4 ເຖິງແມ່ນວ່າບັນດາທູດຂອງພວກເຂົາໄດ້ມາຮອດ ເມືອງໂຊອານ ແລະຮາເນັດໃນເອຢິບແລ້ວກໍຕາມ
ແຕ່ຢູ່ມາໃນປີໜຶ່ງ ກະສັດໂຮເຊຢາໄດ້ສົ່ງທູດໄປຫາກະສັດໂສແຫ່ງເອຢິບ ເພື່ອຂໍຄວາມຊ່ວຍເຫລືອຈາກເພິ່ນ ແລະຢຸດເສຍສ່ວຍປະຈຳປີໃຫ້ແກ່ອັດຊີເຣຍ. ເມື່ອກະສັດຊານມາເນເຊຮູ້ຂ່າວນີ້ເພິ່ນກໍຈັບກະສັດໂຮເຊຢາໄປຂັງຄຸກໄວ້.
ພຣະອົງໄດ້ຊົງກະທຳສິ່ງອັດສະຈັນທັງຫຼາຍຕໍ່ໜ້າປູ່ຍ່າຕາຍາຍຂອງພວກເຂົາ ໃນດິນແດນເອຢິບ ຄືໃນທົ່ງໂຊອານ.
ບັນດາຜູ້ນຳໃນເມືອງໂຊອານປ່ວງບ້າ ຄົນສະຫລາດທີ່ສຸດໃນເອຢິບໃຫ້ຄຳເຫັນອັນໂງ່ຈ້າ ພວກເຂົາກ້າບອກກະສັດໄດ້ຢ່າງໃດວ່າ ພວກຕົນເປັນຜູ້ສືບແທນນັກຮຽນຮູ້ໃນສະໄໝບູຮານແລະບັນດາກະສັດ?
ພວກເຈົ້າໃສ່ນໍ້າຫອມແລະທານວດສະເໜ່ໄປຂາບໄຫວ້ພະໂມເລັກ. ເພື່ອຈະໄດ້ບັນດາພະມາຂາບໄຫວ້ ພວກເຈົ້າໄດ້ສົ່ງຄະນະທູດໄປສູ່ແດນໄກໄປຮອດແມ່ນແຕ່ແດນຂອງຄົນຕາຍ.
ພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະຕ່າງກໍມຸ່ງໜ້າເຂົ້າໄປສູ່ປະເທດເອຢິບ ຈົນເຖິງເມືອງຕາປັນເຮັດ.
ຂ້າພະເຈົ້າກ່າວວ່າ, “ເອໂດມເອີຍ ຂ້ອຍໄດ້ຮັບຖ້ອຍຄຳຈາກພຣະເຈົ້າຢາເວ. ພຣະອົງໄດ້ສົ່ງຖ້ອຍຄຳມາບອກຊົນຊາດທັງຫລາຍ ເພື່ອຮວບຮວມກອງທັບຂອງພວກເຂົາໃຫ້ຕຽມພ້ອມໂຈມຕີເຈົ້າ.
ເຮົາຈະເຮັດໃຫ້ເອຢິບທາງພາກໃຕ້ຮົກຮ້າງຫວ່າງເປົ່າ ທັງຈະຈູດໄຟເຜົາເມືອງໂຊອານທາງທິດເໜືອດ້ວຍ. ເຮົາຈະລົງໂທດເມືອງເອກຂອງເທເບ.
ຄວາມມືດຈະເຂົ້າປົກຄຸມເມືອງຕາປັນເຮັດ ເມື່ອເຮົາທັບມ້າງອຳນາດຂອງປະເທດເອຢິບ ແລະເຮັດໃຫ້ກຳລັງທີ່ເອຢິບໄດ້ອວດອ້າງຢ່າງໜັກໜານັ້ນສິ້ນສູນໄປ. ເມກໝອກຈະປົກຄຸມປະເທດເອຢິບ ແລະປະຊາຊົນຕາມເມືອງທັງຫລາຍກໍຈະຖືກຈັບໄປເປັນຊະເລີຍ.
ພວກເຂົາສືບຕໍ່ຫັນໜີຈາກເຮົາໄປຫາພະອື່ນທີ່ບໍ່ມີຣິດອຳນາດ. ພວກເຂົາເປັນຜູ້ທີ່ວາງໃຈບໍ່ໄດ້ເລີຍເໝືອນໜ້າທະນູຄົດ. ເພາະພວກຜູ້ນຳຂອງພວກເຂົາເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະຊາວເອຢິບກໍຈະຫົວຂວັນພວກເຂົາ.”
ຕໍ່ໄປນີ້ແມ່ນຄຳທຳນວາຍຂອງໂອບາດີຢາ ຄືສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເຖິງຊົນຊາດເອໂດມ. ແລະສົ່ງຜູ້ນຳຂ່າວໄປຍັງຊົນຊາດທັງຫລາຍ ພວກເຮົາກໍໄດ້ຍິນຖ້ອຍຄຳຂອງພຣະອົງດັ່ງນີ້: ພວກເຂົາກ່າວແກ່ກັນແລະກັນວ່າ, “ຈົ່ງຕຽມພ້ອມ ໃຫ້ພວກເຮົາໄປເຮັດເສິກຕໍ່ສູ້ເອໂດມເທາະ.”
ພວກເຂົາໄດ້ໄປທາງເຂດໃຕ້ຂອງດິນແດນກ່ອນ ແລະຈຶ່ງມາເຖິງເມືອງເຮັບໂຣນ ບ່ອນທີ່ຕະກຸນຕ່າງໆຂອງອາຮີມານ, ເຊຊາຍ ແລະຕານໄມ ຊຶ່ງເປັນເຊື້ອສາຍຂອງຊົນຊາດຮູບຮ່າງໃຫຍ່ອາໄສຢູ່ເອີ້ນວ່າ, ອານາກີມ. (ເມືອງເຮັບໂຣນໄດ້ຕັ້ງຂຶ້ນກ່ອນເມືອງໂຊອານໃນປະເທດເອຢິບເຈັດປີ.)