Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:22 - ພຣະຄຳພີສັກສິ

22 ພວກເຈົ້າ​ຈະ​ເອົາ​ຮູບເຄົາຣົບ​ທີ່​ໂອບ​ດ້ວຍ​ເງິນ ແລະ​ຄຳ ໂຍນ​ຖິ້ມ​ອອກ​ໄປ​ດັ່ງ​ຂອງ​ເປິເປື້ອນ​ໂດຍ​ຮ້ອງ​ວ່າ, “ໜີໄປ​ໃຫ້​ພົ້ນ!”

Uka jalj uñjjattʼäta Copia luraña




ເອຊາຢາ 30:22
24 Jak'a apnaqawi uñst'ayäwi  

ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ທຸກຄົນ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ ເປັນ​ຄຳ ອັນ​ພາ​ໃຫ້​ພວກເຈົ້າ​ເຮັດ​ບາບ​ນັ້ນ​ຖິ້ມ.


ພຣະອົງ​ບໍ່​ເປັນ​ດັ່ງ​ຮູບເຄົາຣົບ​ທີ່​ຖືກ​ສ້າງ​ດ້ວຍ​ມື ທີ່​ຊ່າງ​ໂລຫະ​ເຄືອບ​ຄຳ​ທັງ​ໃຊ້​ເງິນ​ຫລໍ່​ຕີນ​ດ້ວຍ.


ປະຊາຊົນ​ໄຂ​ກະເປົາ ແລະ​ຖອກ​ຄຳ​ອອກ​ມາ ຊັ່ງ​ເບິ່ງ​ນໍ້າໜັກ​ເງິນ​ໃສ່​ຊິງ​ທີ່​ພວກເຂົາ​ມີ​ນັ້ນ. ພວກເຂົາ​ຈ້າງ​ຊ່າງ​ຫລອມ​ຄຳ​ໃຫ້​ເຮັດ​ເປັນ​ຮູບພະ ແລ້ວ​ກໍ​ຂາບໄຫວ້​ຮູບພະ​ທີ່​ໄດ້​ສ້າງ​ຂຶ້ນ​ມາ.


ຂ້ອຍ​ເດ່​ມື​ອອກ​ເພື່ອ​ວິ້ງວອນ​ໃຫ້​ຄົນ​ຊ່ວຍເຫລືອ ແຕ່​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ຂ້ອຍ​ໄດ້. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໃຫ້​ສັດຕູ​ມາ​ຕໍ່ສູ້​ຂ້ອຍ​ທຸກ​ທິດທາງ ພວກເຂົາ​ເຮັດ​ຕໍ່​ຂ້ອຍ​ດັ່ງ​ເຮັດ​ກັບ​ສິ່ງ​ທີ່​ເປິເປື້ອນ.


ເພາະສະນັ້ນ ‘ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຄື: ຈົ່ງ​ກັບຄືນ​ມາ​ສາ ແລະ​ປະຖິ້ມ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຈົ້າ​ນັ້ນ​ເຖີດ.


ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ບໍ່​ກິນ​ເຄື່ອງ​ທີ່​ໄດ້​ບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ ຫລື​ສົມສູ່​ກັບ​ຍິງ​ທີ່​ກຳລັງ​ເປັນ​ປະຈຳເດືອນ.


ພວກເຈົ້າ​ຈະ​ຈົດຈຳ​ຄວາມ​ປະພຶດ​ຊົ່ວ ແລະ​ການ​ເຮັດ​ຜິດ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ກະທຳ ແລະ​ພວກເຈົ້າ​ຈະ​ເບື່ອໜ່າຍ​ຕົນເອງ ເພາະ​ການບາບ​ແລະ​ການ​ອະທຳ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ພວກເຂົາ​ຈະ​ໂຍນ​ເງິນ​ແລະ​ຄຳ​ຂອງຕົນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ດັ່ງ​ຖິ້ມ​ຂີ້ເຫຍື້ອ ຍ້ອນ​ວ່າ​ທັງ​ເງິນ​ແລະ​ຄຳ​ຊ່ວຍ​ພວກເຂົາ​ບໍ່ໄດ້​ອີກ​ແລ້ວ ເມື່ອ​ພຣະເຈົ້າຢາເວ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ໃຊ້​ມັນ​ໃຫ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍ່ໄດ້ ຫລື​ໃຫ້​ກະເພາະ​ອີ່ມ​ຍ້ອນ​ເງິນຄຳ​ບໍ່ໄດ້. ເງິນ​ແລະ​ຄຳ​ພາ​ໃຫ້​ພວກເຂົາ​ເຮັດ​ບາບ.


ຄັ້ງໜຶ່ງ ພວກເຂົາ​ເຄີຍ​ອວດອົ່ງ​ທະນົງ​ຕົວ​ໃນ​ເຄື່ອງເອ້​ອັນ​ສວຍງາມ​ຂອງ​ພວກເຂົາ; ແຕ່​ພວກເຂົາ​ກໍໄດ້​ໃຊ້​ມັນ​ເຮັດ​ຮູບເຄົາຣົບ​ຕ່າງໆ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ຊັບສົມບັດ​ນັ້ນ ຊຸກດັນ​ໃຫ້​ພວກເຂົາ​ເກີດ​ເບື່ອໜ່າຍ.


ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”


ປະໂຣຫິດ​ຈະ​ຕ້ອງ​ຈູດ​ສິ່ງ​ເຫຼົ່ານັ້ນ ເພາະ​ມັນ​ມີ​ຂີ້ເຮື້ອນ​ທີ່​ກຳລັງ​ແຜ່ລາມ​ອອກ​ໄປ ຈົ່ງ​ໃຫ້​ຈູດໄຟ​ຖິ້ມ​ເສຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


ຈົ່ງ​ຈູດ​ຮູບເຄົາຣົບ​ຂອງ​ພວກເຂົາ​ຖິ້ມ. ຢ່າ​ຄິດ​ຢາກ​ໄດ້​ເງິນ​ຫລື​ຄຳ​ທີ່​ໃຊ້​ໂອບ​ຮູບ​ເຫຼົ່ານັ້ນ ແລະ​ຢ່າ​ເອົາ​ມັນ​ມາ​ເປັນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຂືນ​ເຮັດ ມັນ​ກໍ​ຈະ​ເປັນ​ອັນຕະລາຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka