23 ເສື້ອໃຫຍ່, ແພມົນບາງໆ, ຜ້າພັນຄໍ ແລະຜ້າຍາວໆທີ່ໃຊ້ປົກຫົວຂອງພວກເຂົາ.
ແລະຖາມຄົນຮັບໃຊ້ຂອງອັບຣາຮາມວ່າ, “ຜູ້ທີ່ກຳລັງຍ່າງຜ່ານທົ່ງນາ ມາຫາພວກເຮົານັ້ນແມ່ນໃຜ?” ລາວຈຶ່ງຕອບນາງວ່າ, “ແມ່ນນາຍຂອງຂ້ອຍ.” ດັ່ງນັ້ນ ນາງຈຶ່ງເອົາຜ້າອັດໜ້າໄວ້.
ແລ້ວກະສັດກໍຖອດແຫວນແຫ່ງອຳນາດອອກຈາກນິ້ວມືຂອງຕົນ ແລະສຸບໃສ່ນິ້ວມືຂອງໂຢເຊັບ. ເພິ່ນເອົາເສື້ອໂຕງາມທີ່ສຸດໃຫ້ໂຢເຊັບນຸ່ງ ແລະເອົາສາຍສ້ອຍຄຳຄ້ອງຄໍໃຫ້.
ກະສັດດາວິດໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີ ເຊັ່ນດຽວກັບເກນານີຢາຫົວໜ້າວົງດົນຕຼີກັບພວກນັກດົນຕຼີ ທີ່ຫາມຫີບພັນທະສັນຍາ. ກະສັດດາວິດຍັງໄດ້ນຸ່ງເສື້ອຄຸມສັ້ນເອໂຟດດ້ວຍ.
ເບຊາເລນເຮັດຂັນແລະພານຮອງຂັນ ດ້ວຍທອງສຳຣິດຈາກແວ່ນແຍງຂອງພວກຜູ້ຍິງທີ່ບົວລະບັດຮັບໃຊ້ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ຄົນຍາມທີ່ຍ່າງເລາະລຽບໄດ້ພົບຂ້ອຍໃນເມືອງ ພວກເຂົາໄດ້ຕົບຕີຂ້ອຍ ຈົນດຳຂຽວເພາະບວມຊໍ້າ; ນອກນີ້ ກໍຍັງມີຄົນທີ່ເລາະຢູ່ຕາມກຳແພງເມືອງ ຍາດກັນດຶງເອົາເສື້ອຄຸມຂອງຂ້ອຍຈົນຂາດ.
ກະໂປ່ງອັນງາມໆ, ເສື້ອຊຸດຜ້າຄຸມ, ກະເປົາຖືຂອງພວກເຂົາ;
ແທນທີ່ຕົນຕົວພວກເຂົາຈະມີກິ່ນຫອມ ພວກເຂົາຈະມີກິ່ນເໝັນ; ແທນທີ່ຈະມີສາຍແອວງາມ ພວກເຂົາຈະມີເຊືອກມັດແອວ; ແທນທີ່ຈະມີຜົມງາມ ພວກເຂົາຈະຫົວໂຫລ້ນ; ແທນທີ່ຈະໃສ່ເສື້ອງາມ ພວກເຂົາຈະນຸ່ງຜ້າຂາດ; ຄວາມງາມຂອງພວກເຂົາຈະປ່ຽນເປັນຄວາມອັບອາຍຂາຍໜ້າ.
ຈົ່ງສີເຂົ້າເປືອກເຖີດ ຈົ່ງໂມ້ແປ້ງສາ ຈົ່ງເອົາຜ້າປົກໂສມໜ້າເຈົ້າອອກສາເຖີດ ຈົ່ງແກ້ເຄື່ອງງາມລະອຽດຂອງເຈົ້າອອກສາ ຈົ່ງຮື້ກະໂປ່ງເຈົ້າຂຶ້ນ ແລະຍ່າງຂ້າມຫ້ວຍນໍ້າ
ເຮົາໄດ້ນຸ່ງເຄື່ອງທີ່ປັກແສ່ວຢ່າງດີໃຫ້ເຈົ້າ ແລະສຸບເກີບທີ່ເຮັດດ້ວຍໜັງຢ່າງດີທີ່ສຸດໃຫ້ເຈົ້າ ມັດຜ້າຄຽນຫົວທີ່ເປັນປ່ານ ແລະໃສ່ເສື້ອຄຸມທີ່ເປັນໄໝໃຫ້ເຈົ້າ.
ເທວະດາຕົນນັ້ນໄດ້ສັ່ງໃຫ້ພວກທີ່ຄອຍຮັບໃຊ້ເພິ່ນນັ້ນສຸບ ຜ້າພັນຫົວອັນສະອາດໃສ່ຫົວຂອງເຢຊູອາ. ພວກເຂົາກໍໄດ້ປະຕິບັດຕາມແລະຍັງໄດ້ເອົາເຄື່ອງໃໝ່ນຸ່ງໃຫ້ເພິ່ນ ໃນຂະນະທີ່ເທວະດາຂອງພຣະເຈົ້າຢາເວຢືນຢູ່ໃນທີ່ນັ້ນ.
“ຍັງມີເສດຖີຄົນໜຶ່ງ ທີ່ນຸ່ງຫົ່ມເສື້ອຜ້າສີມ່ວງອ່ອນ ແລະຜ້າປ່ານເນື້ອລະອຽດ ປິຕິຍິນດີດ້ວຍອາຫານການກິນຢ່າງປານີດທຸກໆວັນ.
ຝູງກອງທັບໃນສະຫວັນນຸ່ງຜ້າປ່ານເນື້ອລະອຽດສີຂາວ ແລະຂີ່ມ້າຂາວໄດ້ແຫ່ຕິດຕາມພຣະອົງໄປ.
ແລະຊົງໂຜດໃຫ້ເຈົ້າສາວນັ້ນ ນຸ່ງຫົ່ມຜ້າປ່ານເນື້ອລະອຽດເສາະໃສແລະບໍຣິສຸດ.” (ເພາະຜ້າປ່ານເນື້ອດີນັ້ນ ໄດ້ແກ່ການປະຕິບັດອັນຊອບທຳແຫ່ງພວກໄພ່ພົນຂອງພຣະເຈົ້າ.)
ໂບອາດບອກນາງວ່າ, “ຈົ່ງແກ້ເສື້ອຊັ້ນນອກຂອງເຈົ້າພືອອກ.” ນາງຣຸດກໍເຮັດຕາມແລະເພິ່ນໄດ້ຖອກເຂົ້າເດືອຍໃສ່ເກືອບເຖິງຊາວກິໂລກຼາມ ແລະຊ່ວຍຍົກເຂົ້ານັ້ນໃສ່ບ່າໃຫ້ນາງຣຸດແບກເມືອໃນເມືອງ.