4 ພວກເຂົາຈະບໍ່ຂາດຄວາມອົດທົນອີກຕໍ່ໄປ ແຕ່ພວກເຂົາຈະດຳເນີນການດ້ວຍຄວາມເຂົ້າໃຈ ແລະເວົ້າຈາຢ່າງກົງໄປກົງມາ.
ພຣະເຈົ້າຢາເວໄດ້ຖາມໂມເຊວ່າ, “ໃຜສ້າງປາກມະນຸດ? ໃຜເຮັດໃຫ້ມະນຸດປາກກືກຫູໜວກ? ໃຜເຮັດໃຫ້ມະນຸດຕາບອດແລະຕາດີ? ແມ່ນເຮົາເອງຄືພຣະເຈົ້າຢາເວ.
ສ່ວນປາກນ້ອງນັ້ນເຮັດໃຫ້ອ້າຍຊາບຊຶ້ງ ເໝືອນດັ່ງເຫຼົ້າອະງຸ່ນຊັ້ນດີຢູ່ໃນປາກ. ຖ້າດັ່ງນັ້ນ ຂໍໃຫ້ເຫຼົ້າອະງຸ່ນໄຫລສູ່ຄົນຮັກຂ້ອຍໂດຍກົງ ໂດຍໃຫ້ໄຫລຕົງໄປສູ່ຮີມສົບແລະສູ່ແຂ້ວດ້ວຍ.
ຄົນໂງ່ຈ້າຈະຮຽນຮູ້ເພື່ອເຂົ້າໃຈ ແລະຄົນມັກຈົ່ມກໍຈະຍິນດີຮັບຟັງຄຳບອກສອນ.”
ຈົ່ງບອກທຸກຄົນທີ່ຂາດຄວາມຊູໃຈໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະຢ່າສູ່ຢ້ານປະການໃດເລີຍ ພຣະເຈົ້າກຳລັງມາຊ່ວຍເອົາພວກເຈົ້າໃຫ້ພົ້ນ, ພຣະອົງກຳລັງມາແກ້ແຄ້ນສັດຕູຂອງພວກເຈົ້າ.”
ຄົນຕາບອດຈະເຫັນຮຸ່ງເມື່ອເຂົາແນມໄປມາ ຄົນຫູໜວກຈະໄດ້ຍິນເມື່ອເຂົາຟັງຄົນເວົ້າ.
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກາບທູນວ່າ, “ຂ້າແດ່ພຣະບິດາເຈົ້າ ຜູ້ເປັນເຈົ້າຂອງສະຫວັນແລະແຜ່ນດິນໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ທີ່ພຣະອົງໄດ້ປິດບັງສິ່ງເຫຼົ່ານີ້ໄວ້ຈາກຜູ້ສະຫລາດ ແລະຜູ້ມີສະຕິປັນຍາ, ແຕ່ຊົງເປີດເຜີຍແກ່ຜູ້ທີ່ບໍ່ໄດ້ຮຽນຮູ້.
ພຣະເຢຊູເຈົ້າກ່າວກັບເປໂຕວ່າ, “ຊີໂມນບາຣະໂຢນາເອີຍ ເຈົ້າກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
ບັນດາສະມາຊິກຂອງສະພາສູງສຸດຕ່າງກໍງຶດປະຫລາດໃຈ ເມື່ອເຫັນເປໂຕກັບໂຢຮັນມີຄວາມກ້າຫານເຊັ່ນນີ້ ແລະຮູ້ວ່າທ່ານທັງສອງເປັນຄົນສາມັນທຳມະດາ ແລະຂາດການສຶກສາ ພວກເຂົາຮູ້ວ່າທ່ານທັງສອງເຄີຍເປັນຜູ້ໃກ້ຊິດກັບພຣະເຢຊູເຈົ້າ.
ດັ່ງນັ້ນ ພຣະທຳຂອງພຣະເຈົ້າຈຶ່ງໄດ້ຈະເລີນຂຶ້ນ ສືບຕໍ່ແຜ່ຂະຫຍາຍອອກໄປ ຈຳນວນພວກສິດໃນນະຄອນເຢຣູຊາເລັມເພີ່ມທະວີຫລາຍຂຶ້ນ ແລະໄດ້ມີປະໂຣຫິດຫລາຍຄົນ ກໍໄດ້ຍອມເຊື່ອຟັງຕໍ່ຄວາມເຊື່ອນັ້ນ.
ພວກເຂົາພຽງແຕ່ໄດ້ຍິນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງພວກເຮົາ ມາບັດນີ້ໄດ້ປະກາດຂ່າວປະເສີດເລື່ອງຄວາມເຊື່ອ ຊຶ່ງຕົນໄດ້ເຄີຍທຳຮ້າຍແລ້ວນັ້ນ.”