21 ພຣະເຈົ້າຢາເວຈະໃຫ້ພວກເຮົາເຫັນສະຫງ່າຣາສີຂອງພຣະອົງ. ພວກເຮົາຈະໄດ້ຢູ່ໃກ້ແມ່ນໍ້າລຳທານອັນກວ້າງໃຫຍ່ ແຕ່ເຮືອຂອງເຫຼົ່າສັດຕູຈະບໍ່ໄດ້ຈອດຢູ່ໃນທີ່ນັ້ນ.
ສຽງຂອງພຣະເຈົ້າຢາເວດັງ ກ້ອງກັງວານອອກໄປເທິງໜ້ານໍ້າມະຫາສະໝຸດເລິກ ສະຫງ່າຣາສີຂອງພຣະເຈົ້າເປັນສຽງດັງກ້ອງກັງວານ ສຽງຂອງພຣະເຈົ້າຢາເວກໍດັງທົ່ວທັງມະຫາສະໝຸດດ້ວຍ.
ຈົ່ງໃຫ້ທຸກຄົນທີ່ອາໄສຢູ່ເທິງພູເຂົາຊີໂອນ ຮ້ອງໂຮຍິນດີ ແລະຮ້ອງລຳທຳເພງເຖີດ ອົງຊົງຍິ່ງໃຫຍ່ແລະຊົງບໍຣິສຸດຂອງຊາດອິດສະຣາເອນ ຢູ່ທ່າມກາງພວກເຈົ້າແລ້ວ.”
ອີກຄັ້ງໜຶ່ງ ພວກເຈົ້າຈະເຫັນກະສັດອົງໜຶ່ງ ປົກຄອງດິນແດນອັນກວ້າງໃຫຍ່ໄພສານດ້ວຍສະຫງ່າຣາສີ ທີ່ກະຈາຍອອກໄປທົ່ວທຸກທິດ.
ເຮົາຈະໃຫ້ມີນໍ້າໄຫລຜ່ານໄປສູ່ພູເຂົາທີ່ແຫ້ງແລ້ງ ແລະມີນໍ້າພຸຫລັ່ງໄຫລໃນຮ່ອມພູດ້ວຍ. ເຮົາຈະປ່ຽນຖິ່ນແຫ້ງແລ້ງເປັນສະນໍ້າທັງຫລາຍ ປ່ຽນດິນທີ່ແລ້ງຝົນເປັນບ່ອນທີ່ມີນໍ້າພຸໄຫລຫລັ່ງ.
ຈົ່ງເຝົ້າເບິ່ງສິ່ງໃໝ່ໆທີ່ກຳລັງຈະເກີດມີມາ ບັດນີ້ ພວກເຈົ້າເບິ່ງເຫັນເພາະກຳລັງຈະເກີດຂຶ້ນ. ເຮົາຈະເຮັດທາງຜ່ານຖິ່ນແຫ້ງແລ້ງກັນດານ ແລະໃຫ້ມີແມ່ນໍ້າຫ້ວຍໄຫລສຳລັບພວກເຈົ້າໃນທີ່ນັ້ນ.
ແມ່ນແຕ່ຝູງສັດປ່າຕ່າງກໍຈະໃຫ້ກຽດເຮົາ ໝາປ່າ ແລະນົກເຄົ້າກໍຈະສັນລະເສີນເຮົາດ້ວຍ ເມື່ອມີລຳນໍ້າໄຫລຜ່ານຖິ່ນແຫ້ງແລ້ງກັນດານ ໃຫ້ປະຊາຊົນທີ່ເຮົາໄດ້ເລືອກສັນມີນໍ້າກິນນໍ້າໃຊ້.
“ຖ້າເຈົ້າໄດ້ເຮັດແຕ່ຕາມຄຳສັ່ງຂອງເຮົາ ແລ້ວພອນກໍຈະຫລັ່ງໄຫລດັ່ງສາຍນໍ້າບໍ່ບົກແຫ້ງ. ແລ້ວໄຊຊະນະກໍຈະເປັນຂອງເຈົ້າໃນທັນທີ ດັ່ງຄື້ນທະເລທີ່ຖືກລົມພັດມາເທິງຊາຍຫາດ.
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະນຳຄວາມຈະເລີນຮຸ່ງເຮືອງທີ່ຍາວນານມາສູ່ພວກເຈົ້າ; ຊັບສົມບັດຂອງປະຊາຊາດຕ່າງໆຈະຫລັ່ງໄຫລມາສູ່ພວກເຈົ້າ ດັ່ງສາຍນໍ້າທີ່ບົກແຫ້ງບໍ່ເປັນຈັກເທື່ອ. ພວກເຈົ້າຈະເປັນດັ່ງເດັກນ້ອຍ ຜູ້ທີ່ແມ່ອຸ້ມໃຫ້ກິນນົມແລະຖະໜຸຖະໜອມດ້ວຍຄວາມຮັກ.
“ພຣະອົງເອງຈະຕໍ່ສູ້ພວກເຈົ້າ ແລະພວກເຈົ້າຈະຖືກປຸ້ນຈີ້ໂດຍປະຊາຊົນ ທີ່ຄັ້ງໜຶ່ງເຄີຍເປັນຂ້ອຍໃຊ້ຂອງພວກເຈົ້າ. ເມື່ອເຫດການນີ້ເກີດຂຶ້ນ ທຸກຄົນຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາ.”
ຂ້າພະເຈົ້າຫຼິງເຫັນວ່າ ອະນາຄົດຂອງຊາດອິດສະຣາເອນ ຈະບໍ່ນຳໂຊກຮ້າຍໃດໆ ຫລືຄວາມລຳບາກມາສູ່ພວກເຂົາຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ກໍສະຖິດຢູ່ນຳພວກເຂົາ ພວກເຂົາປະກາດວ່າພຣະອົງ ເປັນກະສັດຂອງພວກເຂົາເຈົ້າ.
ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະພວກຍາພໍ່ທັງຫລາຍເອີຍ, ຂໍໂຜດຟັງຂ້ານ້ອຍກ່າວເທີ້ນ ພຣະເຈົ້າແຫ່ງສະຫງ່າຣາສີໄດ້ປາກົດແກ່ອັບຣາຮາມ ບັນພະບຸລຸດຂອງພວກເຮົາ ເມື່ອເພິ່ນຍັງຢູ່ທີ່ເມໂຊໂປຕາເມຍ ກ່ອນທີ່ເພິ່ນໄດ້ໄປອາໄສຢູ່ໃນເມືອງຮາຣານ
“ຖ້າຄົນຮັບໃຊ້ຊາຍຍິງຜູ້ໜຶ່ງປົບໜີຈາກນາຍຂອງຕົນ ແລະມາຂໍການຄຸ້ມຄອງຈາກພວກເຈົ້າ ຢ່າໄດ້ສົ່ງລາວກັບຄືນໄປ.