Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:6 - ພຣະຄຳພີສັກສິ

6 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ກ່ຽວກັບ​ສັດ​ຕ່າງໆ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້: “ບັນດາ​ທູດ​ເດີນທາງ​ຜ່ານ​ປະເທດ​ທີ່​ເປັນ​ອັນຕະລາຍ ຄື​ບ່ອນ​ທີ່​ມີ​ໂຕສິງ, ງູພິດ ແລະ​ມັງກອນ​ທີ່​ເຫາະ​ໄດ້. ພວກເຂົາ​ບັນທຸກ​ຂອງຂວັນ​ລາຄາ​ແພງ ໃສ່​ເທິງ​ຫລັງ​ລໍ ແລະ​ອູດ​ໄປ​ໃຫ້​ຊົນຊາດ​ໜຶ່ງ​ທີ່​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 30:6
31 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ໄປ​ເປັນ​ໄລຍະ​ຢູ່​ເລື້ອຍ ສູ່​ທາງ​ພາກ​ໃຕ້​ຂອງ​ການາອານ.


ຣາຊີນີ​ໄດ້​ນຳ​ເອົາ​ບໍລິວານ​ຢ່າງ​ຫລວງຫລາຍ​ມາ​ນຳ ພ້ອມ​ທັງ​ບັນທຸກ​ເຄື່ອງເທດ, ເພັດພອຍ ແລະ​ຄຳ​ເປັນ​ຈຳນວນ​ຫລາຍ​ໃສ່​ຫລັງ​ອູດ​ມາ. ເມື່ອ​ຣາຊີນີ​ກັບ​ກະສັດ​ໂຊໂລໂມນ​ໄດ້​ພົບ​ກັນ​ແລ້ວ ຣາຊີນີ​ກໍ​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ອອກ​ໄດ້.


ດັ່ງນັ້ນ ອາສາ​ຈຶ່ງ​ໄດ້​ນຳ​ເງິນ​ແລະ​ຄຳ​ຈາກ​ຄັງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ວັງ ສົ່ງ​ໄປ​ທີ່​ເມືອງ​ດາມັສກັດ, ໃຫ້​ກະສັດ​ເບັນຮາດາດ​ແຫ່ງ​ຊີເຣຍ ພ້ອມ​ທັງ​ຖ້ອຍຄຳ​ດັ່ງນີ້:


ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ກະສັດ​ໂຊໂລໂມນ; ສະນັ້ນ ຣາຊີນີ​ຈຶ່ງ​ໄດ້​ເດີນທາງ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຖາມ​ເຖິງ​ບັນຫາ​ທີ່​ຍາກ​ຫລາຍ​ບັນຫາ​ເພື່ອ​ເປັນ​ການ​ທົດສອບ. ມີ​ຄະນະ​ຜູ້​ຕິດຕາມ​ຣາຊີນີ​ມາ​ຢ່າງ​ຫລວງຫລາຍ ພ້ອມ​ທັງ​ນຳ​ເອົາ​ເຄື່ອງເທດ, ເພັດພອຍ​ແລະ​ຄຳ ເປັນ​ຈຳນວນ​ຫລວງຫລາຍ​ຂົນ​ໃສ່​ຫລັງ​ອູດ​ມາ​ດ້ວຍ. ເມື່ອ​ຣາຊີນີ​ໄດ້​ພົບ​ກັບ​ໂຊໂລໂມນ ຣາຊີນີ​ກໍໄດ້​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ໄດ້.


ເຈົ້າ​ເພິ່ງ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ໄດ້​ບໍ? ເຈົ້າ​ຫວັງ​ໃຫ້​ມັນ​ມາ​ເຮັດ​ວຽກ​ໜັກ​ໃຫ້​ເຈົ້າ​ໄດ້​ຫລື​ບໍ່?


ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.


ປະຊາຊົນ​ຊາວ​ຟີລິດສະຕິນ​ເອີຍ ໄມ້ຄ້ອນ​ທີ່​ໃຊ້​ຕີ​ພວກເຈົ້າ​ນັ້ນ​ຫັກ​ສາ​ແລ້ວ ແຕ່​ພວກເຈົ້າ​ຢ່າ​ສູ່​ຟ້າວ​ດີໃຈ. ເມືອ​ງູ​ໂຕໜຶ່ງ​ຕາຍໄປ ງູ​ໂຕ​ໂຫດຮ້າຍ​ທີ່ສຸດ​ກໍ​ຂຶ້ນ​ມາ​ແທນ ເໝືອນ​ດັ່ງ​ໄຂ່ງູ​ຟັກ​ອອກ​ເປັນ​ໂຕ​ມັງກອນ.


ປະຊາຊົນ​ພະຍາຍາມ​ປົບໜີໄປ ໂດຍ​ຂ້າມ​ຮ່ອມພູ​ວິນໂລ​ພ້ອມ​ກັບ​ສິ່ງຂອງ​ທີ່​ພວກຕົນ​ມີ​ຢູ່.


ເຮົາ​ຈະ​ຍົກ​ຊາວ​ເອຢິບ​ໃຫ້​ແກ່​ນັກ​ກົດຂີ່​ຄົນ​ໜຶ່ງ ຄື​ໃຫ້​ກະສັດ​ທີ່​ໂຫດຫ້ຽມ​ຜູ້ໜຶ່ງ​ທີ່​ຈະ​ປົກຄອງ​ພວກເຂົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ໂຕສິງ​ທີ່​ຮ້າຍກາດ​ຈະ​ອາໄສ​ຢູ່​ທີ່ນັ້ນ​ບໍ່ໄດ້​ເລີຍ ສັດຮ້າຍ​ທັງຫລາຍ​ຈະ​ບໍ່​ຜ່ານ​ໄປ​ທາງນັ້ນ ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ໄຖ່​ເອົາ​ມາ ຈະ​ເດີນທາງ​ກັບ​ເມືອ​ບ້ານ​ໂດຍ​ຜ່ານ​ທາງນີ້.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.


ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.


“ມະນຸດ​ເອີຍ ເບິ່ງ​ໄປ​ທາງໃຕ້​ພຸ້ນ​ແມ.


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ພຣະເຈົ້າຢາເວ​ມີ​ຄຳ​ກ່າວ​ຟ້ອງ​ປະຊາຊົນ​ຢູດາ; ພຣະອົງ​ຍັງ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ວິທີ​ປະພຶດ​ຂອງ​ປະຊາຊົນ. ພຣະອົງ​ຈະ​ໃຫ້​ຜົນ​ກຳ​ນຳ​ສະໜອງ​ພວກເຂົາ.


ພວກເຈົ້າ​ຈະ​ກິນ​ແຕ່​ຈະ​ບໍ່​ຮູ້​ອີ່ມ ຕາມ​ຄວາມຈິງ​ແລ້ວ​ພວກເຈົ້າ​ຍັງ​ຈະ​ຫິວ​ຢູ່​ເລື້ອຍໆ. ພວກເຈົ້າ​ຈະ​ໄດ້​ສິ່ງຂອງ​ຫລາຍ​ຢ່າງ​ມາ ແຕ່​ພວກເຈົ້າ​ຈະ​ທ້ອນໂຮມ​ໄວ້​ບໍ່ໄດ້; ທຸກສິ່ງ​ທີ່​ພວກເຈົ້າ​ຈະ​ສະສົມ​ໄວ້ ເຮົາ​ຈະ​ທຳລາຍ​ສິ່ງນັ້ນ​ດ້ວຍ​ໄພ​ສົງຄາມ.


ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ໃຫ້​ເຮັດ​ງູ​ເປັນ​ທອງສຳຣິດ​ຕອກ​ຕິດ​ໄວ້​ກັບ​ເສົາ ເພື່ອ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຖືກ​ງູ​ຕອດ ເມື່ອ​ແນມ​ເບິ່ງ​ງູ​ທອງສຳຣິດ​ນັ້ນ​ແລ້ວ​ກໍໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ.


ໃນ​ວັນ​ແຫ່ງ​ການ​ພິພາກສາ ຣາຊີນີ​ຝ່າຍ​ທິດໃຕ້​ຈະ​ຢືນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ແຕ່​ທີ່ສຸດ​ແຜ່ນດິນ​ໂລກ​ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ທີ່​ນີ້​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ໂຊໂລໂມນ.”


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


ແຕ່​ສຳລັບ​ພວກເຈົ້າ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ກອບກູ້ ອອກ​ມາ​ຈາກ​ຂຸມ​ນະຣົກ​ຂອງ​ເອຢິບ. ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ ເພື່ອ​ຫລໍ່ຫລອມ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ໃນວັນນີ້.


ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່ ແລະ​ໜ້າຢ້ານກົວ ຊຶ່ງ​ມີ​ທັງ​ງູພິດ​ແລະ​ແມງງອດ. ໃນ​ດິນແດນ​ທີ່​ແຫ້ງແລ້ງ​ແລະ​ຂາດ​ນໍ້າ​ນັ້ນ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka