Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:5 - ພຣະຄຳພີສັກສິ

5 ແຕ່​ປະຊາຊົນ​ຊາວ​ຢູດາຍ​ຈະ​ກິນແໜງ​ໃຈ ທີ່​ພວກຕົນ​ໄດ້​ໄວ້ເນື້ອ​ເຊື່ອໃຈ​ຊົນຊາດ​ທີ່​ໄວ້ວາງໃຈ​ບໍ່ໄດ້ ຄື​ຊົນຊາດ​ໜຶ່ງ​ທີ່​ເຮັດ​ໃຫ້​ພວກຕົນ​ຜິດຫວັງ ເມື່ອ​ພວກຕົນ​ຄາດ​ວ່າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ.”

Uka jalj uñjjattʼäta Copia luraña




ເອຊາຢາ 30:5
7 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ພວກເຈົ້າ​ຊໍ້າພັດ​ວາງແຜນ​ປົບໜີ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ໂດຍ​ຂີ່​ມ້າ​ໜີໄປ. ພວກເຈົ້າ​ເຮັດ​ຖືກຕ້ອງ​ແລ້ວ ການແລ່ນ​ເປີດໜີ​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເຮັດ ພວກເຈົ້າ​ຄິດວ່າ​ມ້າ​ທີ່​ພວກເຈົ້າ​ຂີ່​ນັ້ນ​ແລ່ນ​ໄວ​ພໍ ແຕ່​ຄົນ​ທີ່​ໄລ່ຕາມ​ນັ້ນ​ຈະ​ໄປ​ໄວກວ່າ


ຄວາມ​ຊ່ວຍເຫລືອ​ທີ່​ເອຢິບ​ໃຫ້​ນັ້ນ​ບໍ່ມີ​ປະໂຫຍດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ໃສ່​ຊື່​ຫລິ້ນໆ​ໃຫ້​ແກ່​ເອຢິບ​ວ່າ, ‘ມັງກອນ​ບໍ່ມີ​ພິດ.”’


ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka