Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:23 - ພຣະຄຳພີສັກສິ

23 ເມື່ອໃດ​ພວກເຈົ້າ​ປູກຝັງ​ພືດພັນ ພຣະອົງ​ຈະ​ສົ່ງ​ຝົນ​ມາ​ຫລໍ່ລ້ຽງ​ໃຫ້​ໃຫຍ່​ຂຶ້ນ ພ້ອມ​ຈະ​ໃຫ້​ພວກເຈົ້າ​ເກັບກ່ຽວ​ໄດ້​ຢ່າງ​ອຸດົມສົມບູນ ແລະ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ຫຍ້າ​ກິນ​ຢ່າງ​ອຸດົມສົມບູນ.

Uka jalj uñjjattʼäta Copia luraña




ເອຊາຢາ 30:23
33 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ມີ​ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້ານິນ ກິນ​ຫຍ້າ​ທີ່​ເທິງ​ຝັ່ງ.


ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ນັ້ນ​ໝາຍເຖິງ​ເຈັດ​ປີ ແລະ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ນັ້ນ​ກໍ​ໝາຍເຖິງ​ເຈັດ​ປີ​ເຊັ່ນກັນ; ທັງສອງ​ຢ່າງ​ມີ​ຄວາມໝາຍ​ແບບ​ດຽວກັນ.


ໃນ​ໄລຍະ​ເຈັດ​ປີ​ທີ່​ອຸດົມສົມບູນ​ນັ້ນ ທີ່ດິນ​ກໍ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ຫລວງຫລາຍ


ມະນຸດ​ກິນລ້ຽງ​ດ້ວຍ​ອາຫານ​ອັນ​ດີ​ທີ່​ພຣະອົງ​ຊົງ​ປະທານ​ໃຫ້ ທັງ​ດື່ມ​ນໍ້າ​ຈາກ​ແມ່ນໍ້າ​ແຫ່ງ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.


ພຣະເຈົ້າ​ໄດ້​ອວຍພອນ​ແກ່​ພວກເຮົາ ຂໍ​ໃຫ້​ປະຊາຊົນ​ທັງໝົດ​ທີ່​ສຸດປາຍ​ແຜ່ນດິນ​ໂລກ ຈົ່ງ​ຖວາຍ​ພຣະກຽດ​ແດ່​ພຣະອົງ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”


ທຸກຄົນ​ຈະ​ມີ​ຄວາມສຸກ​ຫລາຍ​ສໍ່າໃດ ໃນ​ເມື່ອ​ຢູ່​ທີ່ນັ້ນ​ມີ​ນໍ້າ​ຢ່າງ​ສົມບູນ​ສຳລັບ​ເຄື່ອງປູກ​ຂອງຝັງ ແລະ​ມີ​ທົ່ງຫຍ້າ​ໃຫ້​ລໍ ແລະ​ຝູງແກະ​ກິນ​ຫຍ້າ​ຢ່າງ​ປອດໄພ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພືດພັນ ແລະ​ຕົ້ນໄມ້​ຢູ່​ໃນ​ດິນແດນ​ໃຫຍ່​ຂຶ້ນ​ແລະ​ສວຍງາມ. ປະຊາຊົນ​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຍັງ​ມີ​ຊີວິດ​ເຫລືອຢູ່ ຈະ​ຊື່ນຊົມ​ຍິນດີ​ໃນ​ຜົນລະປູກ​ທີ່​ເກີດ​ໃນ​ດິນແດນ.


ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ປະຊາຊົນ​ຈະ​ປຸກ​ບ້ານ ແລະ​ພວກເຂົາ​ເອງ​ໄດ້​ຢູ່​ໃນ​ບ້ານ​ນັ້ນ, ແຕ່​ບໍ່ແມ່ນ​ຜູ້​ອື່ນ​ຈະ​ເຂົ້າ​ມາ​ຢູ່​ແທນ. ພວກເຂົາ​ຈະ​ປູກ​ຕົ້ນອະງຸ່ນ ແລະ​ມີ​ເຫຼົ້າ​ອະງຸ່ນ​ດື່ມ ແຕ່​ບໍ່ແມ່ນ​ຜູ້​ອື່ນ​ຈະ​ໄດ້​ດື່ມ. ປະຊາຊົນ​ຂອງເຮົາ​ຈະມີ​ຊີວິດ​ຍືນຍາວ​ດັ່ງ​ຕົ້ນໄມ້. ພວກເຂົາ​ຈະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້​ນັ້ນ​ຢ່າງ​ເຕັມທີ່.


ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


ທີ່ດິນ​ຈະ​ຜະລິດ​ຜົນລະປູກ​ໃຫ້ ແລະ​ພວກເຈົ້າ​ຈະ​ໄດ້​ກິນ​ຢ່າງ​ອີ່ມໜຳ​ສຳລານ ແລະ​ຈະ​ຢູ່​ໃນ​ປະເທດ​ໄດ້​ຢ່າງ​ປອດໄພ.


ຖ້າ​ພວກເຈົ້າ​ໃຊ້​ຊີວິດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທັງຫລາຍ​ຂອງເຮົາ


ຜົນລະປູກ​ຂອງ​ພວກເຈົ້າ​ຈະ​ມີ​ຫລາຍ ຈົນ​ພວກເຈົ້າ​ຈະ​ຍັງ​ເກັບກ່ຽວ​ເຂົ້າ​ຢູ່ ເມື່ອ​ເຖິງ​ລະດູ​ເກັບ​ໝາກອະງຸ່ນ ແລະ​ພວກເຈົ້າ​ຍັງ​ຈະ​ເກັບ​ໝາກອະງຸ່ນ​ຢູ່​ເມື່ອ​ເຖິງ​ລະດູ​ປູກ​ເຂົ້າ. ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ກິນ ແລະ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ.


ຈົ່ງ​ຂໍ​ຝົນ​ປາຍ​ລະດູ​ຈາກ​ພຣະເຈົ້າຢາເວ. ແມ່ນ​ພຣະເຈົ້າຢາເວ​ທີ່​ສົ່ງ​ພະຍຸ​ຝົນ​ກັບ​ຫ່າຝົນ​ລົງ​ມາ​ໃຫ້​ແກ່​ປະຊາຊົນ, ທັງ​ໃຫ້​ທົ່ງ​ໄຮ່​ທົ່ງນາ​ຂຽວ​ງາມ​ສຳລັບ​ທຸກຄົນ.


ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ.


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ຖ້າ​ພວກເຈົ້າ​ເຮັດ​ຕາມ ພຣະອົງ​ກໍ​ຈະ​ສົ່ງ​ຝົນ​ມາ​ເທິງ​ດິນແດນ​ຂອງ​ພວກເຈົ້າ ຖືກ​ຕາມ​ລະດູການ ໃນ​ລະດູ​ໃບໄມ້​ຫລົ່ນ​ແລະ​ລະດູ​ໃບໄມ້ປົ່ງ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ ມີ​ເຫຼົ້າ​ອະງຸ່ນ ແລະ​ມີ​ນໍ້າມັນ​ໝາກກອກເທດ


ການ​ຝຶກຝົນ​ທາງ​ກາຍ​ນັ້ນ ມີ​ປະໂຫຍດ​ບາງ​ຢ່າງ ແຕ່​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ມີ​ປະໂຫຍດ​ທຸກຢ່າງ ເພາະ​ໄດ້​ຮັບ​ພຣະສັນຍາ​ອັນ​ປະເສີດ​ສຳລັບ​ຊີວິດ​ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ອີກ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka