Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 31:3 - ພຣະຄຳພີສັກສິ

3 ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.

Uka jalj uñjjattʼäta Copia luraña




ເອຊາຢາ 31:3
25 Jak'a apnaqawi uñst'ayäwi  

ພວກເຂົາ​ມີ​ອຳນາດ​ຂອງ​ມະນຸດ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຊ່ວຍເຫຼືອ ແລະ​ຕໍ່ສູ້​ເພື່ອ​ພວກເຮົາ.” ເມື່ອ​ໄດ້ຍິນ​ຖ້ອຍຄຳ​ທີ່​ກະສັດ​ຂອງ​ພວກເຂົາ​ກ່າວ ປະຊາຊົນ​ກໍ​ມີ​ກຳລັງໃຈ​ຂຶ້ນ.


ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ມະນຸດ.


ມ້າເສິກ​ໃຊ້​ການ​ຫຍັງ​ບໍ່ໄດ້​ເພື່ອ​ໄຊຊະນະ ກຳລັງ​ແຂງແຮງ​ຂອງ​ມັນ​ບໍ່​ຊ່ວຍ​ໃຫ້​ພົ້ນໄພ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກເຂົາ​ຢ້ານ ໂຜດ​ເຮັດ​ໃຫ້​ພວກເຂົາ​ຮູ້​ວ່າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ.


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ຊາຍຝັ່ງ​ຂອງ​ດິນແດນ​ຟີລິດສະຕິນ ຈະ​ເວົ້າ​ວ່າ, ‘ຈົ່ງ​ເບິ່ງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ປະຊາຊົນ​ທີ່​ພວກເຮົາ​ໄດ້​ເພິ່ງພາ​ອາໄສ ໃຫ້​ປົກປ້ອງ​ພວກເຮົາ​ຈາກ​ກະສັດ​ອັດຊີເຣຍ​ນັ້ນ​ແມ ພວກເຮົາ​ຈະ​ລອດຊີວິດ​ໄດ້​ຢ່າງໃດ?”’


ພວກເຈົ້າ​ຊໍ້າພັດ​ວາງແຜນ​ປົບໜີ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ໂດຍ​ຂີ່​ມ້າ​ໜີໄປ. ພວກເຈົ້າ​ເຮັດ​ຖືກຕ້ອງ​ແລ້ວ ການແລ່ນ​ເປີດໜີ​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເຮັດ ພວກເຈົ້າ​ຄິດວ່າ​ມ້າ​ທີ່​ພວກເຈົ້າ​ຂີ່​ນັ້ນ​ແລ່ນ​ໄວ​ພໍ ແຕ່​ຄົນ​ທີ່​ໄລ່ຕາມ​ນັ້ນ​ຈະ​ໄປ​ໄວກວ່າ


ແຕ່​ປະຊາຊົນ​ຊາວ​ຢູດາຍ​ຈະ​ກິນແໜງ​ໃຈ ທີ່​ພວກຕົນ​ໄດ້​ໄວ້ເນື້ອ​ເຊື່ອໃຈ​ຊົນຊາດ​ທີ່​ໄວ້ວາງໃຈ​ບໍ່ໄດ້ ຄື​ຊົນຊາດ​ໜຶ່ງ​ທີ່​ເຮັດ​ໃຫ້​ພວກຕົນ​ຜິດຫວັງ ເມື່ອ​ພວກຕົນ​ຄາດ​ວ່າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ.”


ຄວາມ​ຊ່ວຍເຫລືອ​ທີ່​ເອຢິບ​ໃຫ້​ນັ້ນ​ບໍ່ມີ​ປະໂຫຍດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ໃສ່​ຊື່​ຫລິ້ນໆ​ໃຫ້​ແກ່​ເອຢິບ​ວ່າ, ‘ມັງກອນ​ບໍ່ມີ​ພິດ.”’


ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”


ທ່ານ​ບໍ່​ເທົ່າທຽມ​ແມ່ນແຕ່​ກັບ​ຂ້າຣາຊການ​ຊັ້ນ​ຜູ້ນ້ອຍ​ຂອງ​ອັດຊີເຣຍ​ຊໍ້າ; ແຕ່​ທ່ານ​ພັດ​ຫວັງ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດຮົບ ແລະ​ທະຫານ​ມ້າ​ມາ​ໃຫ້.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ.


ສ່ວນ​ນັກຍິງທະນູ​ກໍ​ຈະ​ຕ້ານທານ​ບໍ່ໄດ້, ນັກແລ່ນ​ໄວ​ຈະ​ໜີໄປ​ບໍ່​ພົ້ນ ແລະ​ນັກ​ຂີ່​ມ້າ​ກໍ​ຫອບ​ມ້າ​ຂອງຕົນ​ເອົາ​ຊີວິດ​ໜີໄປ​ບໍ່​ພົ້ນ.


ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka