Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 33:12 - ພຣະຄຳພີສັກສິ

12 ພວກເຈົ້າ​ຈະ​ໝຸ່ນ​ໝົດ​ດັ່ງ​ຫີນ​ທີ່​ຖືກ​ເຜົາ​ເພື່ອ​ຈະ​ເອົາ​ໄປ​ເຮັດ​ປູນຂາວ ດັ່ງ​ໜາມ​ທີ່​ຖືກ​ເຜົາ​ເປັນ​ຂີ້ເຖົ່າ.

Uka jalj uñjjattʼäta Copia luraña




ເອຊາຢາ 33:12
8 Jak'a apnaqawi uñst'ayäwi  

ພວກເຂົາ​ບຸກໂຈມຕີ​ຂ້ານ້ອຍ​ດັ່ງ​ຝູງ​ເຜິ້ງ​ຫຸ້ມ​ໂຈມຕີ ແຕ່​ພວກເຂົາ​ຖືກ​ດັບ​ຊີວີ​ຢ່າງ​ວ່ອງໄວ​ໝົດສິ້ນ ຄື​ຖືກ​ດັບສູນ​ໄປ​ກ້ຽງ​ດັ່ງ​ຫຍ້າແຫ້ງ​ທີ່​ຖືກ​ໄຟ ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າ​ອົງ​ເປັນ​ແສງແຈ້ງ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ໄຟ​ນັ້ນ. ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ແປວໄຟ​ນັ້ນ ຊຶ່ງ​ຈະ​ເຜົາຜານ​ທຸກໆ​ສິ່ງ​ພາຍ​ໃນ​ວັນ​ດຽວ​ເທົ່ານັ້ນ ແມ່ນແຕ່​ຕົ້ນໜາມ​ກັບ​ພຸ່ມໜາມ​ກໍດີ.


ເຮົາ​ຈະ​ບໍ່​ໂກດຮ້າຍ​ຕໍ່​ສວນອະງຸ່ນ​ຂອງເຮົາ​ອີກ​ຕໍ່ໄປ. ຖ້າ​ກົກ​ໜາມ​ໃຫຍ່ນ້ອຍ​ເກີດຂຶ້ນ​ມາ​ຕໍ່ສູ້ ເຮົາ​ກໍ​ຈະ​ເຜົາ​ໃຫ້​ສິ້ນຊາກ​ໄປ.


ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ເຫຼົ່ານີ້​ໄດ້​ລຸກ​ຂຶ້ນ​ເປັນ​ແປວໄຟ ລາມ​ໄປ​ທຳລາຍ​ພຸ່ມໄມ້​ໃຫຍ່​ແລະ​ນ້ອຍ​ຖິ້ມ. ມັນ​ຈະ​ໄໝ້​ລາມ​ເປັນ​ແຖວ​ດັ່ງ​ໄຟ​ໄໝ້​ປ່າ​ທີ່​ມີ​ຄວັນ​ໃຫຍ່​ພຸ່ງ​ຂຶ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ໂມອາບ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຜົາ​ກະດູກ​ຂອງ​ກະສັດ​ແຫ່ງ​ເອໂດມ ຈົນ​ເປັນ​ຂີ້ເຖົ່າ​ຢ່າງ​ບໍ່​ໃຫ້​ການ​ນັບຖື.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka