2 ບັນດາວິລະບູລຸດແລະພວກທະຫານ, ບັນດາຜູ້ຕັດສິນແລະພວກຜູ້ທຳນວາຍ, ບັນດາໝໍດູແລະພວກຜູ້ປົກຄອງ,
ຊາວອິດສະຣາເອນທັງໝົດທີ່ຂຶ້ນທະບຽນລາຍຊື່ຂອງຕົນຕາມຄອບຄົວຕ່າງໆ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ ຕາມການແຈ້ງໃຫ້ຊາບນີ້. ຊາວຢູດາໄດ້ຖືກຈັບໄປເປັນຊະເລີຍທີ່ນະຄອນບາບີໂລນເປັນການລົງໂທດ ເພາະພວກເຂົາໄດ້ເຮັດບາບ.
ພວກຂ້ານ້ອຍບໍ່ເຫັນໝາຍສຳຄັນທັງຫຼາຍຕໍ່ໄປ ບໍ່ມີຜູ້ທຳນວາຍຈັກຄົນທີ່ຫລົງເຫລືອຢູ່ໃນທ່າມກາງພວກຂ້ານ້ອຍ ແລະບໍ່ມີໃຜຮູ້ວ່າຍັງດົນປານໃດ.
ພວກນາຍທະຫານແລະພວກຜູ້ປົກຄອງພົນລະເຮືອນ, ບັນດານັກການເມືອງແລະທຸກຄົນທີ່ໃຊ້ເວດມົນຄາຖາເພື່ອເບິ່ງເຫດການຕ່າງໆ.
“ຈົ່ງຖາມຄົນກະບົດເຫຼົ່ານັ້ນເບິ່ງດູວ່າ, ‘ພວກເຈົ້າຮູ້ຄວາມໝາຍຂອງຄຳປຽບທຽບນັ້ນຫລືບໍ?’ ຈົ່ງບອກພວກເຂົາວ່າ, ‘ກະສັດແຫ່ງບາບີໂລນໄດ້ມາທີ່ນະຄອນເຢຣູຊາເລັມ ແລະຈັບກະສັດພ້ອມທັງບັນດາຂ້າຣາຊການຂອງກະສັດກັບຄືນໄປສູ່ບາບີໂລນກັບຕົນ.
ລາວໄດ້ເອົາຄົນໜຶ່ງໃນຄອບຄົວຂອງກະສັດເຮັດຄຳໝັ້ນສັນຍາກັບຜູ້ນັ້ນ ແລະໃຫ້ສາບານວ່າຈະສັດຊື່ຕໍ່ລາວ. ລາວໄດ້ຈັບເອົາຄົນສຳຄັນໄປເປັນຕົວປະກັນ
ພຣະອົງຈຶ່ງຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍ ສິ່ງທີ່ບັນດາຜູ້ນຳຂອງຊາດອິດສະຣາເອນກຳລັງເຮັດຢູ່ຢ່າງລັບລີ້ນັ້ນ? ແຕ່ລະຄົນກໍມີບ່ອນຂາບໄຫວ້ຮູບເຄົາຣົບຂອງຕົນ. ການແກ້ຕົວຂອງພວກເຂົາຄື: ‘ພຣະເຈົ້າຢາເວບໍ່ເຫັນພວກເຮົາດອກ ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງເຮົາສາແລ້ວ.”’
ແລ້ວຂ້າພະເຈົ້າກໍໄດ້ຍິນພຣະອົງກ່າວແກ່ຊາຍຄົນອື່ນວ່າ, “ຈົ່ງຕາມລາວໄປທົ່ວເມືອງ ແລະຂ້າພົນລະເມືອງຖິ້ມ. ຢ່າໄວ້ຊີວິດຜູ້ໃດ; ຢ່າສູ່ເມດຕາຜູ້ໃດ.
ເຮົາຈະຂ້າຜູ້ປົກຄອງແຫ່ງໂມອາບພ້ອມທັງຜູ້ນຳທຸກໆຄົນດ້ວຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.