Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 32:12 - ພຣະຄຳພີສັກສິ

12 ຈົ່ງ​ຕີ​ເອິກ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ສາ ເພາະ​ທົ່ງນາ​ແລະ​ສວນອະງຸ່ນ​ທີ່​ອຸດົມສົມບູນ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ

Uka jalj uñjjattʼäta Copia luraña




ເອຊາຢາ 32:12
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ


ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.


ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.


ສະນັ້ນ ເຮົາ​ຈຶ່ງ​ໄດ້​ສັນຍາ​ໄວ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ໜຶ່ງ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ແລະ​ດີເລີດ.


ໃນ​ເວລາ​ນັ້ນ ເຮົາ​ໄດ້​ສັນຍາ​ກັບ​ພວກເຂົາ​ວ່າ​ເຮົາ​ຈະ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ພວກເຂົາ ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທັງ​ເປັນ​ດິນແດນ​ດີທີ່ສຸດ​ໃນ​ດິນແດນ​ທັງໝົດ​ດ້ວຍ.


ມັນ​ໄດ້​ທຳລາຍ​ເຄືອ​ພົ້ວ​ອະງຸ່ນ​ຂອງ​ພວກເຮົາ ແລະ​ກັດ​ກິນ​ກົກ​ໝາກເດື່ອເທດ​ພວກເຮົາ​ດ້ວຍ. ມັນ​ໄດ້​ກັດ​ໄດ້​ແຫ້ນ​ເປືອກໄມ້​ອອກ​ໝົດ ຈົນ​ກິ່ງກ້ານ​ເປັນ​ສີຂາວ​ຫລ້ອນ.


ຣາຊີນີ​ຖືກ​ຈັບ​ໄດ້​ສາວໃຊ້​ຮ້ອງໄຫ້​ດັ່ງ​ນົກເຂົາ ແລະ​ຕ່າງ​ກໍ​ຕີ​ເອິກ​ດ້ວຍ​ຈິດໃຈ​ເສົ້າໂສກ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka