Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 31:1 - ພຣະຄຳພີສັກສິ

1 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.

Uka jalj uñjjattʼäta Copia luraña




ເອຊາຢາ 31:1
39 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ສັດ​ຂອງຕົນ​ມາ​ໃຫ້​ໂຢເຊັບ ແລະ​ເພິ່ນ​ກໍ​ເອົາ​ອາຫານ​ແລກ​ປ່ຽນ​ເອົາ​ສັດ ເປັນ​ຕົ້ນ: ມ້າ, ແກະ, ແບ້, ງົວ ແລະ​ລໍ. ໃນ​ປີ​ນັ້ນ ເພິ່ນ​ໄດ້​ຈ່າຍ​ອາຫານ​ໃຫ້​ແກ່​ປະຊາຊົນ ໂດຍ​ວິທີ​ແລກ​ປ່ຽນ​ກັບ​ສັດ​ຕ່າງໆ​ຂອງ​ພວກເຂົາ.


ໃນຄັ້ງນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ ແລະ​ກ່າວ​ວ່າ, “ຍ້ອນ​ທ່ານ​ໄດ້​ເພິ່ງ​ກະສັດ​ແຫ່ງ​ຊີເຣຍ ແທນ​ທີ່​ຈະ​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ອົງ​ທີ່​ເຮັດ​ໃຫ້​ກອງທັບ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ຖອຍ​ໜີໄປ​ຈາກ​ທ່ານ.


ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”


ເຈົ້າ​ເພິ່ງ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ໄດ້​ບໍ? ເຈົ້າ​ຫວັງ​ໃຫ້​ມັນ​ມາ​ເຮັດ​ວຽກ​ໜັກ​ໃຫ້​ເຈົ້າ​ໄດ້​ຫລື​ບໍ່?


ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ​ຂອງ​ພວກຕົນ ຄົນອື່ນ​ໄວ້ວາງໃຈ​ໃນ​ມ້າ​ຮົບ​ຂອງ​ເຂົາເຈົ້າ ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ພຣະນາມ ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ພຣະເຈົ້າ​ອົງ​ເປັນ​ແສງແຈ້ງ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ໄຟ​ນັ້ນ. ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ແປວໄຟ​ນັ້ນ ຊຶ່ງ​ຈະ​ເຜົາຜານ​ທຸກໆ​ສິ່ງ​ພາຍ​ໃນ​ວັນ​ດຽວ​ເທົ່ານັ້ນ ແມ່ນແຕ່​ຕົ້ນໜາມ​ກັບ​ພຸ່ມໜາມ​ກໍດີ.


ດິນແດນ​ຂອງ​ພວກເຂົາ​ນັ້ນ​ເຕັມ​ໄປ​ດ້ວຍ​ເງິນ​ແລະ​ຄຳ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ກໍ​ບໍ່​ໝົດ​ເປັນ​ຈັກເທື່ອ. ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຝູງມ້າ ແລະ​ລົດຮົບ​ຂອງ​ພວກເຂົາ​ກໍ​ບໍ່​ໝົດ​ເປັນ​ຈັກເທື່ອ.


ພວກໃດ​ທີ່​ໄວ້ວາງໃຈ​ປະເທດ​ເອທີໂອເປຍ ແລະ​ເວົ້າ​ອວດ​ໃຫ້​ແກ່​ປະເທດ​ເອຢິບ ພວກນັ້ນ​ກໍ​ຈະ​ຮູ້​ເມື່ອ​ວ່າ​ຕົນ​ຄິດ​ຜິດ​ໄປ​ສາ​ແລ້ວ ຄື​ຄວາມຫວັງ​ຂອງ​ພວກເຂົາ​ໄດ້​ແຕກ​ສະຫລາຍໄປ.


ພວກເຈົ້າ​ໄດ້​ສ້າງ​ອ່າງນໍ້າ​ໄວ້​ຢູ່​ພາຍ​ໃນ​ເມືອງ ເພື່ອ​ກັກ​ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເກົ່າ, ແຕ່​ພວກເຈົ້າ​ບໍ່​ເອົາໃຈໃສ່​ຕໍ່​ພຣະເຈົ້າ ຜູ້​ທີ່​ໄດ້​ວາງແຜນ​ສິ່ງ​ທັງໝົດ​ນີ້​ແຕ່​ດົນນານ​ມາ​ແລ້ວ ແລະ​ຜູ້​ທີ່​ໄດ້​ບັນດານ​ໃຫ້​ເຫດການ​ຕ່າງໆ​ເກີດຂຶ້ນ.


ພວກເຈົ້າ​ຊໍ້າພັດ​ວາງແຜນ​ປົບໜີ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ໂດຍ​ຂີ່​ມ້າ​ໜີໄປ. ພວກເຈົ້າ​ເຮັດ​ຖືກຕ້ອງ​ແລ້ວ ການແລ່ນ​ເປີດໜີ​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເຮັດ ພວກເຈົ້າ​ຄິດວ່າ​ມ້າ​ທີ່​ພວກເຈົ້າ​ຂີ່​ນັ້ນ​ແລ່ນ​ໄວ​ພໍ ແຕ່​ຄົນ​ທີ່​ໄລ່ຕາມ​ນັ້ນ​ຈະ​ໄປ​ໄວກວ່າ


ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”


ທ່ານ​ບໍ່​ເທົ່າທຽມ​ແມ່ນແຕ່​ກັບ​ຂ້າຣາຊການ​ຊັ້ນ​ຜູ້ນ້ອຍ​ຂອງ​ອັດຊີເຣຍ​ຊໍ້າ; ແຕ່​ທ່ານ​ພັດ​ຫວັງ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດຮົບ ແລະ​ທະຫານ​ມ້າ​ມາ​ໃຫ້.


ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ພວກເຈົ້າ ໄດ້ສ້າງ​ອິດສະຣາເອນ​ແລະ​ເປັນ​ກະສັດ​ຂອງ​ພວກເຈົ້າ.”


ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ


ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ລົງໂທດ​ອິດສະຣາເອນ​ແລ້ວ​ກໍຕາມ; ແຕ່​ພວກເຂົາ​ກໍ​ຍັງ​ບໍ່ໄດ້​ປ່ຽນໃຈ​ກັບຄືນ​ມາ​ຫາ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ​ດັ່ງນີ້: ໃຫ້​ຕອບ​ເຊເດກີຢາ​ວ່າ, ‘ກອງທັບ​ເອຢິບ​ກຳລັງ​ເຄື່ອນ​ເຂົ້າ​ມາ​ຊ່ວຍ​ເຈົ້າ; ແຕ່​ພວກເຂົາ​ຈະ​ກັບຄືນ​ເມືອ​ປະເທດ.


ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?


ຊາດ​ອິດສະຣາເອນ​ຈະ​ບໍ່​ຂຶ້ນ​ຕໍ່​ພວກເຂົາ​ເພື່ອ​ໃຫ້​ຊ່ວຍເຫລືອ​ອີກ​ຕໍ່ໄປ. ຊາຕາກຳ​ຂອງ​ເອຢິບ​ຈະ​ເຕືອນ​ຊາດ​ອິດສະຣາເອນ​ໃຫ້​ສຳນຶກ​ເຖິງ​ວ່າ, ຕົນ​ໄດ້​ຜິດພາດ​ສໍ່າໃດ​ທີ່​ເພິ່ງພາ​ອາໄສ​ພວກເຂົາ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’


ໂດຍ​ລົງໂທດ​ພວກ​ຂ້ານ້ອຍ​ທຸກຢ່າງ ຕາມ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ແຕ່​ຈົນ​ບັດນີ້ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່ໄດ້​ພະຍາຍາມ​ເຮັດ​ໃຫ້​ພຣະອົງ​ພໍໃຈ ໂດຍ​ຫັນໜີ​ຈາກ​ບາບ ຫລື​ໂດຍ​ປະພຶດ​ຕາມ​ຄວາມຈິງ​ຂອງ​ພຣະອົງ.


ແຕ່​ພວກເຂົາ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ; ສະນັ້ນ ພວກເຂົາ​ຈຶ່ງ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ປົກຄອງ​ພວກເຂົາ.


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ປົກຄອງ​ຂອງຕົນ ດ້ວຍ​ຄວາມ​ຮ້ອນຈັດ​ແຫ່ງ​ການ​ໂກດຮ້າຍ. ບັນດາ​ກະສັດ​ຂອງ​ພວກເຂົາ​ຖືກ​ລອບ​ສັງຫານ​ຕໍ່ເນື່ອງ​ກັນ; ແຕ່​ບໍ່ມີ​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຮົາ​ຊ່ວຍເຫລືອ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.


ພຣະເຈົ້າ​ກຳລັງ​ກັບ​ມາ​ຈາກ​ເມືອງ​ເຕມານ​ອີກ​ໃດ ອົງ​ບໍຣິສຸດ​ກຳລັງ​ກັບ​ມາ​ຈາກ​ພູເຂົາ​ປາຣານ​ພຸ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ເທິງ​ຟ້າ​ສະຫວັນ, ທີ່​ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ຂອງ​ພຣະອົງ.


ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


“ເມື່ອ​ອອກ​ໄປ​ສູ້ຮົບ​ສັດຕູ​ແລະ​ເຫັນ​ລົດຮົບ​ພ້ອມ​ກັບ​ມ້າ​ເສິກ​ທັງ​ກອງທັບ ທີ່​ມີ​ກຳລັງ​ຫລາຍກວ່າ​ພວກເຈົ້າ ຢ່າ​ຢ້ານ​ພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka