ເອຊາຢາ 32:2 - ພຣະຄຳພີສັກສິ2 ແຕ່ລະຄົນໃນພວກເຂົານັ້ນ ຈະເປັນດັ່ງບ່ອນຊົ້ນຈາກລົມ ແລະບ່ອນຫລົບລີ້ຈາກພະຍຸ. ພວກເຂົາຈະເປັນດັ່ງສາຍນໍ້າທີ່ຫລັ່ງໄຫລຢູ່ໃນຖິ່ນແຫ້ງແລ້ງກັນດານ ດັ່ງຮົ່ມເງົາໂງ່ນຫີນໃຫຍ່ໃນດິນແດນທີ່ແຫ້ງແລ້ງ. Uka jalj uñjjattʼäta |
ພວກເຂົາເວົ້າກັບປະຊາຊົນຊາວຢູດາວ່າ, “ຈົ່ງບອກພວກເຮົາວ່າຄວນຈະເຮັດຢ່າງໃດດີ. ຂໍປົກປ້ອງພວກເຮົາໄວ້ດັ່ງຕົ້ນໄມ້ໃຫ້ຮົ່ມເຢັນ ໃນທ່າມກາງແສງແດດຂອງຕອນທ່ຽງດ້ວຍ; ແລະຂໍໃຫ້ພວກເຮົາໄດ້ພັກຜ່ອນຢູ່ໃຕ້ຮົ່ມຂອງພວກເຈົ້າເຖີດ. ພວກເຮົາເປັນຊາວອົບພະຍົບ ຂໍເຊື່ອງພວກເຮົາໄວ້ຢູ່ໃນບ່ອນທີ່ບໍ່ມີຜູ້ໃດຫາພົບໄດ້ແດ່.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.