Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 31:2 - ພຣະຄຳພີສັກສິ

2 ພຣະອົງ​ຮູ້ວ່າ​ພຣະອົງ​ກຳລັງ​ເຮັດ​ຫຍັງ ພຣະອົງ​ສົ່ງ​ໄພພິບັດ​ມາ. ພຣະອົງ​ຂົ່ມຂູ່​ຈະ​ລົງໂທດ​ຄົນຊົ່ວ​ແລະ​ພວກ​ທີ່​ຄຸ້ມຄອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 31:2
37 Jak'a apnaqawi uñst'ayäwi  

ພຣະອົງ​ເຂັ້ມແຂງ​ແລະ​ໄຊຊະນະ​ສະເໝີໄປ ຜູ້​ຖືກ​ລໍ້ລວງ ແລະ​ຜູ້​ຫລອກລວງ​ກໍ​ຢູ່​ໃນ​ພຣະອົງ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ຍ້ອນ​ເຈົ້າ​ໄດ້​ທຳລາຍ​ປະເທດ​ຂອງເຈົ້າ​ໃຫ້​ຮົກຮ້າງ​ເພພັງ ແລະ​ຂ້າ​ປະຊາຊົນ​ຂອງຕົນເອງ; ສະນັ້ນ ເຈົ້າ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້​ດັ່ງ​ກະສັດ​ອື່ນໆ. ບໍ່ມີ​ຜູ້ໃດ​ຈັກ​ຄົນ​ໃນ​ຄອບຄົວ​ອັນ​ຊົ່ວຮ້າຍ​ຂອງເຈົ້າ​ນັ້ນ​ຈະ​ລອດຊີວິດ.


ນັກຍິງ​ໜ້າທະນູ​ຜູ້​ເກັ່ງ​ທີ່ສຸດ​ຂອງ​ຊາວ​ເກດາ​ກໍ​ຈະ​ມີ​ແຕ່​ໜ້ອຍຄົນ​ເຫຼືອ​ຢູ່.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນັ້ນເອງ ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຄວາມ​ຊົ່ວຊ້າ​ເຊັ່ນນີ້​ຈະ​ບໍ່ໄດ້​ຮັບ​ການ​ຍົກໂທດ​ຈັກເທື່ອ ຈົນກວ່າ​ພວກເຂົາ​ຈະ​ຕາຍ​ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.


ສະຕິປັນຍາ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ແຜນການ​ທີ່​ພຣະອົງ​ດຳເນີນ​ນັ້ນ​ສະຫລາດ ແລະ​ສຳເລັດຜົນ​ສະເໝີ.


ແຕ່​ກະສັດ​ບໍ່ມີ​ອຳນາດ​ທີ່​ຈະ​ຊ່ວຍເຫລືອ​ພວກເຂົາ​ໄດ້ ແລະ​ການ​ຄຸ້ມຄອງ​ຂອງ​ປະເທດ​ເອຢິບ​ກໍ​ຈະ​ຈົບລົງ​ຢ່າງ​ພິນາດ.


ຄວາມ​ຊ່ວຍເຫລືອ​ທີ່​ເອຢິບ​ໃຫ້​ນັ້ນ​ບໍ່ມີ​ປະໂຫຍດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ໃສ່​ຊື່​ຫລິ້ນໆ​ໃຫ້​ແກ່​ເອຢິບ​ວ່າ, ‘ມັງກອນ​ບໍ່ມີ​ພິດ.”’


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ຄົນໂງ່​ກໍ​ເວົ້າ​ຢ່າງ​ໂງ່ໆ ແລະ​ຄິດ​ຫາ​ເຮັດ​ແຕ່​ສິ່ງ​ຊົ່ວໆ. ສິ່ງ​ທີ່​ລາວ​ເຮັດ ແລະ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ ເປັນ​ການ​ໝິ່ນປະໝາດ​ພຣະເຈົ້າຢາເວ​ທັງນັ້ນ ແລະ​ລາວ​ກໍ​ບໍ່ເຄີຍ​ໃຫ້​ອາຫານ​ແກ່​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ທີ່​ກະຫາຍ.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ພຣະເຈົ້າ​ສ້າງ​ແຜ່ນດິນ​ໂລກ​ໂດຍ​ຣິດທານຸພາບ ໂດຍ​ພຣະ​ປັນຍາ​ໄດ້​ສ້າງ​ໂລກ​ແລະ​ກາງ​ຟ້າ​ສະຫວັນ​ອອກ.


ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.


ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ອີກ​ມອບ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ເລຂາທິການ​ຂອງ​ຂ້າພະເຈົ້າ ຂຽນ​ທຸກ​ຖ້ອຍຄຳ​ຕາມ​ຄຳ​ບອກ​ຂອງ​ຂ້າພະເຈົ້າ. ລາວ​ໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ ແລະ​ຍັງ​ຕື່ມ​ຂໍ້ຄວາມ​ອີກ​ຫລາຍ​ຢ່າງ ທີ່​ຄືກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ.


ແລ້ວ​ປະຊາຊົນ​ເອຢິບ​ທັງໝົດ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ຊາວ​ອິດສະຣາເອນ​ເພິ່ງພາ​ອາໄສ​ເຈົ້າ​ຄື​ຊາວ​ເອຢິບ ເພື່ອ​ໃຫ້​ການ​ສະໜັບ​ສະໜູນ, ແຕ່​ເຈົ້າ​ບໍ່ໄດ້​ດີ​ໄປ​ກວ່າ​ໄມ້ຄ້ອນເທົ້າ​ອັນ​ໜຶ່ງ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ທຸກ​ເທື່ອ​ທີ່​ພວກເຂົາ​ຍົກຍ້າຍ​ຫີບ​ພັນທະສັນຍາ​ອອກ​ເດີນທາງ​ໄປ​ນັ້ນ ໂມເຊ​ຕ້ອງ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ເທີ້ນ ໂຜດ​ບັນດານ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ແຕກ​ກະຈັດ​ກະຈາຍ ແລະ​ໃຫ້​ຜູ້​ທີ່​ກຽດຊັງ​ພຣະອົງ​ປົບໜີ.”


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ໂດຍ​ພຣະເຢຊູ​ຄຣິດເຈົ້າ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແດ່​ພຣະເຈົ້າ ຜູ້​ຊົງ​ພຣະ​ປັນຍາ​ແຕ່​ອົງ​ດຽວ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຖື​ຮັກສາ​ຄຳສັນຍາ​ທຸກ​ຂໍ້ ທີ່​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ​ສັນໃດ ພຣະອົງ​ກໍ​ຈະ​ນຳ​ການ​ຂົ່ມຂູ່​ທຸກຢ່າງ​ມາ​ສູ່​ພວກເຈົ້າ​ສັນນັ້ນ ຈົນກວ່າ​ພຣະອົງ​ຈະ​ທຳລາຍ​ພວກເຈົ້າ​ເສຍ​ຈາກ​ດິນແດນ​ອັນ​ສວຍງາມ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ​ນິຣັນດອນ ອາແມນ.


ເຈົ້າ​ຈົ່ງ​ເຊົາ​ເວົ້າ​ຄຳ​ໂອ້ອວດ​ນັ້ນ​ສາ ຈົ່ງ​ໃຫ້​ຄຳເວົ້າ​ຈອງຫອງ​ຂອງ​ເຈົ້າ​ມິດງຽບ. ເພາະ​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຜູ້​ຮູ້​ເຫັນ ພຣະອົງ​ຕັດສິນ​ທຸກ​ການ​ກະທຳ ຂອງ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka