Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:13 - ພຣະຄຳພີສັກສິ

13 ພວກເຈົ້າ​ເຮັດ​ຜິດ. ພວກເຈົ້າ​ເປັນ​ດັ່ງ​ກຳແພງ​ສູງ​ທີ່​ມີ​ຮອຍ​ແຕກ​ຮອດລຸ່ມ; ບໍ່​ດົນນານ​ດອກ ພວກເຈົ້າ​ກໍ​ຈະ​ພັງ​ທະລາຍ​ລົງ.

Uka jalj uñjjattʼäta Copia luraña




ເອຊາຢາ 30:13
19 Jak'a apnaqawi uñst'ayäwi  

ສ່ວນ​ພວກ​ທີ່​ລອດຕາຍ​ນັ້ນ​ໄດ້​ປົບໜີໄປ​ເມືອງ​ອາເຟັກ, ແຕ່​ພວກ​ນີ້​ໄດ້​ຖືກ​ກຳແພງ​ເຈື່ອນ​ທັບ​ຕາຍ​ຊາວເຈັດ​ພັນ​ຄົນ. ກະສັດ​ເບັນຮາດາດ​ໄດ້​ປົບໜີໄປ​ໃນ​ເມືອງ​ນັ້ນ​ເຊັ່ນດຽວ​ກັນ ແລະ​ເຂົ້າ​ໄປ​ລີ້​ຢູ່​ທາງ​ຫລັງ​ຫ້ອງ​ຂອງ​ເຮືອນ​ຫລັງ​ໜຶ່ງ.


ຈົ່ງ​ລະວັງ ຢ່າ​ໃຫ້​ສິນຈ້າງ​ລາງວັນ​ຫລອກລວງ ຫລື​ຄວາມຮັ່ງມີ ພາ​ເຈົ້າ​ໄປ​ທາງ​ຜິດ​ຍ້ອນ.


ພວກເຈົ້າ​ຈະ​ໂຈມຕີ​ຄົນ​ໜຶ່ງ​ໄປ​ດົນ​ປານໃດ ຄື​ຜູ້​ທີ່​ບໍ່​ແຂງແຮງ​ສໍ່າ​ກັບ​ຮົ້ວ​ທີ່​ເພພັງ​ຊໍ້າ?


ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.


ຄົນ​ທີ່​ສືບຕໍ່​ດື້ດ້ານ​ຕໍ່​ຄຳ​ບອກສອນ ກໍ​ຈະ​ຫຼົ້ມຈົມ​ຈົນ​ເຫລືອແກ້​ໃນ​ມື້​ໜຶ່ງ.


ດ້ວຍເຫດນັ້ນ ຄວາມພິນາດ​ຈະ​ທຳລາຍ​ພວກເຂົາ​ໂດຍ​ບໍ່​ຮູ້ຕົວ ແລະ​ເຄາະຮ້າຍ​ອັນ​ເຖິງ​ຕາຍ​ກໍ​ຈະ​ຕົກ​ຖືກ​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນັ້ນເອງ ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຄວາມ​ຊົ່ວຊ້າ​ເຊັ່ນນີ້​ຈະ​ບໍ່ໄດ້​ຮັບ​ການ​ຍົກໂທດ​ຈັກເທື່ອ ຈົນກວ່າ​ພວກເຂົາ​ຈະ​ຕາຍ​ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.


ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ປະຊາຊົນ​ຂອງ​ເຈົ້າ​ຈະ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ຂຶ້ນໃໝ່ ຄື​ສ້າງ​ຂຶ້ນ​ໃໝ່​ຢູ່​ໃນ​ບ່ອນ​ທີ່​ມີ​ຮາກຖານ​ເດີມ. ເຈົ້າ​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ປະຊາຊົນ ຜູ້​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ຜູ້​ທີ່​ສ້າງ​ບ້ານເຮືອນ​ທີ່​ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່.”


ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”


ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ ແລະ​ເຮືອນ​ນັ້ນ​ກໍໄດ້​ເຈື່ອນ​ເພພັງ​ລົງ ແລະ​ການ​ເພພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ.”


ສ່ວນ​ຄົນ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ປະຕິບັດ​ຕາມ ລາວ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ​ເທິງ​ດິນ ໂດຍ​ບໍ່​ກໍ່​ຮາກຖານ ເມື່ອ​ແປວ​ນໍ້າ​ໄຫລ​ທັ່ງ​ໃສ່​ຕຶກ​ນັ້ນ ມັນ​ກໍ​ເຈື່ອນ​ລົງ​ທັນທີ ແລະ​ຄວາມ​ພິນາດ​ຈິບຫາຍ​ຂອງ​ຕຶກ​ນັ້ນ​ກໍ​ໃຫຍ່ຫລວງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka