Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:3 - ພຣະຄຳພີສັກສິ

3 ພວກ​ນາຍ​ທະຫານ​ແລະ​ພວກ​ຜູ້ປົກຄອງ​ພົນລະເຮືອນ, ບັນດາ​ນັກການເມືອງ​ແລະ​ທຸກຄົນ​ທີ່​ໃຊ້​ເວດມົນ​ຄາຖາ​ເພື່ອ​ເບິ່ງ​ເຫດການ​ຕ່າງໆ.

Uka jalj uñjjattʼäta Copia luraña




ເອຊາຢາ 3:3
11 Jak'a apnaqawi uñst'ayäwi  

ເຈົ້າ​ໄດ້​ໃຊ້​ອຳນາດ​ແລະ​ຕຳແໜ່ງ​ຢ່າງ​ຜິດໆ ເພື່ອ​ຢຶດ​ດິນດອນ​ບ່ອນ​ທຳມາ​ຫາກິນ​ທັງໝົດ​ນັ້ນ.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ແຕ່​ໂມເຊ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ບໍ່ໄດ້​ດອກ ພຣະເຈົ້າຢາເວ​ເອີຍ ຂໍ​ຢ່າ​ໃຊ້​ຂ້ານ້ອຍ​ໄປ​ເທາະ. ຂ້ານ້ອຍ​ເອງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລະ​ບໍ່ມີ​ສີ​ປາກ​ມາ​ແຕ່​ໃດໆ, ຕັ້ງແຕ່​ພຣະອົງ​ໄດ້​ເລີ່ມ​ກ່າວ​ແກ່​ຂ້ານ້ອຍ​ມາ​ນີ້ ຂ້ານ້ອຍ​ແຮ່ງ​ເວົ້າ​ອອກ​ຍາກ​ຫລາຍ ເວົ້າ​ເກິໆກະໆ​ບໍ່ລ່ຽນ​ບໍ່ໄຫລ.”


ບັນດາ​ວິລະບູລຸດ​ແລະ​ພວກ​ທະຫານ, ບັນດາ​ຜູ້ຕັດສິນ​ແລະ​ພວກ​ຜູ້ທຳນວາຍ, ບັນດາ​ໝໍ​ດູ​ແລະ​ພວກ​ຜູ້ປົກຄອງ,


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປ່ອຍ​ໃຫ້​ເດັກນ້ອຍ​ປົກຄອງ​ປະຊາຊົນ.


ສະນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ. ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຕາຍ​ຍ້ອນ​ຫິວເຂົ້າ ແລະ​ຄົນ​ສາມັນ​ທຳມະດາ​ຈະ​ຕາຍ​ຍ້ອນ​ຫິວນໍ້າ.


ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.


ແລ້ວ​ລາວ​ກໍໄດ້​ຖາມ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ​ວ່າ, “ຄົນ​ທີ່​ພວກເຈົ້າ​ຂ້າ​ໃນ​ເມືອງ​ຕາໂບ​ນັ້ນ​ມີ​ຮູບຮ່າງ​ຢ່າງ​ໃດ?” ພວກເຂົາ​ຕອບ​ວ່າ, “ຄືກັນ​ກັບ​ທ່ານ​ແລະ​ທຸກຄົນ​ກໍ​ເບິ່ງ​ຄື​ກັນ​ກັບ​ລູກຊາຍ​ຂອງ​ກະສັດ.”


ເພິ່ນ​ຈະ​ແຕ່ງຕັ້ງ​ເຂົາ​ບາງຄົນ​ໃຫ້​ເປັນ​ນາຍພັນ ແລະ​ໃຫ້​ບາງຄົນ​ເປັນ​ນາຍຮ້ອຍ. ລູກຊາຍ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ໄຖນາ​ແລະ​ກ່ຽວເຂົ້າ​ໃຫ້​ເພິ່ນ ແລະ​ເຮັດ​ອາວຸດ​ແລະ​ເຄື່ອງຮົບ​ປະຈຳ​ລົດຮົບ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka