4 ອົງພຣະຜູ້ເປັນເຈົ້າຈະປ່ອຍໃຫ້ເດັກນ້ອຍປົກຄອງປະຊາຊົນ.
ເຈົ້າມານາເຊໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຫ້າສິບຫ້າປີ.
ເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບເອັດປີ.
ເຈົ້າເຊເດກີຢາເພິ່ນຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວເອັດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ.
ເມື່ອເຈົ້າເຢໂຮອາຮາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ເພິ່ນອາຍຸຊາວສາມປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມພຽງສາມເດືອນ.
ເຈົ້າເຢໂຮຍອາກິມໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
ເຈົ້າເຢໂຮຍອາກິນຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມເດືອນກັບສິບວັນ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
ປະເທດເດືອດຮ້ອນເມື່ອກະສັດຍັງໜຸ່ມແໜ້ນ ແລະບັນດາຜູ້ນຳກໍກິນລ້ຽງຈົນຮອດແຈ້ງແລະດື່ມຈົນເມົາ.
ພວກໃຫ້ກູ້ຢືມເງິນ ກົດຂີ່ປະຊາຊົນຂອງເຮົາ ແລະພວກເຈົ້າໜີ້ກໍສໍ້ໂກງພວກເຂົາ. ປະຊາຊົນຂອງເຮົາເອີຍ ບັນດາຜູ້ນຳຂອງພວກເຈົ້າກຳລັງນຳພວກເຈົ້າໄປໃນທາງຜິດ ພວກເຈົ້າຈຶ່ງບໍ່ຮູ້ເລີຍວ່າຄວນລ້ຽວໄປທາງໃດດີ.
ພຣະເຈົ້າຢາເວກ່າວວ່າ, “ເບິ່ງດູ ຜູ້ຍິງຊາວນະຄອນເຢຣູຊາເລັມອວດອົ່ງຈອງຫອງສໍ່າໃດ ພວກເຂົາຍ່າງເບີດຈົນດັງຕັ້ງຊື່. ພວກເຂົາມັກທ່ຽວເລາະຫລິ້ນສະເໝີໂດຍຍ່າງບາດກ້າວອັນຜ່າເຜີຍ ຈົນປອກຕີນດັງເປັນຈັງຫວະ.
ພວກນາຍທະຫານແລະພວກຜູ້ປົກຄອງພົນລະເຮືອນ, ບັນດານັກການເມືອງແລະທຸກຄົນທີ່ໃຊ້ເວດມົນຄາຖາເພື່ອເບິ່ງເຫດການຕ່າງໆ.
ພຣະເຈົ້າຢາເວໂກດຮ້າຍຕໍ່ຊາວເຢຣູຊາເລັມ ແລະຢູດາ ຈົນພຣະອົງໄດ້ເນລະເທດພວກເຂົາໜີໄປໃຫ້ພົ້ນຈາກສາຍຕາຂອງພຣະອົງ. ເຈົ້າເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາດເນັດຊາແຫ່ງບາບີໂລນ