Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 32:10 - ພຣະຄຳພີສັກສິ

10 ດຽວນີ້ ພວກເຈົ້າ​ຄົງ​ອີ່ມໜຳ​ສຳລານ​ໃຈ​ແລ້ວ​ນໍ ແຕ່​ປີ​ໜ້າ​ໃນ​ເວລາ​ດຽວກັນ​ນີ້ ພວກເຈົ້າ​ຈະ​ສິ້ນຫວັງ​ເພາະ​ຈະ​ບໍ່ມີ​ໝາກອະງຸ່ນ​ໃຫ້​ພວກເຈົ້າ​ເກັບ.

Uka jalj uñjjattʼäta Copia luraña




ເອຊາຢາ 32:10
14 Jak'a apnaqawi uñst'ayäwi  

ບັດນີ້ ໃນ​ທົ່ງໄຮ່​ທົ່ງນາ​ທີ່​ມີ​ດິນ​ດີ​ກໍ​ບໍ່ມີ​ຜູ້ໃດ​ຢູ່​ເປັນ​ສຸກ. ບໍ່ມີ​ຜູ້ໃດ​ໂຮຮ້ອງ​ຫລື​ຂັບລຳ​ທຳເພງ​ໃນ​ສວນອະງຸ່ນ​ເລີຍ. ບໍ່ມີ​ຜູ້ໃດ​ບີບ​ໝາກອະງຸ່ນ​ເຮັດ​ເຫຼົ້າ​ອະງຸ່ນ ສຽງ​ໂຮຮ້ອງ​ອັນ​ຊົມຊື່ນ​ຍິນດີ​ນັ້ນ​ໄດ້​ໝົດໄປ​ສາ​ແລ້ວ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສວນ​ທີ່​ມີ​ເຄືອ​ອະງຸ່ນ​ດີ​ພັນ​ຕົ້ນ​ແລະ​ມີ​ລາຄາ​ພັນ​ຫລຽນ ກໍ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ໜາມ​ແລະ​ພຸ່ມໄມ້.


“ເຮົາ​ປາຖະໜາ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ຂອງເຮົາ ດັ່ງ​ຄົນ​ຜູ້ໜຶ່ງ​ຮວບຮວມ​ເອົາ​ຜົນລະປູກ​ຂອງຕົນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ. ແຕ່​ພວກເຂົາ​ເປັນ​ດັ່ງ​ຕົ້ນອະງຸ່ນ​ທີ່​ບໍ່ມີ​ໝາກ ດັ່ງ​ຕົ້ນ​ເດື່ອ​ທີ່​ບໍ່ມີ​ໝາກ; ແມ່ນແຕ່​ໃບ​ກໍ​ຫ່ຽວແຫ້ງ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ອະນຸຍາດ​ໃຫ້​ຄົນ​ພາຍນອກ​ຢຶດຄອງ​ດິນແດນ.”


ເຮົາ​ຈະ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອເທດ​ຂອງ​ນາງ ຊຶ່ງ​ນາງ​ເວົ້າ​ວ່າ, ແມ່ນ​ຄົນຮັກ​ທີ່​ເອົາ​ໃຫ້​ນາງ ເພາະ​ນາງ​ຮັບໃຊ້​ບໍລິການ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ສວນ​ໝາກອະງຸ່ນ ແລະ​ສວນ​ໝາກໄມ້​ທັງຫລາຍ​ຂອງ​ນາງ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ຝູງ​ສັດປ່າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ຖິ້ມ.


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ​ກໍ​ຮ່ວງໂຮຍ ຕົ້ນ​ໝາກພີລາ ກົກ​ຕານ​ແລະ​ຕົ້ນໝາກຈອງ​ດ້ວຍ. ຄື​ຕົ້ນ​ໝາກໄມ້​ທຸກໆ​ຕົ້ນ​ກໍ​ຫ່ຽວແຫ້ງ​ຕາຍໄປ ຄວາມ​ຊົມຊື່ນ​ຂອງ​ປະຊາຊົນ​ກໍ​ສູນຫາຍ​ໄປສິ້ນ.


ພວກ​ຂີ້ເຫລົ້າ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ຮ້ອງ​ຄໍ່າຄວນ​ເຖີດ ນັກດື່ມ​ເຫຼົ້າ​ອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖີດ ເພາະ​ພົ້ວ​ໝາກອະງຸ່ນ​ທີ່​ຫວັງ​ເຮັດ​ເຫຼົ້າ​ໃໝ່ ກໍໄດ້​ຖືກ​ທຳລາຍ​ໄປ​ໝົດກ້ຽງ​ແລ້ວ​ເດ


ມັນ​ໄດ້​ທຳລາຍ​ເຄືອ​ພົ້ວ​ອະງຸ່ນ​ຂອງ​ພວກເຮົາ ແລະ​ກັດ​ກິນ​ກົກ​ໝາກເດື່ອເທດ​ພວກເຮົາ​ດ້ວຍ. ມັນ​ໄດ້​ກັດ​ໄດ້​ແຫ້ນ​ເປືອກໄມ້​ອອກ​ໝົດ ຈົນ​ກິ່ງກ້ານ​ເປັນ​ສີຂາວ​ຫລ້ອນ.


ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ນັ້ນ​ບໍ່ມີ​ໝາກ​ກໍດີ ຕົ້ນອະງຸ່ນ​ບໍ່​ເກີດຜົນ​ຕາມ​ເຄືອ​ກໍຕາມ. ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກເທດ​ບໍ່​ເກີດຜົນ​ກໍດີ ທົ່ງໄຮ່​ທົ່ງນາ​ບໍ່​ຜະລິດ​ຜົນ​ຫຍັງ​ກໍຕາມ. ເຖິງ​ແມ່ນ​ວ່າ​ຝູງແກະ​ນັ້ນ​ລົ້ມ​ຕາຍໄປ​ຈົນ​ໝົດ​ກໍດີ ຄອກ​ງົວ​ທັງຫລາຍ​ເປົ່າແປນ​ກໍຕາມ.


ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka