Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:18 - ພຣະຄຳພີສັກສິ

18 ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.

Uka jalj uñjjattʼäta Copia luraña




ເອຊາຢາ 30:18
69 Jak'a apnaqawi uñst'ayäwi  

ໂຢບ​ເອີຍ ເຈົ້າ​ວ່າ​ເຈົ້າ​ເບິ່ງ​ພຣະເຈົ້າ​ບໍ່ໄດ້​ເລີຍ ແຕ່​ຈົ່ງ​ອົດທົນ​ລໍຄອຍ​ສູ້​ຄະດີ​ຊ້ອງໜ້າ​ພຣະເຈົ້າ.


ຈົ່ງ​ໄວ້ວາງໃຈ​ແລະ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ຈົ່ງ​ເຂັ້ມແຂງ​ແລະ​ຢ່າ​ໝົດຫວັງ​ໃນ​ພຣະເຈົ້າຢາເວ​ຈັກເທື່ອ.


ຈົ່ງ​ພິສູດ​ດ້ວຍ​ຕົນເອງ​ເຖີດ​ວ່າ​ພຣະເຈົ້າຢາເວ​ດີ​ສໍ່າໃດ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ປອດໄພ​ຢູ່​ໃນ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ກະສັດ​ຜູ້​ຊົງ​ອຳນາດ​ຍິ່ງໃຫຍ່ ເພາະ​ພຣະອົງ​ຮັກ​ການ​ກະທຳ​ທີ່​ເປັນ​ທຳ ແລະ​ໃຫ້​ມີ​ຄວາມ​ຍຸດຕິທຳ​ໃນ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ນຳ​ຄວາມ​ຊອບທຳ​ແລະ​ຄວາມ​ເປັນທຳ​ມາ​ໃຫ້.


ແລ້ວ​ພຣະເຈົ້າຢາເວ​ກໍ​ຍ່າງ​ຜ່ານ​ໂມເຊ​ໄປ​ພ້ອມ​ທັງ​ປະກາດ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ​ແລະ​ເຕັມລົ້ນ​ດ້ວຍ​ພຣະຄຸນ ຜູ້​ບໍ່​ຮ້າຍ​ງ່າຍ ແລະ​ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ສັດຊື່.


ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ຄຳ​ບອກສອນ ແລະ​ເຈົ້າ​ຈະ​ສຳເລັດຜົນ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ມີ​ຄວາມສຸກ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ເບິ່ງ​ລົງ​ຈາກ​ສະຫວັນ​ຢ່າງ​ງຽບໆ ດັ່ງ​ນໍ້າ​ຄ້າງ​ຕອນ​ກາງຄືນ​ອັນ​ອົບເອົ້າ​ທີ່​ລວມຕົວ​ກັນ​ໃນ​ລະດູ​ເກັບກ່ຽວ ດັ່ງ​ດວງອາທິດ​ອັນ​ງຽບ​ສະຫງັດ​ໃນ​ຕອນ​ກາງເວັນ​ທີ່​ສ່ອງແຈ້ງ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຈົບ​ລົງ ແລະ​ຄວາມ​ອວດດີ​ຂອງ​ມະນຸດ​ຈະ​ຖືກ​ທຳລາຍ. ຮູບເຄົາຣົບ​ທັງຫລາຍ​ຈະ​ສູນສິ້ນ​ໄປ ແລະ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ​ໃນ​ວັນ​ນັ້ນ.


ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”


ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ. ພວກ​ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ກັບ​ພຣະອົງ. ຈົ່ງ​ປົກປ້ອງ​ພວກ​ຂ້ານ້ອຍ​ແຕ່ລະວັນ ແລະ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ໃນ​ເວລາ​ເດືອດຮ້ອນ​ດ້ວຍ​ເຖີດ.


ຜູ້​ຍິ່ງໃຫຍ່​ທີ່ສຸດ​ແມ່ນ​ພຣະເຈົ້າຢາເວ ພຣະອົງ​ປົກຄອງ​ເໜືອ​ສັບພະທຸກສິ່ງ. ພຣະອົງ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ຄວາມ​ຊອບທຳ


ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ພຣະເຈົ້າ​ກ່າວ​ວ່າ, “ດົນແລ້ວ​ທີ່​ເຮົາ​ມິດງຽບ ເຮົາ​ບໍ່​ຕອບ​ສິ່ງ​ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຂໍຮ້ອງ. ແຕ່​ບັດນີ້ ເວລາ​ທີ່​ດຳເນີນການ​ກໍໄດ້​ມາເຖິງ​ແລ້ວ ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ຖືພາ​ກຳລັງ​ຈະ​ຄອດ​ລູກ.


ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.


ເພື່ອ​ປະຊາຊົນ​ຈະ​ໄດ້​ສັນລະເສີນ​ນາມ​ຂອງເຮົາ ເຮົາ​ຈະ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ໄວ້; ເຮົາ​ອົດກັ້ນ​ທັງ​ຜ່ອນຜັນ​ຄວາມ​ໂກດຮ້າຍ​ທີ່​ເຮົາ​ມີ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ທຳລາຍ​ພວກເຈົ້າ.


ແຕ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ສຳແດງ​ຣິດທານຸພາບ​ຂອງ​ພຣະອົງ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ ແລະ​ເປີດເຜີຍ​ໃຫ້​ເຫັນ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ ໂດຍ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມຄິດ​ເຮົາ​ນັ້ນ ບໍ່​ຄື​ຄວາມຄິດ​ຂອງ​ພວກເຈົ້າ ແລະ​ວິຖີ​ທາງ​ຂອງເຮົາ​ນັ້ນ​ກໍ​ແຕກຕ່າງ​ໃດ ບໍ່​ຄື​ວິຖີ​ທາງ​ຂອງ​ພວກເຈົ້າ.


ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ສືບຕໍ່​ກ່າວຫາ​ຫລື​ໂກດຮ້າຍ​ພວກເຂົາ​ຕະຫລອດໄປ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຮັກ​ຄວາມ​ຍຸດຕິທຳ ເຮົາ​ກຽດຊັງ​ການກົດຂີ່ ແລະ​ອາຊະຍາກຳ​ດ້ວຍ. ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ປະຊາຊົນ​ຂອງເຮົາ​ຢ່າງ​ສັດຊື່ ທັງ​ຈະ​ເຮັດ​ສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ.


ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ ແລະ​ເຄີຍ​ໄດ້ຍິນ​ເຖິງ​ພຣະເຈົ້າ​ດັ່ງ​ພຣະອົງ ຄື​ອົງ​ທີ່​ໄດ້​ເຮັດ​ພາລະກິດ​ເຊັ່ນນີ້​ສຳລັບ​ຄົນ​ທີ່​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ.


ພຣະເຈົ້າຢາເວ​ລີ້​ພຣະອົງ​ເອງ​ຈາກ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຂ້າພະເຈົ້າ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ມອບ​ຄວາມຫວັງ​ໄວ້​ໃນ​ພຣະອົງ.


ແຕ່​ຜູ້ໃດ​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ໄດ້​ຮັບ​ພຣະພອນ.


ສິບ​ວັນ​ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ;


ຜູ້​ທີ່​ຍັງ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ເປັນ​ເວລາ​ໜຶ່ງພັນ​ສາມຮ້ອຍ​ສາມສິບຫ້າ​ວັນ ກໍ​ເປັນ​ສຸກ.


ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”


ເພາະສະນັ້ນ ເຮົາ​ຈະ​ພາ​ນາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກ ແລະ​ໃນ​ທີ່ນັ້ນ ເຮົາ​ຈະ​ເວົ້າ​ເກ່ຍກ່ອມ​ນາງ​ຄືນ​ດ້ວຍ​ຖ້ອຍຄຳ​ແຫ່ງ​ຄວາມຮັກ.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ເບື່ອໜ່າຍ​ຄຳເວົ້າ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອໜ່າຍ​ຢ່າງໃດ?” ກໍ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຖື​ວ່າ ທຸກຄົນ​ທີ່​ເຮັດ​ຊົ່ວ​ລ້ວນແຕ່​ເປັນ​ຄົນດີ ພຣະອົງ​ກໍ​ເຫັນດີ​ນຳ​ພວກເຂົາ.” ຫລື​ໂດຍ​ຖາມ​ວ່າ, “ພຣະເຈົ້າ​ອົງ​ຊົງ​ຕັດສິນ​ນັ້ນ​ຢູ່ໃສ?”


ດັ່ງນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ຄືນ​ເມືອ​ຫາ​ພໍ່​ຂອງຕົນ. ຂະນະທີ່​ຍັງ​ຢູ່​ຫ່າງໄກ​ຈາກ​ບ້ານ​ພໍສົມຄວນ ພໍ່​ກໍ​ແນມ​ເຫັນ​ລາວ ແລ້ວ​ມີ​ຄວາມ​ເມດຕາ​ສົງສານ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ລູກ​ໄວ້​ດ້ວຍ​ຄວາມ​ຮັກແພງ.


ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ດັ່ງນັ້ນ ພຣະອົງ​ຢາກ​ສຳແດງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຣິດເດດ​ອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ປາກົດ, ພຣະອົງ​ຈຶ່ງ​ຊົງ​ອົດກັ້ນ​ໄວ້​ດົນນານ​ຕໍ່​ພວກ​ເຫຼົ່ານັ້ນ ທີ່​ເປັນ​ພາຊະນະ​ອັນ​ສົມຄວນ​ແກ່​ຄວາມ​ໂກດຮ້າຍ ຄື​ຜູ້​ທີ່​ຈັດຕຽມ​ໄວ້​ສຳລັບ​ຄວາມ​ຈິບຫາຍ.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ເປັນ​ພຣະຄຸນ​ຊຶ່ງ​ພວກເຮົາ​ໄດ້​ຮັບ​ຢ່າງ​ລົ້ນເຫລືອ​ຫາ​ທີ່​ປຽບ​ບໍ່ໄດ້. ໃນ​ພຣະ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງ​ເຫັນຈິງ​ທຸກຢ່າງ​ຂອງ​ພຣະອົງ​ນັ້ນ.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.


ຈົ່ງ​ຖື​ວ່າ​ການ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຊົງ​ອົດກັ້ນ​ພຣະໄທ​ໄວ້​ດົນນານ​ນັ້ນ ກໍ​ເພື່ອ​ໂຜດ​ພວກເຮົາ​ໃຫ້​ລອດພົ້ນ ເໝືອນ​ດັ່ງ​ໂປໂລ​ນ້ອງ​ທີ່ຮັກ​ຂອງເຮົາ ໄດ້​ຂຽນ​ຈົດໝາຍ​ເຖິງ​ເຈົ້າ​ທັງຫລາຍ ຕາມ​ສະຕິປັນຍາ​ທີ່​ໄດ້​ຊົງ​ປະທານ​ແກ່​ເພິ່ນ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ​ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.


ເຈົ້າ​ຈົ່ງ​ເຊົາ​ເວົ້າ​ຄຳ​ໂອ້ອວດ​ນັ້ນ​ສາ ຈົ່ງ​ໃຫ້​ຄຳເວົ້າ​ຈອງຫອງ​ຂອງ​ເຈົ້າ​ມິດງຽບ. ເພາະ​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຜູ້​ຮູ້​ເຫັນ ພຣະອົງ​ຕັດສິນ​ທຸກ​ການ​ກະທຳ ຂອງ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka