Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 32:19 - ພຣະຄຳພີສັກສິ

19 ແຕ່​ໝາກເຫັບ​ຈະ​ຕົກ​ໃນ​ປ່າ ແລະ​ເມືອງ​ກໍ​ຈະ​ເພພັງ​ລົງ.

Uka jalj uñjjattʼäta Copia luraña




ເອຊາຢາ 32:19
24 Jak'a apnaqawi uñst'ayäwi  

ປ່າໄມ້ ແລະ​ທົ່ງໄຮ່​ທົ່ງນາ​ອັນ​ອຸດົມສົມບູນ​ຕ່າງໆ​ພຣະເຈົ້າຢາເວ​ຈະ​ທຳລາຍ​ກ້ຽງ ເໝືອນ​ດັ່ງ​ພະຍາດ​ອັນ​ຮ້າຍກາດ​ໄດ້​ທຳລາຍ​ມະນຸດ.


ຕົ້ນໄມ້​ພຽງ​ບໍ່​ທໍ່​ໃດ​ຕົ້ນ​ເທົ່ານັ້ນ​ຈະ​ເຫຼືອ​ຢູ່ ຊຶ່ງ​ແມ່ນແຕ່​ເດັກນ້ອຍ​ກໍ​ສາມາດ​ນັບ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ນຳ​ພວກເຂົາ​ມາ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກລົງ ດັ່ງ​ງ່າໄມ້​ຖືກ​ຕັດ​ຈາກ​ຕົ້ນ​ຂອງ​ມັນ. ພວກ​ທີ່​ຄຸຍໂມ້​ແລະ​ຖື​ຕົນ​ວ່າ​ຍິ່ງໃຫຍ່​ໃນ​ພວກເຂົາ ກໍ​ຈະ​ຖືກ​ປໍ້າ​ລົງ ແລະ​ຖືກ​ອັບອາຍ​ຂາຍໜ້າ.


ຢູ່​ໃນ​ເມືອງ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ໄປ​ໝົດ ແລະ​ຊາວ​ເມືອງ​ກໍ​ຢູ່​ໃນ​ເຮືອນ​ອັດ​ປະຕູ​ໃສ່​ໄລ​ໄວ້​ເພື່ອ​ຄວາມ​ປອດໄພ.


ເມືອງ​ຮົກຮ້າງ​ຫັກພັງ ແລະ​ປະຕູ​ເມືອງ​ກໍ​ເພພັງ​ລົງ.


ພຣະອົງ​ໄດ້​ປ່ຽນ​ເມືອງ​ຕ່າງໆ​ໃຫ້​ຮົກຮ້າງ​ເພພັງ ແລະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ເຂົາເຈົ້າ. ຜາສາດ​ຣາຊວັງ​ທີ່​ເຫຼົ່າ​ສັດຕູ​ໄດ້​ສ້າງ​ຂຶ້ນ​ມາ ກໍໄດ້​ສູນເສຍ​ຕະຫລອດໄປ​ສາ​ແລ້ວ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ ແລະ​ທຳລາຍ​ເມືອງ​ອັນ​ເຂັ້ມແຂງ​ຂອງ​ພວກເຂົາ​ຖິ້ມ ຄື​ເມືອງ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ຢູ່​ອາໄສ ແລະ​ທຳລາຍ​ໝຸ່ນ​ທະລາຍ​ໃຫ້​ເປັນ​ຂີ້ຝຸ່ນ.


ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ກໍ​ຮົກຮ້າງ​ເພພັງ ຂາດ​ຄົນ​ຢູ່​ອາໄສ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າແປນ. ມັນ​ກາຍເປັນ​ທົ່ງ​ທີ່​ສັດ​ພັກຜ່ອນ​ແລະ​ເລາະ​ກິນ​ຫຍ້າ.


ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ມີ​ຄົນ​ໜຶ່ງ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ ຕຽມພ້ອມ​ເພື່ອ​ໂຈມຕີ​ພວກເຂົາ ຄື​ຄົນ​ໜຶ່ງ​ທີ່​ຈະ​ມາ​ດັ່ງ​ພະຍຸ​ໝາກເຫັບ, ດັ່ງ​ຫ່າຝົນ ແລະ​ດັ່ງ​ນໍ້າ​ໄຫລເຊາະ​ຖ້ວມ​ລົ້ນ​ເຕັມ​ໄປ​ທົ່ວ​ດິນແດນ.


ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ດັ່ງ​ວິນຍານ ທີ່​ຍາດແຍ່ງ​ກັນ​ເວົ້າຈາ​ຈາກ​ພື້ນດິນ ສຽງດັງ​ອູດອີດ​ອອກ​ຈາກ​ຂີ້ຝຸ່ນ​ດິນ.


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.


ດັ່ງ​ນໍ້າ​ມາກ​ທີ່​ໄຫລ​ແຮງ ພຣະອົງ​ທຳລາຍ​ສັດຕູ ຂອງ​ພຣະອົງ​ໃຫ້​ດັບສູນສິ້ນ; ພວກ​ແຂງຂໍ້​ຕໍ່​ພຣະອົງ​ນັ້ນ​ກໍ​ຕົກ​ຖືກ​ຄວາມຕາຍ ທັງ​ຖືກ​ສົ່ງ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.


ຈົ່ງ​ຮ້ອງໄຫ້​ແລະ​ໄວ້ທຸກ​ເຖີດ ຕົ້ນ​ແປກເທດ​ເອີຍ ເພາະ​ຕົ້ນແປກ​ທັງຫລາຍ​ໄດ້​ລົ້ມລົງ​ເສຍ​ແລ້ວ; ຄື​ຕົ້ນໄມ້​ຕ່າງໆ​ທີ່​ມີ​ກຽດ​ເຫຼົ່ານັ້ນ​ນາ ຕ່າງ​ກໍ​ຖືກ​ທຳລາຍ​ລົງ​ຢ່າງ​ໝົດສິ້ນ​ເສຍແລ້ວ ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ເຖີດ ຕົ້ນ​ໂອກ​ແຫ່ງ​ບາຊານ​ເອີຍ ເພາະ​ປ່າ​ທີ່​ເຕັມ​ໄປ​ດ້ວຍ​ໄມ້​ກໍ​ຖືກ​ປໍ້າ​ລົງ​ເສຍ​ແລ້ວ


ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ກໍ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ, ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ເຈື່ອນ​ເພພັງ​ລົງ ເພາະ​ມັນ​ຖືກ​ສ້າງ​ຂຶ້ນ​ຢູ່​ເທິງ​ດານ​ຫີນ.”


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka