Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 32:9 - ພຣະຄຳພີສັກສິ

9 ບັນດາ​ຜູ້ຍິງ​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກ່າວ.

Uka jalj uñjjattʼäta Copia luraña




ເອຊາຢາ 32:9
15 Jak'a apnaqawi uñst'ayäwi  

ດົນນານ​ແລ້ວ​ທີ່​ຖືກ​ເຍາະເຍີ້ຍ​ຈາກ​ຄົນຮັ່ງມີ ແລະ​ຖືກ​ດູໝິ່ນ​ຈາກ​ຄົນ​ກົດຂີ່​ທີ່​ຈອງຫອງ​ດ້ວຍ.


ຈົ່ງ​ຫງ່ຽງຫູ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ກ່າວ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ບອກ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງດູ ຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ອວດອົ່ງ​ຈອງຫອງ​ສໍ່າໃດ ພວກເຂົາ​ຍ່າງ​ເບີດ​ຈົນ​ດັງ​ຕັ້ງຊື່. ພວກເຂົາ​ມັກ​ທ່ຽວ​ເລາະ​ຫລິ້ນ​ສະເໝີ​ໂດຍ​ຍ່າງ​ບາດກ້າວ​ອັນ​ຜ່າເຜີຍ ຈົນ​ປອກຕີນ​ດັງ​ເປັນ​ຈັງຫວະ.


ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ທີ່​ເທິງ​ພູເຂົາ​ຊີໂອນ​ວ່າ, “ພວກເຮົາ​ຖືກ​ອັບອາຍ​ທີ່ສຸດ ໄພພິບັດ​ມາຮອດ ພວກເຮົາ​ຈຳ​ຕ້ອງ​ໜີ​ຈາກ​ດິນແດນ​ຂອງ​ພວກເຮົາ​ໄປ ບ້ານເຮືອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ລົງ​ກ້ຽງ.”


ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.


ຄົນ​ທີ່​ເຄີຍ​ກິນ​ອາຫານ​ອັນ​ດີ​ນັ້ນ ກໍ​ຕາຍຫິວ​ຢູ່​ຕາມ​ຖະໜົນ​ຫົນທາງ ຄົນ​ທີ່​ໃຫຍ່ຂຶ້ນ​ມາ​ຢ່າງ​ຟຸມເຟືອຍ ກໍ​ຄົ້ນ​ກິນ​ອາຫານ​ໃນ​ກອງ​ຂີ້ເຫຍື້ອ.


ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ​ກັບ​ເມືອງ​ທີ່​ອວດດີ​ອວດເກັ່ງ​ເຖິງ​ກຳລັງ​ຂອງ​ຕົນເອງ ແລະ​ທັງ​ຄິດວ່າ​ຕົນ​ປອດໄພ​ແລ້ວ. ຊາວ​ເມືອງ​ຄິດວ່າ ເມືອງ​ຂອງ​ພວກຕົນ​ນັ້ນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ. ມັນ​ຈະ​ກາຍເປັນ​ເມືອງ​ທີ່​ເປົ່າປ່ຽວ ຄື​ຈະ​ເປັນ​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ພັກຜ່ອນ. ທຸກໆຄົນ​ທີ່​ຍ່າງ​ກາຍ​ໄປມາ​ກໍ​ຈະ​ຢ້ານກົວ​ຈົນ​ຂົນ​ລຸກ.


ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”


ແມ່ນແຕ່​ຍິງ​ຜູ້​ດີ​ມີ​ຖານະ​ສູງ​ທີ່​ລໍ້າລວຍ​ຮັ່ງມີ ແລະ​ບໍ່ເຄີຍ​ຍ່າງ​ໄປມາ​ໃສ​ໂດຍ​ຕົນເອງ​ຈັກເທື່ອ ກໍ​ຈະ​ປະພຶດ​ແບບ​ດຽວ​ກັນ. ເມື່ອ​ສັດຕູ​ປິດລ້ອມ​ເມືອງ​ຂອງ​ນາງ​ຢູ່​ນັ້ນ ນາງ​ຈະ​ກາຍເປັນ​ຄົນ​ໝົດ​ຫວັງ ເພາະ​ຂາດ​ອາຫານ​ການກິນ ຈົນ​ຕ້ອງ​ລີ້​ກິນ​ລູກ​ຂອງ​ຕົນເອງ​ທີ່​ຫາ​ກໍ​ເກີດ​ໃໝ່ໆ ຕະຫລອດ​ທັງ​ສາຍແຮ່​ດ້ວຍ. ນາງ​ຈະ​ບໍ່​ຍອມ​ແບ່ງປັນ​ໃຫ້​ຜົວ​ທີ່ຮັກ​ແລະ​ລູກ​ຄົນອື່ນໆ​ຂອງຕົນ​ກິນ​ນຳ.


ເມື່ອ​ໂຢທາມ​ໄດ້ຍິນ​ເລື່ອງນີ້ ລາວ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຈອມພູ​ເກຣີຊິມ ແລະ​ຢືນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ຊາວ​ຊີເຄມ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ຂ້ອຍ​ເທີ້ນ ແລະ​ພຣະເຈົ້າ​ອາດ​ຈະ​ຟັງ​ພວກເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka