Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 30:11 - ພຣະຄຳພີສັກສິ

11 ອອກ​ໜີໄປ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ພວກເຮົາ​ສາ ແລະ​ຢ່າ​ມາ​ກີດກັ້ນ​ພວກເຮົາ​ເລີຍ. ພວກເຮົາ​ບໍ່​ຢາກ​ຟັງ ເຖິງ​ເລື່ອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”

Uka jalj uñjjattʼäta Copia luraña




ເອຊາຢາ 30:11
12 Jak'a apnaqawi uñst'ayäwi  

ເຈົ້າ​ຄິດ​ວ່າ​ເຈົ້າ​ກຳລັງ​ກ່າວ​ໝິ່ນປະໝາດ ແລະ​ເຍາະເຍີ້ຍ​ໃສ່​ໃຜ? ເຈົ້າ​ບໍ່ໄດ້​ໃຫ້​ຄວາມ​ເຄົາຣົບ​ແກ່​ເຮົາ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ຄົນຊົ່ວ​ບອກ​ພຣະເຈົ້າ​ປ່ອຍ​ພວກເຂົາ​ໃຫ້​ຢູ່​ຕາມ​ລຳພັງ ພວກເຂົາ​ບໍ່​ຕ້ອງການ​ຮູ້ຈັກ​ແມ່ນແຕ່​ພຣະປະສົງ​ຂອງ​ພຣະອົງ​ຊໍ້າ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ພຣະເຈົ້າ​ຈະ​ທຳລາຍ​ພວກ​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ, ພວກ​ທີ່​ປົກປ້ອງ​ຜູ້​ຂ້າຄົນ​ບໍ່​ໃຫ້​ຖືກ​ໂທດ ແລະ​ພວກ​ທີ່​ເວົ້າຕົວະ​ເພື່ອ​ບໍ່​ໃຫ້​ຄົນ​ສັດຊື່​ໄດ້​ຮັບ​ຄວາມ​ຍຸດຕິທຳ.


ຢ່າ​ສູ່​ທຳນວາຍ​ຢູ່​ໃນ​ເມືອງ​ເບັດເອນ​ນີ້​ຕໍ່ໄປ. ບ່ອນ​ນີ້​ເປັນ​ສະຖານທີ່​ກະສັດ​ນະມັດສະການ​ຄື ເປັນ​ພຣະວິຫານ​ແຫ່ງ​ອານາຈັກ.”


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ແຕ່​ເອລີມາ (ຕາມ​ຊື່​ທີ່​ຄົນ​ເອີ້ນ​ເປັນ​ພາສາ​ກຣີກ) ໝໍ​ເວດມົນ​ຄາຖາ​ໄດ້​ຂັດຂວາງ​ທ່ານ​ທັງສອງ​ໄວ້ ໂດຍ​ພະຍາຍາມ​ຈະ​ແຍກ​ຜູ້​ປົກຄອງ ໃຫ້​ໜີ​ຫ່າງ​ຈາກ​ຄວາມເຊື່ອ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ແລະ​ເວົ້າ​ໃສ່ຮ້າຍ​ປ້າຍສີ​ກັນ, ການ​ກຽດຊັງ​ພຣະເຈົ້າ, ຂີ້ອົ່ງ​ໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດ​ຄິດແຕ່ງ​ການ​ຊົ່ວຊ້າ​ຂຶ້ນ, ບໍ່​ຟັງ​ຄວາມ​ພໍ່​ແມ່,


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka