Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:24 - ພຣະຄຳພີສັກສິ

24 ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 3:24
28 Jak'a apnaqawi uñst'ayäwi  

ຕາມ​ທຳມະດາ​ແລ້ວ ການ​ຕົບແຕ່ງ​ຄວາມງາມ​ຂອງ​ຜູ້ຍິງ​ມີ​ກຳນົດ​ໄດ້​ໜຶ່ງ​ປີ​ຄື: ຫົກ​ເດືອນ​ເປັນ​ການ​ນວດກາຍ​ດ້ວຍ​ນໍ້າມັນ​ກຳຍານ ແລະ​ອີກ​ຫົກ​ເດືອນ​ຕໍ່ມາ ເປັນ​ການ​ນວດ​ດ້ວຍ​ນໍ້າມັນ​ຫອມ. ຫລັງຈາກ​ນີ້ ຍິງ​ແຕ່ລະຄົນ​ແມ່ນ​ຈະ​ຖືກ​ນຳ​ຕົວ​ເປັນ​ຜຽນ​ເຂົ້າ​ໄປ​ຫາ​ກະສັດ​ເຊເຊັດ.


ຂ້ອຍ​ນຸ່ງ​ຜ້າ​ກະສອບເຂົ້າ​ໂສກເສົ້າ​ແລະ​ທຸກໃຈ ໃນ​ຂີ້ຝຸ່ນ​ດິນ ຂ້ອຍ​ນັ່ງ​ຢູ່​ທີ່​ນັ້ນ​ຢ່າງ​ພ່າຍແພ້.


ນາງ​ເຮັດ​ເຄື່ອງນຸ່ງ​ພ້ອມ​ທັງ​ສາຍແອວ ແລະ​ຂາຍ​ໃຫ້​ພວກ​ພໍ່ຄ້າ.


ຂ້ອຍ​ພົມ​ຜ້າ​ປູບ່ອນ​ດ້ວຍ​ນໍ້າຫອມ​ຈາກ​ຢາງໄມ້, ນໍ້າຫອມ​ອາໂລ ແລະ​ກຳຍານ​ຫອມ.


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ປະຊາຊົນ​ຕາມ​ຖະໜົນ​ກໍ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ; ທີ່​ສີ່​ແຍກ​ກາງເມືອງ​ແລະ​ທີ່​ເທິງ​ຫລັງຄາ​ພຽງ​ປະຊາຊົນ​ກໍ​ໄວ້ທຸກ​ແລະ​ຮ້ອງໄຫ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ເສື້ອໃຫຍ່, ແພມົນ​ບາງໆ, ຜ້າ​ພັນ​ຄໍ ແລະ​ຜ້າ​ຍາວໆ​ທີ່​ໃຊ້​ປົກ​ຫົວ​ຂອງ​ພວກເຂົາ.


ໂດຍ​ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຕັດສິນ​ແລະ​ຊຳລະ​ປະເທດ​ຊາດ ແລະ​ຊຳລະ​ລ້າງ​ມົນທິນ​ໃຫ້​ສິ້ນ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຊຳລະ​ເລືອດ​ທີ່​ໄດ້​ໄຫລ​ລົງ​ທີ່​ນັ້ນ​ດ້ວຍ.


ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.


ສະນັ້ນ ຈົ່ງ​ໃສ່​ຜ້າ​ກະສອບເຂົ້າ ແລະ​ໄວ້ທຸກ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ ແລະ​ຄໍ່າຄວນ​ສາ​ເຖີດ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ຫລາຍ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.


ພວກເຂົາ​ທຸກຄົນ​ໄດ້​ແຖ​ຫົວ ແລະ​ຕັດ​ໜວດ. ພວກເຂົາ​ທຸກຄົນ​ໄດ້​ປາດ​ມື​ຂອງຕົນເອງ ແລະ​ໄດ້​ນຸ່ງ​ຜ້າ​ກະສອບເຂົ້າ.


ປະຊາຊົນ​ເຮັດຊະໂບນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ເມືອງ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ ຜູ້ຍິງ​ຊາວ​ເມືອງ​ຣັບບາ​ເອີຍ ຈົ່ງ​ໄວ້ທຸກ​ເຖີດ ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ໄວ້ທຸກ​ສາ. ຈົ່ງ​ແລ່ນ​ສັບສົນ​ອົນລະວົນ​ສາ. ພະ​ມິນກົມ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ພ້ອມ​ກັບ​ພວກ​ປະໂຣຫິດ​ແລະ​ບັນດາ​ເຈົ້ານາຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ​ໄຟ​ສາ. ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ ເໝືອນ​ລູກຊາຍ​ຄົນດຽວ​ໄດ້​ຕາຍໄປ​ເຖີດ ຍ້ອນ​ຜູ້​ທີ່​ມາ​ທຳລາຍ​ພວກເຈົ້າ​ນັ້ນ​ຈະ​ໂຈມຕີ​ໃນ​ທັນທີ​ທັນໃດ.


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ເພາະ​ຍ້ອນ​ເຈົ້າ ພວກເຂົາ​ຈຶ່ງ​ພາກັນ​ແຖ​ຫົວ ຕ່າງ​ກໍ​ນຸ່ງ​ຖື​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ພວກເຂົາ​ຮ້ອງໄຫ້​ທັງ​ມີ​ຈິດໃຈ​ເປັນທຸກ​ໃຫຍ່ ຈົ່ງ​ພາກັນ​ຄໍ່າຄວນ​ດ້ວຍ​ໃຈ​ທຸກລະທົມ.


ພວກເຂົາ​ຈະ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ຈະ​ສັ່ນເຊັນ​ທັງຕົວ​ດ້ວຍ​ຄວາມຢ້ານ. ພວກເຂົາ​ຈະ​ແຖ​ຫົວ​ຕົນເອງ ແລະ​ລ້ວນແຕ່​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.


ຈົ່ງ​ຮ້ອງໄຫ້​ດັ່ງ​ຍິງສາວ​ໄວ້ທຸກ​ໃຫ້​ຄົນຕາຍ ຄື​ຜູ້ບ່າວ​ທີ່​ນາງ​ຈະ​ແຕ່ງງານ​ນຳ​ນັ້ນ.


ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ປະຊາຊົນ​ຢູດາ​ເອີຍ ຈົ່ງ​ແຖ​ຫົວ​ພວກເຈົ້າ​ເພື່ອ​ໄວ້ທຸກ​ໃຫ້​ແກ່​ລູກຫລານ​ທີ່​ພວກເຈົ້າ​ຮັກ​ນັ້ນ​ສາ. ຈົ່ງ​ແຖ​ຫົວ​ພວກເຈົ້າ​ໃຫ້​ໂຫລ້ນ​ເໝືອນ​ຫົວແຮ້ງ​ສາ ກໍ​ເພາະວ່າ​ລູກຫລານ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ພະຍາດ​ຕິດຕໍ່, ພະຍາດ​ອັກເສບ​ແລະ​ຄວາມ​ເຈັບໄຂ້​ໄດ້ປ່ວຍ; ນອກຈາກນີ້ ພຣະອົງ​ຈະ​ໃຫ້​ເກີດ​ການ​ແຫ້ງແລ້ງ ແລະ​ແມງໄມ້​ຈະ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຈົນ​ໝົດ. ຄວາມ​ຈິບຫາຍ​ເຫຼົ່ານີ້​ຈະ​ຄຸກຄາມ​ປະຈຳ ຈົນ​ພວກເຈົ້າ​ຕາຍ.


ພວກເຂົາ​ຈະ​ຕາຍ​ເພາະ ການ​ເຈັບໄຂ້​ແລະ​ອຶດຫິວ; ພວກເຂົາ​ຈະ​ສິ້ນ​ຊີວິດ​ໄປ ຍ້ອນ​ພະຍາດ​ອັນ​ຮ້າຍແຮງ​ມາ​ຖືກ. ເຮົາ​ຈະ​ໃຫ້​ສັດປ່າ​ມາ​ຕໍ່ຕ້ານ ກັດ​ກິນ​ພວກເຂົາ​ໃຫ້​ວອດວາຍ ທັງ​ຈະ​ໃຫ້​ງູພິດ​ຮ້າຍ​ມາ​ກັດ ຕອດ​ພວກເຂົາ​ໃຫ້​ເຈັບປວດ.


ການ​ປະດັບ​ຕົບແຕ່ງ​ກາຍ​ນັ້ນ ຢ່າ​ໃຫ້​ເປັນ​ການ​ປະດັບ​ຕົບແຕ່ງ​ພາຍນອກ ຄື​ການ​ແຕ່ງ​ຊົງຜົມ ໃສ່​ເຄື່ອງ​ຄຳ ແລະ​ການ​ນຸ່ງຖື.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka