Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:6 - ພຣະຄຳພີສັກສິ

6 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສະມາຊິກ​ໃນ​ຕະກຸນ​ໜຶ່ງ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ພວກເຂົາ ແລະ​ເວົ້າ​ກັບ​ລາວ​ວ່າ, “ຢ່າງໜ້ອຍ​ເຈົ້າ​ກໍ​ມີ​ເຄື່ອງນຸ່ງຫົ່ມ​ບາງ​ໂຕ; ສະນັ້ນ ໃນ​ເວລາ​ທີ່​ເດືອດຮ້ອນ​ຢ່າງນີ້ ຈົ່ງ​ເປັນ​ຜູ້ນຳ​ຂອງ​ພວກເຮົາ​ເຖີດ.”

Uka jalj uñjjattʼäta Copia luraña




ເອຊາຢາ 3:6
4 Jak'a apnaqawi uñst'ayäwi  

ແຕ່​ລາວ​ຈະ​ຕອບ​ວ່າ, “ຢ່າ​ເລືອກເອົາ​ຂ້ອຍ​ເທາະ ຂ້ອຍ​ຊ່ວຍ​ພວກເຈົ້າ​ບໍ່ໄດ້​ດອກ. ຂ້ອຍ​ບໍ່ມີ​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ເລີຍ. ຢ່າ​ສູ່​ເລືອກເອົາ​ຂ້ອຍ​ເປັນ​ຜູ້ນຳ​ເທາະ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຜູ້ຍິງ​ເຈັດ​ຄົນ​ຈະ​ຍາດ​ເອົາ​ຜູ້ຊາຍ​ຄົນດຽວ ພ້ອມ​ທັງ​ກ່າວ​ວ່າ, “ພວກເຮົາ​ລ້ຽງ​ແລະ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ຕົນເອງ​ໄດ້; ແຕ່​ໂຜດ​ໃຫ້​ພວກເຮົາ​ເອີ້ນ​ເຈົ້າ​ວ່າ​ເປັນ​ຜົວ​ຂອງ​ພວກເຮົາ​ເທີ້ນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ທົນ​ອັບອາຍ​ຂາຍໜ້າ​ຍ້ອນ​ຫາ​ຜົວ​ບໍ່ໄດ້.”


ເມື່ອ​ພຣະເຢຊູເຈົ້າ​ຮູ້​ວ່າ, ພວກເຂົາ​ກຳລັງ​ຈະ​ມາ​ຈັບ​ເອົາ​ພຣະອົງ​ໄປ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ. ດັ່ງນັ້ນ ພຣະອົງ​ຈຶ່ງ​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ ໂດຍ​ລຳພັງ​ແຕ່​ຜູ້​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka