ເອຊາຢາ 30:12 - ພຣະຄຳພີສັກສິ12 ແຕ່ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນກ່າວວ່າ, “ພວກເຈົ້າບໍ່ເອົາໃຈໃສ່ນຳສິ່ງທີ່ເຮົາບອກແລະເພິ່ງການໃຊ້ກຳລັງແລະການຫລອກລວງ. Uka jalj uñjjattʼäta |
ສະນັ້ນ ບັດນີ້ ເຟືອງ ແລະຫຍ້າແຫ້ງຖືກເຜົາໄໝ້ໃນໄຟສັນໃດ ຮາກເຫງົ້າຂອງພວກເຈົ້າຈະຂຸແລະດອກຂອງພວກເຈົ້າຈະຫ່ຽວແຫ້ງ ທັງຖືກລົມພັດໜີໄປສັນນັ້ນ; ເພາະພວກເຈົ້າໄດ້ປະຖິ້ມຄຳສັ່ງສອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືດູຖູກຢຽບຫຍາມຖ້ອຍຄຳຂອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ໄດ້ສັ່ງສອນພວກເຮົາ.
ສວນອະງຸ່ນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແມ່ນຊາດອິດສະຣາເອນ ແລະປະຊາຊົນຊາວຢູດາແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງໄດ້ປູກໄວ້. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ດີ, ແຕ່ພວກເຂົາມີແຕ່ປະພຶດຕົນເປັນຜູ້ຂ້າຄົນ. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ຊອບທຳ, ແຕ່ຄົນຮັບເຄາະກຳຮ້ອງຂໍຄວາມຍຸດຕິທຳ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຢູດາໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ປະຕິເສດກົດບັນຍັດຂອງພຣະເຈົ້າຢາເວ ແລະບໍ່ໄດ້ຖືຮັກສາຂໍ້ຄຳສັ່ງຂອງພຣະອົງ. ພວກເຂົາເດີນທາງຜິດ ໂດຍຕິດຕາມພະຈອມປອມທີ່ພວກປູ່ຍ່າຕາຍາຍຂອງພວກເຂົາເຄີຍນັບຖືມານັ້ນ.