Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:19 - ພຣະຄຳພີສັກສິ

19 ແລະ​ຕາມ​ຂໍ້ມື. ພຣະອົງ​ຈະ​ເອົາ​ຜ້າ​ປົກ​ໜ້າ​ຂອງ​ພວກເຂົາ​ໄປ

Uka jalj uñjjattʼäta Copia luraña




ເອຊາຢາ 3:19
14 Jak'a apnaqawi uñst'ayäwi  

ເມື່ອ​ນາງ​ເອົາ​ນໍ້າ​ໃຫ້​ອູດ​ກິນ​ອີ່ມ​ໝົດ​ທຸກ​ໂຕ​ແລ້ວ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ກໍ​ເອົາ​ແຫວນ​ຄຳ​ລາຄາ​ແພງ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ໜຶ່ງ​ໃສ່​ໃຫ້​ນາງ.


ລາວ​ຈຶ່ງ​ຟ້າວ​ແລ່ນ​ອອກ​ໄປ​ພົບ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ ທີ່​ຢືນ​ລໍ​ຖ້າ​ຢູ່​ກັບ​ຝູງ​ອູດ​ໃກ້​ນໍ້າສ້າງ


ແລ້ວ​ລາວ​ກໍ​ເອົາ​ເສື້ອຜ້າ​ກັບ​ເຄື່ອງ​ເອ້​ເປັນ​ເງິນ​ເປັນ​ຄຳ​ອອກ​ມາ ແລະ​ມອບ​ໃຫ້​ນາງ​ເຣເບກາ. ລາວ​ຍັງ​ເອົາ​ຂອງຂວັນ​ລາຄາ​ແພງ​ໃຫ້​ແມ່​ແລະ​ອ້າຍ​ຂອງ​ນາງ​ເຣເບກາ​ດ້ວຍ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.


ເພິ່ນ​ຖາມ​ນາງ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ​ເປັນ​ຂອງ​ມັດຈຳ?” ນາງ​ຕອບ​ວ່າ, “ກາ​ທີ່​ມີ​ເຊືອກ​ຫ້ອຍ ແລະ​ໄມ້ຄ້ອນເທົ້າ​ທີ່​ອ້າຍ​ກຳລັງ​ຖື​ຢູ່​ນັ້ນ​ເດ.” ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ໃຫ້​ນາງ. ແລ້ວ​ທັງສອງ​ກໍ​ໄປ​ນອນ​ນຳ​ກັນ​ແລະ​ນາງ​ກໍ​ຕັ້ງ​ທ້ອງ.


ເມື່ອ​ເຂົາ​ເອົາ​ນາງ​ອອກ​ມາ​ຂ້າງ​ນອກ ນາງ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່ປູ່​ວ່າ, “ຂ້ອຍ​ຖືພາ​ນຳ​ຄົນ​ທີ່​ມີ​ຂອງ​ເຫຼົ່ານີ້. ຈົ່ງ​ເບິ່ງ​ກາ​ທີ່​ມີ​ເຊືອກ​ຫ້ອຍ​ກັບ​ໄມ້ເທົ້າ​ນີ້​ດູ ວ່າ​ເປັນ​ຂອງ​ໃຜ?”


ອາໂຣນ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ຈົ່ງ​ປົດ​ຕຸ້ມຫູ​ຂອງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຈົ້າ​ທີ່​ໃສ່​ຢູ່​ນັ້ນ​ເອົາ​ມາ​ໃຫ້​ຂ້ອຍ.”


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ໄດ້​ປົດ​ຕຸ້ມຫູ​ຄຳ​ຂອງຕົນ ມອບ​ໃຫ້​ອາໂຣນ.


ທຸກຄົນ​ທີ່​ເຕັມໃຈ​ໃຫ້​ທັງ​ຍິງ​ແລະ​ຊາຍ​ກໍໄດ້​ນຳ​ເຄື່ອງເອ້​ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະ​ເຄື່ອງເອ້​ຕ່າງໆ​ເປັນ​ຄຳ​ຢ່າງ​ອື່ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ທຸກສິ່ງ ທີ່​ພວກຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ໂອ້ອວດ​ນັ້ນ​ໜີໄປ​ໃຫ້​ໝົດ​ເຊັ່ນ: ເຄື່ອງເອ້​ທີ່​ພວກເຂົາ​ໃສ່​ຕາມ​ຂໍ້ຕີນ, ຕາມ​ເທິງ​ຫົວ, ຕາມ​ຄໍ,


ແລະ​ໝວກ​ຂອງ​ພວກເຂົາ​ດ້ວຍ; ຄາຖາ​ທີ່​ພວກເຂົາ​ມີ​ຕາມ​ແຂນ​ແລະ​ຕາມ​ແອວ;


ເຮົາ​ໄດ້​ເອົາ​ເຄື່ອງເອ້​ໃສ່​ໃຫ້​ເຈົ້າ ຄື​ປອກແຂນ ແລະ​ສາຍຄໍ.


ເຮົາ​ໄດ້​ເອົາ​ແຫວນ​ເກາະ​ດັງ​ກັບ​ໃສ່​ຕ້າງຫູ​ໃຫ້​ເຈົ້າ ແລະ​ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ເຈົ້າ.


ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ນຳ​ເຄື່ອງເອ້​ເປັນ​ຄຳ​ທີ່​ຢຶດເອົາ​ມາ​ໄດ້​ມີ​ດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະ​ສາຍຄໍ. ພວກ​ຂ້ານ້ອຍ​ຂໍ​ຖວາຍ​ສິ່ງ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ການ​ໄຖ່​ຊີວິດ ເພື່ອ​ວ່າ​ພຣະອົງ​ຈະ​ປົກປັກ​ຮັກສາ​ພວກ​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka