Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 32:15 - ພຣະຄຳພີສັກສິ

15 ແຕ່​ພຣະເຈົ້າ​ຈະ​ສົ່ງ​ພຣະວິນຍານ​ຂອງ​ພຣະອົງ​ມາ​ໃຫ້​ພວກເຮົາ​ອີກເທື່ອໜຶ່ງ. ດິນ​ທີ່​ປູກຝັງ​ບໍ່ໄດ້​ກໍ​ຈະ​ກາຍເປັນ​ດິນ​ທີ່​ປູກຝັງ​ໄດ້ ແລະ​ທົ່ງນາ​ກໍ​ຈະ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ອຸດົມສົມບູນ.

Uka jalj uñjjattʼäta Copia luraña




ເອຊາຢາ 32:15
29 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພຣະອົງ​ສົ່ງ​ວິນຍານ​ຂອງ​ພຣະອົງ​ອອກ​ໄປ ພວກມັນ​ກໍ​ຖືກ​ສ້າງ​ຂຶ້ນ​ມາ ແລະ​ພຣະອົງ​ກໍ​ປ່ຽນ​ໂສມໜ້າ​ຂອງ​ແຜ່ນດິນ​ໂລກ​ຄືນ​ໃໝ່.


ພຣະອົງ​ໄດ້​ເຮັດ​ໃຫ້​ແມ່ນໍ້າ​ບົກແຫ້ງ​ໝົດ ແລະ​ເຮັດ​ໃຫ້​ນໍ້າພຸ​ເຊົາ​ໄຫລ​ດ້ວຍ.


ພຣະອົງ​ໃຫ້​ມີ​ໜອງ​ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມີ​ນໍ້າບໍ່​ໄຫລ​ໃນ​ດິນ​ແຫ້ງແລ້ງ.


ຈົ່ງ​ຟັງ​ເມື່ອ​ເຮົາ​ກ່າວ​ຕັກເຕືອນ​ເຈົ້າ, ເຮົາ​ຈະ​ເທ​ຄວາມຄິດ​ອັນ​ດີ​ໃຫ້​ແກ່​ເຈົ້າ ແລະ​ແຈກຢາຍ​ຖ້ອຍຄຳ​ຂອງເຮົາ​ໃຫ້​ແກ່​ເຈົ້າ.


ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.


ມີ​ຄຳເວົ້າ​ຕໍ່ໆກັນ​ມາ​ວ່າ ອີກ​ບໍ່ດົນ​ປ່າໄມ້​ຈະ​ກາຍເປັນ​ທົ່ງນາ ແລະ​ທົ່ງນາ​ກໍ​ຈະ​ກາຍເປັນ​ປ່າໄມ້​ຄືນ.


ດິນ​ຊາຍ​ທີ່​ອົບເອົ້າ​ເຜົາໄໝ້​ຈະ​ກາຍເປັນ​ໜອງ ພື້ນທີ່​ອັນ​ແຫ້ງແລ້ງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນໍ້າພຸ. ບ່ອນໃດ​ທີ່​ໝາໄນ​ເຄີຍ​ຊົ້ນ ແລະ​ເຄີຍ​ຢູ່​ເຄີຍ​ອາໄສ ຕົ້ນຫຍ້າ​ແລະ​ຕົ້ນອໍ້​ຈະ​ໃຫຍ່​ຂຶ້ນ​ຕາມ​ໜອງ​ນໍ້າ.


ເຮົາ​ຈະ​ໃຫ້​ນໍ້າ​ແກ່​ດິນແດນ​ທີ່​ຫິວກະຫາຍ ຈະ​ໃຫ້​ມີ​ແມ່ນໍ້າ​ໄຫລ​ເທິງ​ພື້ນດິນ​ທີ່​ແຫ້ງແລ້ງ. ເຮົາ​ຈະ​ເທ​ຣິດອຳນາດ​ເທິງ​ລູກໆ​ທັງຫລາຍ​ຂອງ​ເຈົ້າ ແລະ​ເທ​ພອນ​ເຖິງ​ເຊື້ອສາຍ​ຂອງ​ພວກເຈົ້າ.


ເຮົາ​ຈະ​ສົ່ງ​ໄຊຊະນະ​ຈາກ​ຟ້າ​ສະຫວັນ​ມາ​ດັ່ງ​ຫ່າຝົນ ແຜ່ນດິນ​ໂລກ​ຈະ​ເປີດ​ປະຕູ​ຮັບ​ເອົາ​ໄວ້ ເບັ່ງບານ​ດ້ວຍ​ອິດສະຫລະພາບ​ກັບ​ຄວາມ​ຍຸດຕິທຳ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ.”


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ຝ່າຍ​ເຮົາ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ໄດ້​ມອບ​ພຣະວິນຍານ​ຂອງເຮົາ​ໃຫ້​ພວກເຈົ້າ ແລະ​ມອບ​ຂໍ້​ຄຳສັ່ງສອນ​ຂອງເຮົາ​ໃຫ້​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ຕັ້ງແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ພ້ອມ​ທັງ​ສັ່ງສອນ​ພວກ​ລູກຫລານ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ໃຫ້​ເຊື່ອຟັງ​ເຮົາ​ທຸກຍຸກ​ທຸກສະໄໝ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.


ແຕ່​ແລ້ວ​ພວກເຂົາ ກໍ​ລະນຶກເຖິງ​ອະດີດ ຄື​ສະໄໝ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລະ​ໄດ້​ຖາມ​ວ່າ, “ດຽວ​ນີ້​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ຊ່ວຍເຫລືອ​ພວກ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ທະເລ​ນັ້ນ​ຢູ່​ໃສ? ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ໃຫ້​ພຣະວິນຍານ​ແກ່​ໂມເຊ​ນັ້ນ​ຢູ່​ໃສ?


ເຮົາ​ຈະ​ເປົ່າ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຂົາ ເພື່ອ​ຈະ​ນຳ​ພວກເຂົາ​ໃຫ້​ຄືນ​ມີ​ຊີວິດ​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ​ແທ້ໆ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ຈະ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ມາ​ເທິງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ກໍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຂົາ​ຈັກເທື່ອ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ຝ່າຍ​ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ເທິງ​ພວກເຈົ້າ, ແຕ່​ພວກເຈົ້າ​ຕ້ອງ​ເຝົ້າ​ຄອຍ​ຢູ່​ໃນ​ນະຄອນ ຈົນກວ່າ​ຣິດອຳນາດ​ຈາກ​ເບື້ອງ​ເທິງ​ລົງ​ມາ​ເທິງ​ພວກເຈົ້າ.”


ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ​ໝາຍ​ເຖິງ​ພຣະວິນຍານ ຊຶ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ ໃນ​ເວລາ​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ ຍັງ​ບໍ່ໄດ້​ປະທານ​ໃຫ້​ເທື່ອ ເພາະ​ພຣະເຢຊູເຈົ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ສະຫງ່າຣາສີ.


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະອົງ ແລະ​ເພິ່ນ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ພຣະສັນຍາ​ໄວ້, ພຣະເຢຊູເຈົ້າ​ໄດ້​ຊົງ​ຖອກ​ພຣະວິນຍານ​ນັ້ນ​ລົງ​ມາ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ແລ້ວ​ນັ້ນ.


ການ​ປະຕິບັດ​ຕາມ​ພຣະວິນຍານ ກໍ​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka