2 ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາພວກຂ້ານ້ອຍດ້ວຍເຖີດ. ພວກຂ້ານ້ອຍຂໍຝາກຄວາມຫວັງໄວ້ກັບພຣະອົງ. ຈົ່ງປົກປ້ອງພວກຂ້ານ້ອຍແຕ່ລະວັນ ແລະຊ່ວຍເຫລືອພວກຂ້ານ້ອຍໃນເວລາເດືອດຮ້ອນດ້ວຍເຖີດ.
ດັ່ງຄົນຮັບໃຊ້ຜູ້ໜຶ່ງເພິ່ງພາອາໄສນາຍຂອງຕົນ ດັ່ງສາວໃຊ້ຜູ້ໜຶ່ງເພິ່ງອີງນາຍຍິງຂອງຕົນນັ້ນ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ຈະແນມຫາຈົນພຣະເມດຕາມາຮອດ.
ທຸກໆເຊົ້າໂຜດເຕືອນເຖິງຄວາມຮັກອັນໝັ້ນຄົງ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງແລ້ວ. ຄຳພາວັນນາອະທິຖານຂອງຂ້ານ້ອຍກໍຂຶ້ນໄປຮອດພຣະອົງ ໂຜດຊີ້ທາງແກ່ຂ້ານ້ອຍເພື່ອກ້າວເດີນໄປດ້ວຍ.
ຜູ້ທີ່ວາງໃຈໃນພຣະອົງຈະບໍ່ພ່າຍແພ້ເລີຍ ແຕ່ຜູ້ທີ່ກະບົດຕໍ່ສູ້ພຣະອົງນັ້ນຈະໄດ້ຮັບຄວາມອັບອາຍ.
ພຣະເຈົ້າຢາເວຊົງເປັນຄວາມສະຫວ່າງ ແລະເປັນຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ຢ້ານກົວຜູ້ໃດທັງນັ້ນ ພຣະເຈົ້າຢາເວຊົງຄຸ້ມຄອງຂ້ານ້ອຍຈາກອັນຕະລາຍທຸກຢ່າງ ແລະຂ້ານ້ອຍກໍຈະບໍ່ຢ້ານກົວແຕ່ປະການໃດທັງສິ້ນ.
ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ ດຳລົງຢູ່ນຳພວກຂ້ານ້ອຍ ໃຫ້ສົມກັບວ່າໃນພຣະອົງ ພວກຂ້ານ້ອຍມີຄວາມຫວັງຢູ່.
ຄົນຊອບທຳນັ້ນພຣະເຈົ້າຢາເວຊ່ວຍໃຫ້ພົ້ນໄພ ແລະຄຸ້ມຄອງພວກເຂົາໃນຄາວເດືອດຮ້ອນ.
ພຣະເຈົ້າເປັນທີ່ກຳບັງແລະກຳລັງຂອງພວກຂ້ານ້ອຍ ພຣະອົງພ້ອມຊ່ວຍເຫຼືອໃນຄາວພວກຂ້ານ້ອຍຍາກລຳບາກ.
ພຣະເຈົ້າຢູ່ໃນນະຄອນນັ້ນ ແລະນະຄອນນັ້ນຈະບໍ່ຖືກທຳລາຍເລີຍ ພຣະເຈົ້າຈະມາຊ່ວຍເມືອງນີ້ໄວ້ໃນຕອນເຊົ້າມືດ.
ເມື່ອເຈົ້າຖືກເດືອດຮ້ອນ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ແລະເຈົ້າກໍຈະຍ້ອງຍໍສັນລະເສີນເຮົາ.”
ຂໍຊົງໂຜດຊ່ວຍເຫຼືອພວກຂ້ານ້ອຍໃນການຕໍ່ສູ້ສັດຕູແດ່ທ້ອນ ເພາະການຊ່ວຍເຫຼືອຂອງມະນຸດນັ້ນໃຊ້ການຫຍັງບໍ່ໄດ້ເລີຍ.
ຂ້ານ້ອຍລໍຄອຍດ້ວຍຄວາມອົດທົນຢ່າງຈົດຈໍ່ໃຫ້ພຣະເຈົ້າຊ່ວຍໃຫ້ພົ້ນໄພ ແລະເພິ່ງພາອາໄສພຣະອົງແຕ່ອົງດຽວເທົ່ານັ້ນ.
ຂ້ານ້ອຍເພິ່ງພຣະເຈົ້າແຕ່ພຽງອົງດຽວ ເພາະຄວາມຫວັງຂອງຂ້ານ້ອຍມາຈາກພຣະອົງ.
ຈົ່ງໄວ້ວາງໃຈໃນພຣະເຈົ້າໄດ້ທຸກເວລາ ປະຊາຊົນຂອງຂ້ອຍເອີຍ. ຈົ່ງທູນຄວາມເດືອດຮ້ອນທຸກຢ່າງໃຫ້ພຣະອົງຟັງ ເພາະພຣະອົງເປັນທີ່ເພິ່ງຂອງພວກເຮົາ.
ບັດນີ້ ໂຜດປະທານຄວາມສຸກແກ່ພວກຂ້ານ້ອຍ ໃຫ້ສົມກັບຄວາມໂສກເສົ້າທີ່ພວກຂ້ານ້ອຍໄດ້ຮັບດ້ວຍ ຕາມໄລຍະເວລາແຫ່ງປີທັງຫຼາຍ ທີ່ພວກຂ້ານ້ອຍຈົມຢູ່ໃນຄວາມທຸກລຳບາກ.
ເຮົາຈະຂານຕອບເມື່ອພວກເຂົາເອີ້ນຫາເຮົາ ເຮົາຈະຢູ່ນຳເມື່ອພວກເຂົາເດືອດຮ້ອນ. ເຮົາຈະຊ່ວຍກູ້ເອົາພວກເຂົາໃຫ້ພົ້ນໄພ ທັງຈະໃຫ້ຍົດສັກແກ່ເຂົາເຈົ້າດ້ວຍ.
ສະນັ້ນ ໂມເຊຈຶ່ງເດ່ມືຂອງຕົນອອກສູ່ທະເລ ແລະແຕ່ເຊົ້າໆ ນໍ້າກໍໄດ້ໄຫລກັບຄືນເຂົ້າສູ່ລະດັບເດີມ. ຊາວເອຢິບພະຍາຍາມແລ່ນໜີເອົາຕົວລອດ ແຕ່ພຣະເຈົ້າຢາເວໄດ້ໂຍນພວກເຂົາຈົມລົງໃນທະເລ.
ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ.
ຄົນຍາກຈົນຂາດທີ່ເພິ່ງໄດ້ປົບມາຫາພຣະອົງ ແລະໄດ້ມີຄວາມປອດໄພໃນຄາວເດືອດຮ້ອນ. ພຣະອົງໄດ້ໃຫ້ພວກເຂົາມີບ່ອນຊົ້ນຈາກພະຍຸຮ້າຍ ແລະໃຫ້ເພິ່ງໃນຮົ່ມຈາກແສງແດດຮ້ອນ. ເຫຼົ່າສັດຕູຜູ້ໂຫດຮ້າຍກໍໄດ້ມາໂຈມຕີ ດັ່ງກັບພະຍຸຮ້າຍໂຈມຕີຍາມລະດູໜາວ
ໃນວັນນັ້ນ ພວກເຂົາກໍຈະເວົ້າວ່າ, “ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ ພວກຂ້ານ້ອຍລໍຄອຍພຣະອົງ; ສະນັ້ນ ພຣະອົງຈຶ່ງຊ່ວຍເອົາພວກຂ້ານ້ອຍໄວ້. ພຣະອົງແມ່ນພຣະເຈົ້າຢາເວ ອົງທີ່ພວກຂ້ານ້ອຍລໍຄອຍພຣະອົງ; ພວກຂ້ານ້ອຍຊົມຊື່ນຍິນດີແລະມີຄວາມສຸກຫລາຍ ໃນການຊ່ວຍໃຫ້ພົ້ນຂອງພຣະອົງ.”
ຂ້າແດ່ພຣະເຈົ້າຢາເວ ພຣະອົງລົງໂທດຄົນຂອງພຣະອົງ ພວກເຂົາໄດ້ພາວັນນາອະທິຖານດ້ວຍຈິດໃຈທີ່ເຈັບປວດ.
ຂ້ແດ່ພຣະເຈົ້າຢາເວ ໃນທາງແຫ່ງການຕັດສິນຂອງພຣະອົງ ພວກຂ້ານ້ອຍລໍຄອຍພຣະອົງ; ໂດຍນາມຊື່ອັນເປັນທີ່ລະນຶກຂອງພຣະອົງ ແມ່ນຈິດໃຈທີ່ປາຖະໜາຂອງພວກຂ້ານ້ອຍ.
ພວກເຂົາໄດ້ນຳຖ້ອຍຄຳໄປບອກເອຊາຢາດັ່ງນີ້: “ມື້ນີ້ແມ່ນມື້ທີ່ພວກເຮົາເປັນທຸກໃຈຫລາຍ; ພວກເຮົາໄດ້ຮັບໂທດໜັກ ແລະໄດ້ຮັບຄວາມອັບອາຍຂາຍໜ້າ. ພວກເຮົາເປັນຄືແມ່ຍິງທີ່ກຳລັງຈະອອກລູກ, ແຕ່ອ່ອນເພຍເກີນກວ່າທີ່ຈະເບັ່ງລູກອອກໄດ້.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວຈະມາປົກຄອງດ້ວຍຣິດທານຸພາບຍິ່ງໃຫຍ່ ໂດຍນຳຄົນທີ່ພຣະອົງໄດ້ຊ່ວຍກູ້ເອົາມາພ້ອມ.
ເຮົາຈະມາໃນໄວໆເພື່ອຊ່ວຍເອົາພວກເຂົາໃຫ້ພົ້ນ; ເວລາແຫ່ງໄຊຊະນະຂອງເຮົາກໍມາໃກ້ແລ້ວ. ຝ່າຍເຮົາເອງນັ້ນຈະປົກຄອງຊົນຊາດທັງຫລາຍ ບັນດາປະເທດທີ່ຫ່າງໄກຕ່າງກໍລໍຄອຍຖ້າ. ພວກເຂົາທັງໝົດຄອຍຖ້າການມາຂອງເຮົາ ດ້ວຍຄວາມຫວັງໃຫ້ເຮົາຊ່ວຍພວກເຂົາໃຫ້ພົ້ນ.
ພຣະອົງບໍ່ພໍໃຈຫລາຍ ທີ່ເຫັນຄົນຖືກກົດຂີ່ບໍ່ໄດ້ຮັບການຊ່ວຍເຫລືອໃນທີ່ນັ້ນ. ດັ່ງນັ້ນ ພຣະອົງຈະໃຊ້ຣິດອຳນາດຂອງພຣະອົງເອງຊ່ວຍກູ້ເອົາພວກເຂົາ ເພື່ອຊີງເອົາໄຊຊະນະ.
ພຣະເຈົ້າຢາເວລີ້ພຣະອົງເອງຈາກປະຊາຊົນຂອງພຣະອົງ ແຕ່ຂ້າພະເຈົ້າໄວ້ວາງໃຈໃນພຣະອົງ ແລະມອບຄວາມຫວັງໄວ້ໃນພຣະອົງ.
ຄວາມຫວັງອັນດຽວຂອງອິດສະຣາເອນຄືພຣະອົງ ພຣະອົງເປັນຜູ້ຊ່ວຍພວກຂ້ານ້ອຍໃນເວລາຖືກຂັດສົນ. ເປັນຫຍັງພຣະອົງຈຶ່ງເຮັດຄືກັບຄົນຕ່າງດ້າວນໍ ດັ່ງນັກທ່ອງທ່ຽວທີ່ແວ່ຢາມພຽງຄືນດຽວເທົ່ານັ້ນ?
ຊຶ່ງທຸກໆເຊົ້າກໍສົດຊື່ນເບີກບານ ແລະແນ່ນອນເໝືອນດັ່ງຕາເວັນຂຶ້ນ.
ຈົ່ງກັບຄືນມາຫາພຣະເຈົ້າຢາເວສາ ແລະພາວັນນາອະທິຖານຫາພຣະອົງດັ່ງນີ້: “ຂໍໂຜດອະໄພການບາບທຸກຢ່າງຂອງພວກຂ້ານ້ອຍ ແລະຮັບເອົາຄຳພາວັນນາອະທິຖານຂອງພວກຂ້ານ້ອຍດ້ວຍ ແລ້ວພວກຂ້ານ້ອຍກໍຈະສັນລະເສີນພຣະອົງຕາມທີ່ໄດ້ສັນຍາໄວ້.