7 ຄົນໂງ່ຈ້ານັ້ນຊົ່ວຊ້າ ແລະເຮັດແຕ່ສິ່ງທີ່ບໍ່ດີ; ລາວວາງແຜນລ້າງຜານຄົນຍາກຈົນ ໂດຍເວົ້າຕົວະແລະກີດກັ້ນພວກເຂົາ ບໍ່ໃຫ້ໄດ້ຮັບສິດທິທີ່ພວກເຂົາຄວນໄດ້ຮັບ.
ຄົນຊົ່ວຮ້າຍຄອຍຖ້າສັງຫານຂ້ານ້ອຍເລື້ອຍໄປ ແຕ່ຂ້ານ້ອຍໄດ້ຕຶກຕອງເຖິງກົດບັນຍັດຂອງພຣະອົງ.
ບັນດາຜູ້ນຳຂອງພວກເຈົ້າເປັນກະບົດ ແລະເປັນເພື່ອນຂອງບັນດານັກປຸ້ນ; ພວກເຂົາຮັບເອົາຂອງຂວັນແລະສິນຈ້າງລາງວັນເປັນປະຈຳ. ພວກເຂົາບໍ່ເຄີຍເວົ້າຕາງເດັກກຳພ້າໃນສານ ຫລືຟັງຄຳໃຫ້ການຂອງແມ່ໝ້າຍ ເມື່ອພວກເຂົາມີຄະດີ.
ເພິ່ນຈະຕັດສິນຄົນທຸກລຳບາກຢ່າງຍຸດຕິທຳ ແລະປ້ອງກັນສິດທິຂອງຜູ້ທີ່ຕໍ່າຕ້ອຍ. ເມື່ອເພິ່ນສັ່ງແລ້ວຄົນຈະຕ້ອງໄດ້ຮັບໂທດກຳ ແລະຄົນກະທຳການຊົ່ວຮ້າຍຕ່າງກໍຈະຕາຍໄປສິ້ນ.
ເຖິງວ່າພຣະອົງເມດຕາຕໍ່ຄົນຊົ່ວຮ້າຍກໍຕາມ ພວກເຂົາກໍບໍ່ເຄີຍຮຽນຮູ້ທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ. ເຖິງວ່າບ່ອນນີ້ຈະເປັນດິນແດນ ບ່ອນທີ່ຄົນຊອບທຳອາໄສຢູ່ກໍຕາມ; ພວກເຂົາກໍຍັງເຮັດໃນສິ່ງທີ່ຜິດພາດສະເໝີມາ ພວກເຂົາບໍ່ຍອມຮັບຮູ້ຄວາມຍິ່ງໃຫຍ່ຂອງພຣະເຈົ້າຢາເວ.
ພຣະເຈົ້າຈະທຳລາຍພວກທີ່ໃສ່ຮ້າຍປ້າຍສີຄົນອື່ນ, ພວກທີ່ປົກປ້ອງຜູ້ຂ້າຄົນບໍ່ໃຫ້ຖືກໂທດ ແລະພວກທີ່ເວົ້າຕົວະເພື່ອບໍ່ໃຫ້ຄົນສັດຊື່ໄດ້ຮັບຄວາມຍຸດຕິທຳ.
ແຕ່ຍ້ອນສິນຈ້າງລາງວັນ ພວກເຈົ້າປ່ອຍໃຫ້ຄົນຜິດໜີໄປລ້າໆ ແລະບໍ່ໃຫ້ຄວາມຍຸດຕິທຳແກ່ຄົນບໍ່ມີຄວາມຜິດ.
ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
ຄວາມຍຸດຕິທຳນັ້ນ ແມ່ນແຕ່ໜ້ອຍດຽວກໍບໍ່ມີເລີຍ ແລະຄົນທີ່ຢາກເຊົາເຮັດຊົ່ວກໍເປັນເຫຍື່ອຂອງອາຊະຍາກຳ.” ເມື່ອພຣະເຈົ້າຢາເວຮູ້ເຫັນເລື່ອງນີ້ ພຣະອົງກໍບໍ່ພໍໃຈເລີຍທີ່ບໍ່ເຫັນຄວາມຍຸດຕິທຳເກີດມີຂຶ້ນ.
ພຣະວິນຍານຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າໄດ້ສະຖິດກັບເຮົາ. ເພາະພຣະເຈົ້າຢາເວໄດ້ຫົດສົງແຕ່ງຕັ້ງເຮົາໄວ້ ເພື່ອນຳເອົາຂ່າວປະເສີດໄປສູ່ຜູ້ຍາກຈົນ ເພື່ອປິ່ນປົວຄົນລະທົມໃຈແລະຊອກຊໍ້າ ເພື່ອປະກາດການປົດປ່ອຍແກ່ຊະເລີຍເສິກ ແລະເສລີພາບແກ່ຜູ້ທີ່ຖືກຂັງຄຸກ.
ແລ້ວປະຊາຊົນກໍໄດ້ເວົ້າວ່າ, “ໃຫ້ພວກເຮົາກຳຈັດເຢເຣມີຢາສາເທາະ ພວກເຮົາມີພວກປະໂຣຫິດໃຫ້ຄຳແນະນຳ, ມີພວກນັກປາດໃຫ້ຄຳປຶກສາ ແລະມີພວກຜູ້ທຳນວາຍ ປະກາດຖ້ອຍຄຳຂອງພຣະເຈົ້າຢູ່ສະເໝີ. ໃຫ້ພວກເຮົາຫາເລື່ອງໃສ່ລາວ ແລະຢ່າຟັງສິ່ງທີ່ລາວເວົ້ານັ້ນ.”
ຫລາຍຄົນຈະຖືກຊຳລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກມີປັນຍາເທົ່ານັ້ນ ທີ່ຈະເຂົ້າໃຈ.
ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດ ພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ.
ປະຊາຊົນເຫຼົ່ານີ້ ຕ້ອງການຜູ້ທຳນວາຍທີ່ທ່ຽວໄປມາເວົ້າຕົວະ ແລະຫລອກລວງໂດຍເວົ້າວ່າ, ‘ຂ້ອຍຂໍທຳນວາຍວ່າ ເຫຼົ້າອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ.’
ແລະວາງແຜນກົນອຸບາຍຈັບພຣະເຢຊູເຈົ້າ ເພື່ອເອົາພຣະອົງໄປຂ້າ.