Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:8 - ພຣະຄຳພີສັກສິ

8 ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 3:8
35 Jak'a apnaqawi uñst'ayäwi  

ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍໄດ້​ປຸ້ນສະດົມ​ເມືອງ​ຕ່າງໆ ທາງ​ທິດ​ຕາເວັນຕົກ​ຂອງ​ຕີນ​ພູ​ແລະ​ທາງ​ທິດໃຕ້​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະ​ເກເດໂຣດ ແລະ​ເມືອງ​ຕ່າງໆ​ຂອງ​ໂສໂກ, ຕິມນາ ແລະ​ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ຜູ້​ທີ່​ຫ້າງແຮ້ວ​ໃສ່​ຄົນອື່ນ ແຮ້ວ​ນັ້ນ​ຊໍ້າພັດ​ລັ່ນ​ຖືກ​ຕົນເອງ. ຜູ້​ທີ່​ເຮັດ​ໃຫ້​ຫີນ​ກິ້ງລົງ ກໍ​ຖືກ​ຫີນ​ນັ້ນ​ກິ້ງທັບ.


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ປະເທດ​ຂອງເຈົ້າ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແຕ່​ບັດນີ້ ຈະ​ແຄບ​ເກີນ​ໄປ​ສຳລັບ​ຜູ້​ທີ່​ກັບ​ມາ​ບ້ານ. ພວກ​ທີ່​ໄດ້​ປະ​ເຈົ້າ​ໄວ້​ໃຫ້​ຮົກຮ້າງ​ເພພັງ ກໍ​ຈະ​ຖືກ​ຍົກຍ້າຍ​ອອກ​ໄປ​ໃຫ້​ຫ່າງໄກ​ຈາກ​ເຈົ້າ.


ພວກເຈົ້າ​ຫຍໍ້ຫຍັນ​ຜູ້ໃດ​ກັນ​ໜໍ? ຄົນ​ຂີ້ຕົວະ​ເອີຍ


ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ສະນັ້ນ ພວກເຂົາ​ບໍ່​ຕ້ອງ​ໃຊ້​ຄຳ​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເພາະ​ຖ້າ​ຜູ້ໃດ​ໃຊ້​ຄຳເວົ້າ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນ​ພາລະໜັກ​ແທ້ໆ​ສຳລັບ​ຜູ້ນັ້ນ. ປະຊາຊົນ​ໄດ້​ບິດເບືອນ​ຖ້ອຍຄຳ​ແຫ່ງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຂອງ​ພວກເຂົາ.


“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ຈົ່ງ​ເບິ່ງ​ພຸ້ນ​ດຸ ສັດຕູ​ກຳລັງ​ມາ​ດັ່ງ​ກ້ອນເມກ. ລົດຮົບ​ຂອງ​ພວກເຂົາ​ແລ່ນ​ມາ​ດັ່ງ​ລົມ​ບ້າໝູ ແລະ​ມ້າ​ຂອງ​ພວກເຂົາ​ກໍ​ແລ່ນ​ໄວ​ດັ່ງ​ນົກອິນຊີ. ພວກເຮົາ​ໄດ້​ເສຍໄຊ ຄາວ​ເຄາະກຳ​ມາເຖິງ​ສາ​ແລ້ວ.


ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.


ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.


ພຣະອົງ​ຈຶ່ງ​ຖາມ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ບໍ ສິ່ງ​ທີ່​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ເຮັດ​ຢູ່​ຢ່າງ​ລັບລີ້​ນັ້ນ? ແຕ່ລະຄົນ​ກໍ​ມີ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ​ຂອງຕົນ. ການ​ແກ້ຕົວ​ຂອງ​ພວກເຂົາ​ຄື: ‘ພຣະເຈົ້າຢາເວ​ບໍ່​ເຫັນ​ພວກເຮົາ​ດອກ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງເຮົາ​ສາ​ແລ້ວ.”’


ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ເຮັດ​ຜິດ ເພາະ​ການບາບ​ອັນ​ຮ້າຍແຮງ. ພວກເຂົາ​ໄດ້​ຂ້າ​ຄົນ​ທົ່ວ​ທັງ​ດິນແດນ ແລະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ໄປ​ດ້ວຍ​ຄາດຕະກອນ. ພວກເຂົາ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງ​ພວກເຮົາ ພຣະເຈົ້າຢາເວ​ບໍ່​ຮູ້​ເຫັນ​ສິ່ງໃດ.’


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ກໍ​ຮ້ອງຟ້ອງ​ຕໍ່ສູ້​ພວກເຂົາ. ພວກເຂົາ​ຕຳ​ສະດຸດ​ລົ້ມ​ຍ້ອນ​ການບາບ​ຂອງ​ພວກເຂົາ​ເອງ ແລະ​ຝ່າຍ​ປະຊາຊົນ​ຢູດາ​ກໍ​ລົ້ມລົງ​ຄືກັນ.


ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ພວກເຈົ້າ​ຄົນຮັ່ງມີ​ຫາ​ຜົນປະໂຫຍດ​ນຳ​ຄົນ​ຍາກຈົນ ແລະ​ພວກເຈົ້າ​ທຸກຄົນ​ລ້ວນແຕ່​ເປັນ​ຄົນ​ຂີ້ຕົວະ.


ແຕ່​ພຣະອົງ​ທົນ​ເບິ່ງ​ຄົນ​ເລ້ຫລ່ຽມ​ຫລອກລວງ ຄື​ຄົນຊົ່ວຊ້າ​ເຫຼົ່ານີ້​ໄດ້​ຢ່າງໃດ? ຕາ​ຂອງ​ພຣະອົງ​ແສນ​ບໍຣິສຸດ​ຍິ່ງ ເກີນກວ່າ​ທີ່​ຈະ​ເບິ່ງ​ຄວາມ​ຊົ່ວຊ້າ​ໄດ້ ແລະ​ພຣະອົງ​ກໍ​ບໍ່​ອາດ​ທົນ​ຕໍ່​ພາບ​ຂອງ​ປະຊາຊົນ​ທີ່​ເຮັດ​ຜິດ​ໄດ້. ດ້ວຍເຫດໃດ ພຣະອົງ​ຈຶ່ງ​ມິດງຽບ​ຢູ່ ໃນ​ເມື່ອ​ພວກເຂົາ​ທຳລາຍ​ປະຊາຊົນ ຜູ້​ທີ່​ຊອບທຳ​ກວ່າ​ພວກເຂົາ?


ພວກເຮົາ​ຈະ​ຍຸຍົງ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ອິດສາ​ຊັ້ນບໍ? ພວກເຮົາ​ຄິດ​ວ່າ​ພວກເຮົາ​ມີ​ຣິດເດດ​ຫລາຍກວ່າ​ພຣະອົງ​ບໍ?


ເພື່ອ​ຈະ​ນຳ​ເອົາ​ການ​ຕັດສິນ​ມາ​ສູ່​ທຸກໆ​ຄົນ ຄື​ລົງໂທດ​ທຸກຄົນ ສຳລັບ​ການ​ກະທຳ​ຊົ່ວ​ທຸກຢ່າງ ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ສຳລັບ​ຄຳ​ຫຍາບຊ້າ​ທຸກໆ​ຄຳ ທີ່​ຄົນ​ເຫຼົ່ານັ້ນ​ໄດ້​ກ່າວ​ໃສ່ຮ້າຍ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka