Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:2 - ພຣະຄຳພີສັກສິ

2 ພວກເຂົາ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ ໂດຍ​ບໍ່ໄດ້​ຂໍ​ຄຳ​ປຶກສາ​ນຳ​ເຮົາ. ພວກເຂົາ​ຕ້ອງການ​ໃຫ້​ປະເທດ​ເອຢິບ​ຄຸ້ມຄອງ​ພວກເຂົາ; ສະນັ້ນ ພວກເຂົາ​ຈຶ່ງ​ໄວ້ເນື້ອ​ເຊື່ອໃຈ​ກະສັດ​ແຫ່ງ​ເອຢິບ.

Uka jalj uñjjattʼäta Copia luraña




ເອຊາຢາ 30:2
26 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ເຢໂຮຊາຟັດ​ຖາມ​ວ່າ, “ບໍ່ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ຄົນອື່ນ​ອີກ​ບໍ ທີ່​ພວກເຮົາ​ຈະ​ປຶກສາ​ໄດ້.”


ແຕ່​ຢູ່​ມາ​ໃນ​ປີ​ໜຶ່ງ ກະສັດ​ໂຮເຊຢາ​ໄດ້​ສົ່ງ​ທູດ​ໄປ​ຫາ​ກະສັດ​ໂສ​ແຫ່ງ​ເອຢິບ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເພິ່ນ ແລະ​ຢຸດ​ເສຍສ່ວຍ​ປະຈຳ​ປີ​ໃຫ້​ແກ່​ອັດຊີເຣຍ. ເມື່ອ​ກະສັດ​ຊານມາເນເຊ​ຮູ້​ຂ່າວ​ນີ້​ເພິ່ນ​ກໍ​ຈັບ​ກະສັດ​ໂຮເຊຢາ​ໄປ​ຂັງ​ຄຸກ​ໄວ້.


ທ່ານ​ຫວັງ​ໃຫ້​ປະເທດ​ເອຢິບ​ຊ່ວຍເຫລືອ​ຊັ້ນບໍ? ແຕ່​ກໍ​ຄົງ​ເປັນ​ດັ່ງ​ເອົາ​ໄມ້ອໍ້​ໃຊ້​ເປັນ​ໄມ້ເທົ້າ; ມັນ​ຈະ​ຫັກ​ແລະ​ປັກ​ມື​ຂອງທ່ານ​ເອງ. ກະສັດ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້ແຫລະ ສຳລັບ​ຜູ້​ທີ່​ໄປ​ເອື່ອຍອີງ​ອາໄສ​ເພິ່ນ.”


ພວກເຂົາ​ເວົ້າ​ກັບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ຈົ່ງ​ບອກ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ດີ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ດັ່ງ​ຕົ້ນໄມ້​ໃຫ້​ຮົ່ມເຢັນ ໃນ​ທ່າມກາງ​ແສງ​ແດດ​ຂອງ​ຕອນທ່ຽງ​ດ້ວຍ; ແລະ​ຂໍ​ໃຫ້​ພວກເຮົາ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ພວກເຈົ້າ​ເຖີດ. ພວກເຮົາ​ເປັນ​ຊາວ​ອົບພະຍົບ ຂໍ​ເຊື່ອງ​ພວກເຮົາ​ໄວ້​ຢູ່​ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຫາ​ພົບ​ໄດ້​ແດ່.


ທີ່​ຟາກ​ແມ່ນໍ້າ​ຂອງ​ປະເທດ​ເອທີໂອເປຍ​ໄປ​ພຸ້ນ ມີ​ດິນແດນ​ແຫ່ງ​ໜຶ່ງ​ທີ່​ໄດ້ຍິນ​ແຕ່​ສຽງ​ຂອງ​ປີກ​ພື​ພັບ.


ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”


ທ່ານ​ບໍ່​ເທົ່າທຽມ​ແມ່ນແຕ່​ກັບ​ຂ້າຣາຊການ​ຊັ້ນ​ຜູ້ນ້ອຍ​ຂອງ​ອັດຊີເຣຍ​ຊໍ້າ; ແຕ່​ທ່ານ​ພັດ​ຫວັງ​ໃຫ້​ຊາວ​ເອຢິບ​ສົ່ງ​ລົດຮົບ ແລະ​ທະຫານ​ມ້າ​ມາ​ໃຫ້.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?


“ກະລຸນາ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ພວກເຮົາ​ດ້ວຍ ເພາະ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງເພິ່ນ ກຳລັງ​ປິດລ້ອມ​ເມືອງ​ຂອງ​ພວກເຮົາ​ໄວ້. ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ເຮັດ​ການ​ອັດສະຈັນ ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ພວກເຮົາ​ກໍໄດ້ ແລະ​ບັງຄັບ​ໃຫ້​ເຈົ້າ​ເນບູ​ກາດເນັດຊາ​ຖອຍ​ໜີໄປ.”


ກອງທັບ​ພວກ​ບາບີໂລນ​ຍັງ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ຢູ່; ແຕ່​ເມື່ອ​ພວກເຂົາ​ໄດ້ຍິນ​ວ່າ​ກອງທັບ​ຊາວ​ເອຢິບ​ໄດ້​ຂ້າມ​ຊາຍແດນ​ມາ​ແລ້ວ ພວກເຂົາ​ຈຶ່ງ​ລ່າຖອຍ​ໜີໄປ.


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ເພາະ​ພວກເຈົ້າ​ກຳລັງ​ເຮັດ​ຜິດພາດ​ຢ່າງ​ຮ້າຍແຮງ. ພວກເຈົ້າ​ໄດ້​ຂໍຮ້ອງ​ຂ້ອຍ​ໃຫ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສຳລັບ​ພວກເຈົ້າ​ວ່າ, ‘ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສັ່ງ​ສິ່ງໃດ ທ່ານ​ຈົ່ງ​ບອກ​ພວກເຮົາ ແລະ​ພວກເຮົາ​ກໍ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ.’


ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຕ່າງ​ກໍ​ມຸ່ງໜ້າ​ເຂົ້າ​ໄປ​ສູ່​ປະເທດ​ເອຢິບ ຈົນເຖິງ​ເມືອງ​ຕາປັນເຮັດ.


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ບັດນີ້ ເຮົາ​ຈະ​ລວບລວມ​ເອົາ​ພວກເຂົາ​ມາ​ລົງໂທດ. ອີກ​ບໍ່​ດົນ ພວກເຂົາ​ຈະ​ຊັກດີ້ນ​ດ້ວຍ​ຄວາມ​ເຈັບປວດ ເມື່ອ​ຖືກ​ກະສັດ​ແຫ່ງ​ອັດຊີເຣຍ​ກົດຂີ່.


ດື້ດ້ານ​ດັ່ງ​ລໍປ່າ ປະຊາຊົນ​ອິດສະຣາເອນ​ປະພຶດ​ຕາມ​ທາງ​ຂອງ​ຕົນເອງ. ພວກເຂົາ​ໄປ​ຂໍຄວາມ​ຊ່ວຍເຫລືອ​ຈາກ​ອັດຊີເຣຍ ແລະ​ຈ້າງ​ໃຫ້​ຊາດ​ອື່ນ​ມາ​ຄຸ້ມຄອງ​ພວກຕົນ.


ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ພຣະເຈົ້າຢາເວ​ຈະ​ສົ່ງ​ພວກເຈົ້າ​ກັບຄືນ​ໄປ​ສູ່​ປະເທດ​ເອຢິບ​ທາງ​ເຮືອ ເຖິງ​ແມ່ນ​ວ່າ​ພຣະອົງ ໄດ້​ສັ່ງ​ໄວ້​ວ່າ ພວກເຈົ້າ​ບໍ່​ຕ້ອງ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ​ກໍຕາມ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຈ່າວ​ຂາຍ​ຕົນເອງ​ເປັນ​ຄົນ​ຮັບໃຊ້​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ແຕ່​ບໍ່ມີ​ຜູ້ໃດ​ຕ້ອງການ​ຊື້​ພວກເຈົ້າ.”


ຊາວ​ອິດສະຣາເອນ​ໄດ້​ຊີມ​ອາຫານ​ບາງ​ສ່ວນ​ຂອງ​ພວກເຂົາ ແຕ່​ບໍ່ໄດ້​ຂໍ​ຄຳແນະນຳ​ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງນີ້.


ກົກ​ໜາມ​ຈຶ່ງ​ຕອບ​ວ່າ, ‘ຖ້າ​ພວກເຈົ້າ​ຢາກ​ໃຫ້​ຂ້ອຍ​ເປັນ​ກະສັດ​ຂອງ​ພວກເຈົ້າ​ແທ້ ເຊີນ​ມາ​ຊົ້ນ​ຮົ່ມ​ຂອງຂ້ອຍ​ແມ. ຖ້າ​ພວກເຈົ້າ​ບໍ່​ມາ ໄຟ​ຈະ​ອອກ​ມາ​ຈາກ​ງ່າ​ໜາມ​ຂອງຂ້ອຍ ແລະ​ລາມ​ໄປ​ໄໝ້​ຕົ້ນ​ສົນ​ທັງຫລາຍ​ທີ່​ຢູ່​ເທິງ​ພູເຂົາ​ເລບານອນ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka