25 ແມ່ນແລ້ວ ພວກຜູ້ຊາຍໃນເມືອງແມ່ນແຕ່ຄົນທີ່ແຂງແຮງທີ່ສຸດ ກໍຈະຖືກຂ້າໃນສະໜາມຮົບ.
ແລະໄດ້ຂ້າທະຫານຢູດາທີ່ເກັ່ງກ້າ ໜຶ່ງຮ້ອຍຊາວພັນຄົນໃນມື້ດຽວ. ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ໄດ້ອະນຸຍາດໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ, ເພາະປະຊາຊົນຢູດາໄດ້ປະຖິ້ມພຣະອົງ.
ພໍ່ຂອງພວກເຮົາໄດ້ຖືກຂ້າໃນສະໜາມຮົບ ແລະເມຍກັບລູກຂອງພວກເຮົາກໍຖືກຈັບໄປເປັນຊະເລີຍ.
ແຕ່ຖ້າພວກເຈົ້າປະຕິເສດແລະກະບົດ ພວກເຈົ້າກໍຈະໄດ້ຮັບໂທດເຖິງຕາຍ. ເພາະວ່າປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້.”
ຊາຕາກຳຂອງພວກເຈົ້າຄືການຕາຍຢ່າງໂຫດຫ້ຽມ ເພາະພວກເຈົ້າບໍ່ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ ຫລືຍອມຟັງເມື່ອເຮົາໄດ້ກ່າວແກ່ພວກເຈົ້າ. ພວກເຈົ້າເລືອກເອົາການບໍ່ເຊື່ອຟັງແລະການເຮັດຊົ່ວ.
ສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງໄດ້ກ່າວວ່າ, “ເຮົາຈະລົງໂທດພວກເຂົາ ຊາຍໜຸ່ມຂອງພວກເຂົາຈະຖືກຂ້າໃນສະໜາມຮົບ; ລູກຂອງພວກເຂົາຈະອຶດຫິວຕາຍ.
ເມື່ອຂ້ານ້ອຍອອກໄປຕາມທ້ອງທົ່ງນາ ກໍເຫັນຊາກສົບຄົນຕາຍຢາຍຢູ່ໃນສະໜາມຮົບ; ເມື່ອຂ້ານ້ອຍເຂົ້າໄປໃນນະຄອນ ກໍເຫັນຄົນກຳລັງອຶດຕາຍກັນທັງນັ້ນ. ຜູ້ທຳນວາຍແລະປະໂຣຫິດກໍເຮັດວຽກຂອງພວກເຂົາ ແຕ່ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກຕົນກຳລັງເຮັດຢູ່.”
ໃນດິນແດນມີແມ່ໝ້າຍຫລາຍກວ່າ ທີ່ແຄມທະເລມີເມັດຊາຍ. ເຮົາຂ້າຊາວໜຸ່ມ ແລະໃຫ້ແມ່ທຸກລະທົມໃຈ ໂດຍຕີພວກເຂົາລົງບຶດດຽວໃຫ້ລະທົມໃຈຢ້ານ.
ແຕ່ບັດນີ້ ຈົ່ງໃຫ້ລູກຂອງພວກເຂົາອຶດຢາກເຖິງແກ່ຄວາມຕາຍ; ຈົ່ງໃຫ້ພວກເຂົາຖືກຂ້າໃນສົງຄາມ. ຈົ່ງໃຫ້ພວກຜູ້ຍິງສູນເສຍຜົວ ແລະລູກຂອງພວກເຂົາ; ຈົ່ງໃຫ້ພວກຜູ້ຊາຍຕາຍຍ້ອນເຈັບໄຂ້ໄດ້ປ່ວຍ ແລະພວກຊາຍໜຸ່ມຖືກຂ້າໃນສະໜາມຮົບ.
ເພາະໃນບ່ອນນີ້ເຮົາຈະທຳລາຍແຜນການທັງປວງຂອງຊາວຢູດາແລະຊາວນະຄອນເຢຣູຊາເລັມ. ເຮົາຈະໃຫ້ເຫຼົ່າສັດຕູຊະນະພວກເຂົາ ແລະສັງຫານພວກເຂົາໃນສະໜາມຮົບ. ເຮົາຈະໃຫ້ຝູງນົກແລະຝູງສັດປ່າໄດ້ກິນຊາກສົບຂອງພວກເຂົາເປັນອາຫານ.
ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງຈະຖືກຂ້າໃນສົງຄາມ ຫລືໂດຍການຕາຍອຶດຕາຍຫິວ ຫລືໂດຍເຈັບໄຂ້ໄດ້ປ່ວຍ, ແຕ່ຜູ້ໃດຜູ້ໜຶ່ງທີ່ອອກໄປຍອມຈຳນົນຕໍ່ພວກບາບີໂລນ ທີ່ກຳລັງໂຈມຕີເມືອງຢູ່ໃນເວລານີ້ຈະບໍ່ຖືກຂ້າ; ຢ່າງໜ້ອຍລາວຈະຊ່ວຍຊີວິດຕົນໃຫ້ພົ້ນໄດ້.
ບໍ່ວ່າຄົນໜຸ່ມຫລືຄົນເຖົ້າກໍລົ້ມລົງຕາມຫົນທາງ ຊາຍໜຸ່ມຍິງສາວກໍຖືກສັດຕູຂ້າດ້ວຍດາບ. ໃນວັນທີ່ພຣະອົງໂກດຮ້າຍ ພຣະອົງໄດ້ຂ້າພວກເຂົາ ເປັນການຂ້າໝູ່ໂດຍບໍ່ເມດຕາສົງສານ.
ຄົນບາບທີ່ຢູ່ທ່າມກາງປະຊາຊົນຂອງເຮົາຈະຖືກຂ້າໃນສະໜາມຮົບ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າຈະບໍ່ໃຫ້ໄພອັນຕະລາຍຢ່າງໃດມາໃກ້ພວກເຮົາດອກ.”’