ກັງວານ ແຜ່ນດິນ​ໂລກ​ເຮົາ​ກໍ​ຖະຫລົ່ມ​ໄປ​ໝົດສິ້ນ.


ຂໍ​ຢ່າ​ສັງຫານ​ພວກເຂົາ​ເລີຍ​ເທາະ ເພາະ​ຢ້ານ​ປະຊາຊົນ​ຂອງ​ຂ້ານ້ອຍ​ລືມໄລ. ໂຜດ​ເຮັດ​ໃຫ້​ພວກເຂົາ​ແຕກ​ກະຈັກ​ກະຈາຍ ໂດຍ​ພະລັງ​ອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະຜູ້​ຄຸ້ມຄອງ​ຂອງ​ພວກ​ຂ້ານ້ອຍ.


ພຣະອົງ​ໄລ່​ພວກເຂົາ​ໜີໄປ​ດັ່ງ​ຄວັນໄຟ​ຖືກ​ລົມ​ພັດ​ພ່າຍ ເໝືອນ​ຂີ້ເຜິ້ງ​ທີ່​ເປື່ອຍ​ໃນ​ໄຟ ຄົນຊົ່ວ​ກໍ​ຕາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ປະຊາຊົນ​ໄດ້​ປົບໜີ​ຈາກ​ຄົມ​ດາບ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ສັງຫານ​ພວກເຂົາ ຈາກ​ໜ້າທະນູ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ຍິງ​ໃສ່​ພວກເຂົາ ຈາກ​ໄພ​ອັນຕະລາຍ​ຂອງ​ເສິກ​ສົງຄາມ.


ສິ່ງຂອງ​ທີ່​ພວກເຂົາ​ມີຢູ່​ກໍ​ຖືກ​ຮິບໂຮມ​ເອົາ​ໄປ​ໝົດ.


“ເຢເຣມີຢາ​ເອີຍ ເຈົ້າ​ຕ້ອງ​ປະກາດ​ທຸກໆສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ. ເຈົ້າ​ຕ້ອງ​ບອກ​ປະຊາຊົນ​ເຫຼົ່ານີ້​ອີກ​ວ່າ: ‘ພຣະເຈົ້າຢາເວ​ຈະ​ເປັ່ງສຽງ​ຮ້ອງ​ຈາກ​ສະຫວັນ ຈາກ​ທີ່​ສູງສຸດ​ບ່ອນ​ພຣະອົງ​ຢູ່ ກ້ອງ​ກັງວານ​ໄປ​ທົ່ວ. ພຣະອົງ​ຈະ​ເປັ່ງສຽງ​ຮ້ອງ ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ; ພຣະອົງ​ຈະ​ຮ້ອງ ດັ່ງ​ຄົນ​ຢຽບ​ໝາກອະງຸ່ນ​ເຮັດ​ເຫຼົ້າ.


ສຽງ​ທີ່​ໄດ້ຍິນ ຈະ​ດັງ​ສະໜັ່ນ​ຈົນ​ໄປ​ສຸດ​ແຜ່ນດິນ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ນາໆ​ປະເທດ. ພຣະອົງ​ຈະ​ນຳ​ຄົນຊົ່ວ​ຂຶ້ນ​ສານ ໃຫ້​ຖືກ​ສັງຫານ​ໝົດ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka