ເອຊາຢາ 32:14 - ພຣະຄຳພີສັກສິ14 ແມ່ນແຕ່ຣາຊວັງກໍຈະຖືກປະຖິ້ມ ແລະເມືອງຫລວງກໍຈະຮ້າງຫວ່າງເປົ່າຢ່າງໝົດສິ້ນ. ເຮືອນແລະປ້ອມປ້ອງກັນທັງຫລາຍຈະຮົກຮ້າງເພພັງຕະຫລອດໄປ. ລໍປ່າຈະທ່ຽວຫລິ້ນຢູ່ທີ່ນັ້ນ ແລະຝູງແກະກໍຈະກິນຫຍ້າຢູ່ທີ່ນັ້ນ. Uka jalj uñjjattʼäta |
ຫລັງຈາກນີ້ ມານາເຊໄດ້ຕໍ່ກຳແພງຮອບນອກຂອງເມືອງດາວິດ ທາງດ້ານຕາເວັນອອກໃຫ້ສູງຂຶ້ນ ຕັ້ງແຕ່ຈຸດໜຶ່ງໃນຮ່ອມພູໃກ້ກັບນໍ້າພຸກີໂຮນທາງທິດເໜືອ ຈົນເຖິງປະຕູໜອງປາ ແລະຮອດບໍລິເວນຂອງເມືອງທີ່ມີຊື່ວ່າ ໂອເຟນ. ເພິ່ນຍັງໃຫ້ນາຍທະຫານໃນກອງທັບປະຈຳການ ຢູ່ຕາມແຕ່ລະເມືອງໃນຢູດາຍທີ່ມີປ້ອມປ້ອງກັນ.
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.