Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 33:13 - ພຣະຄຳພີສັກສິ

13 ຈົ່ງ​ໃຫ້​ຄົນ​ທີ່​ຢູ່​ໄກ ແລະ​ຢູ່​ໃກ້​ໄດ້ຍິນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ; ແລະ​ຈົ່ງ​ໃຫ້​ຮັບຮູ້​ຣິດເດດ​ຂອງເຮົາ.”

Uka jalj uñjjattʼäta Copia luraña




ເອຊາຢາ 33:13
21 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ຊົນຊາດ​ຂອງ​ພຣະອົງ​ໄດ້​ເຂັ້ມແຂງ​ຂຶ້ນ​ອີກ​ໃໝ່ ເພື່ອ​ປະຊາຊົນ​ທັງປວງ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ຄື​ຊາດ​ອິດສະຣາເອນ ພວກ​ທີ່ຮັກຍິ່ງ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ພຣະນາມ​ຂອງ​ພຣະອົງ​ດັງ​ໄປ​ສຸດປາຍ​ແຜ່ນດິນ​ໂລກ ຍ້ອນ​ຄົນ​ທຸກໆ​ບ່ອນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ພຣະອົງ​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ​ຍິ່ງ


ຂ້າແດ່​ພຣະເຈົ້າຢາເວ ປະຊາຊົນ​ຊາວ​ພູເຂົາ​ຊີໂອນ​ຍິນດີ ແລະ​ເມືອງ​ຕ່າງໆ​ໃນ​ຢູດາຍ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ. ຍ້ອນ​ການຕັດສິນ​ຂອງ​ພຣະອົງ​ຍຸດຕິທຳ.


ເມື່ອ​ຊົນຊາດ​ທັງຫລາຍ​ໄດ້ຍິນ​ເລື່ອງ ກໍ​ແຕກຕື່ນ​ຕົກໃຈ​ກົວ; ຄວາມ​ຢ້ານກົວ​ອັນ​ໃຫຍ່ຫລວງ ໄດ້​ຄວບຄຸມ​ຊາວ​ຟີລິດສະຕິນ​ໄວ້.


ຈົ່ງ​ຟັງ​ເດີ ໝົດ​ທຸກຄົນ​ທີ່​ຢູ່​ໃນ​ໂລກນີ້ ຈົ່ງ​ເບິ່ງ​ທຸງໄຊ​ອັນ​ເປັນ​ສັນຍານ​ທີ່​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ຈອມ​ພູເຂົາ ຈົ່ງ​ຟັງ​ສຽງ​ເປົ່າ​ເຂົາສັດ


ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍໂຜດ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ອົງດຽວ​ແຕ່​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.”


ບັນດາ​ຊົນຊາດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ປະຊາຊົນ​ໃນ​ດິນແດນ​ຫ່າງໄກ​ອອກ​ໄປ​ພຸ້ນ ພຣະເຈົ້າຢາເວ​ເລືອກ​ຂ້ອຍ​ໄວ້​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່.


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.


ຝ່າຍ​ບັນດາ​ພວກ​ຜູ້ປົກຄອງ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄົນອື່ນໆ ຕ່າງ​ກໍ​ເບິ່ງ​ຊາຍ​ສາມ​ຄົນ​ນີ້; ພວກເຂົາ​ບໍ່ໄດ້​ຮັບ​ບາດເຈັບ​ຍ້ອນ​ໄຟ​ນັ້ນ​ເລີຍ. ຜົມ​ກໍ​ບໍ່​ຖືກ​ໄຟ​ໄໝ້, ເຄື່ອງນຸ່ງ​ກໍ​ບໍ່​ຖືກ​ໄຟ​ໄໝ້ ແລະ​ໃນ​ຕົວ​ຂອງ​ພວກເຂົາ​ກໍ​ບໍ່ມີ​ກິ່ນ​ຄວັນໄຟ​ເລີຍ.


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka