Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:21 - ພຣະຄຳພີສັກສິ

21 ແຫວນ​ທີ່​ໃສ່​ຕາມ​ນິ້ວມື​ແລະ​ເກາະ​ທີ່​ດັງ​ຂອງ​ພວກເຂົາ;

Uka jalj uñjjattʼäta Copia luraña




ເອຊາຢາ 3:21
11 Jak'a apnaqawi uñst'ayäwi  

ຂ້ອຍ​ຖາມ​ນາງ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ໃຜ?’ ແລະ​ນາງ​ຕອບ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ເບທູເອນ ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ.’ ດັ່ງນັ້ນ ຂ້ອຍ​ຈຶ່ງ​ເອົາ​ແຫວນ​ຄຳ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.


ແລ້ວ​ກະສັດ​ກໍ​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງຕົນ ແລະ​ສຸບ​ໃສ່​ນິ້ວມື​ຂອງ​ໂຢເຊັບ. ເພິ່ນ​ເອົາ​ເສື້ອ​ໂຕ​ງາມ​ທີ່ສຸດ​ໃຫ້​ໂຢເຊັບ​ນຸ່ງ ແລະ​ເອົາ​ສາຍສ້ອຍ​ຄຳ​ຄ້ອງ​ຄໍ​ໃຫ້.


ຄຳສັ່ງ​ນີ້​ໃຫ້​ໃຊ້​ໄດ້​ໃນ​ທຸກໆ​ແຂວງ​ຂອງ​ເປີເຊຍ ຕາມ​ມື້​ທີ່​ຕັ້ງ​ໄວ້​ໃຫ້​ເປັນ​ມື້​ຂ້າ​ຊາວຢິວ ຄື​ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ອັນ​ກົງ​ກັບ​ເດືອນ​ທີສິບສອງ.


ທຸກຄົນ​ທີ່​ເຕັມໃຈ​ໃຫ້​ທັງ​ຍິງ​ແລະ​ຊາຍ​ກໍໄດ້​ນຳ​ເຄື່ອງເອ້​ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະ​ເຄື່ອງເອ້​ຕ່າງໆ​ເປັນ​ຄຳ​ຢ່າງ​ອື່ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ສ່ວນ​ມື​ລາວ​ນັ້ນ​ກໍໄດ້​ຊັດສ່ວນ​ດີ ໃສ່​ແຫວນ​ທີ່​ປະດັບ​ດ້ວຍ​ແກ້ວຫີນ​ສີຄຳ​ເຫລື້ອມ. ໂຕ​ລາວ​ກ້ຽງ ຄີງກົມ​ດັ່ງ​ງາ​ຊ້າງເຜືອກ ທີ່​ປະດັບ​ປະດາ​ດ້ວຍ​ຫີນ​ແກ້ວ​ນິນ​ສີຄາມ.


ກະໂປ່ງ​ອັນ​ງາມໆ, ເສື້ອ​ຊຸດ​ຜ້າ​ຄຸມ, ກະເປົາ​ຖື​ຂອງ​ພວກເຂົາ;


ເຮົາ​ໄດ້​ເອົາ​ແຫວນ​ເກາະ​ດັງ​ກັບ​ໃສ່​ຕ້າງຫູ​ໃຫ້​ເຈົ້າ ແລະ​ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ເຈົ້າ.


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka