ເອຊາຢາ 30:10 - ພຣະຄຳພີສັກສິ10 ພວກເຂົາບອກພວກຜູ້ທຳນວາຍໃຫ້ມິດງຽບ. ພວກເຂົາເວົ້າວ່າ, “ຢ່າເວົ້າສິ່ງທີ່ຖືກຕ້ອງສູ່ພວກເຮົາຟັງເລີຍ. ຈົ່ງບອກສິ່ງທີ່ພວກເຮົາຢາກຟັງ. ໃຫ້ພວກເຮົາຢຶດຖືສິ່ງທີ່ລວງຕາລວງໃຈໄວ້ສາ. Uka jalj uñjjattʼäta |
ອາມາຊີຢາເວົ້າຕັດບົດວ່າ, “ເຮົາແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດເມື່ອໃດ? ຈົ່ງຢຸດເວົ້າແມ ຫລືຈະໃຫ້ເຮົາຂ້າເຈົ້າເສຍ.” ແຕ່ຜູ້ທຳນວາຍເວົ້າສວນຂຶ້ນ ແລະບອກເພິ່ນວ່າ, “ບັດນີ້ ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈທຳລາຍທ່ານແລ້ວ ເພາະທ່ານໄດ້ເຮັດສິ່ງທັງໝົດນີ້ ແລະຍັງບໍ່ຍອມຟັງຄຳຕັກເຕືອນຂອງຂ້ານ້ອຍ.”
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”
ໂຊນຈຶ່ງເວົ້າວ່າ, “ເປັນຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ.” ດັ່ງນັ້ນ ພວກເຂົາຈຶ່ງໄປບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວບາງຄົນທີ່ອອກມາຕັກນໍ້າ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ?” (ໃນເວລານັ້ນຄົນເອີ້ນຜູ້ທຳນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ.”)