5 ບໍ່ມີຜູ້ໃດເລີຍທີ່ຈະຄິດຍົກຍ້ອງຄົນໂງ່ຈ້າຫລືຈະເວົ້າວ່າ, ຄົນອັນທະພານມີໃຈສັດຊື່.
ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ ແຕ່ໃຫ້ກຽດຄົນທີ່ຢຳເກງພຣະເຈົ້າຢາເວ. ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີ ເຖິງວ່າຕົນຈະເປັນຝ່າຍເສຍຜົນປະໂຫຍດກໍຕາມ.
ຄົນໂງ່ຈ້ານັ້ນຊົ່ວຊ້າ ແລະເຮັດແຕ່ສິ່ງທີ່ບໍ່ດີ; ລາວວາງແຜນລ້າງຜານຄົນຍາກຈົນ ໂດຍເວົ້າຕົວະແລະກີດກັ້ນພວກເຂົາ ບໍ່ໃຫ້ໄດ້ຮັບສິດທິທີ່ພວກເຂົາຄວນໄດ້ຮັບ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເອີ້ນສິ່ງທີ່ດີວ່າເປັນສິ່ງທີ່ຊົ່ວ ແລະເອີ້ນສິ່ງທີ່ຊົ່ວວ່າເປັນສິ່ງທີ່ດີ. ພວກເຈົ້າປ່ຽນມືດເປັນແຈ້ງ ແລະແຈ້ງເປັນມືດ. ພວກເຈົ້າເຮັດສິ່ງທີ່ຂົມໃຫ້ເປັນຫວານ ແລະສິ່ງທີ່ຫວານໃຫ້ເປັນຂົມ.
ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຄົນຊອບທຳແລະຄົນອະທຳ ແລະລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”
ຂໍຢ່າໄດ້ຖືຊານຳນາບານຄົນທີ່ບໍ່ມີຫຍັງດີຜູ້ນີ້ເລີຍ ລາວສົມຊື່ລາວນັ້ນແຫຼະ ຄືຄົນໂງ່ຈ້າ ທ່ານເອີຍ ຕອນທີ່ທ່ານໃຊ້ຄົນໄປນັ້ນຂ້ານ້ອຍບໍ່ຢູ່.